ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ UN ເດີນທາງຢ້ຽມຢາມ ປະເທດ ເຮຕີ


ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon, ຂວາ, ລົມກັບບັນດາແມ່ຍິງຜູ້ທີ່ບ້ານເຮືອນ
ຂອງພວກເຂົາເຈົ້າຖືກທຳລາຍໂດຍພາຍຸເຮຣິເຄນ Matthew, ເມືອງ Les Cayes, ເຮຕີ, 15 ຕຸລາ, 2016.
ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon, ຂວາ, ລົມກັບບັນດາແມ່ຍິງຜູ້ທີ່ບ້ານເຮືອນ ຂອງພວກເຂົາເຈົ້າຖືກທຳລາຍໂດຍພາຍຸເຮຣິເຄນ Matthew, ເມືອງ Les Cayes, ເຮຕີ, 15 ຕຸລາ, 2016.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວວ່າ ພາຍຸເຮີຣິ ເຄນ Matthew ໄດ້ເຮັດໃຫ້ປະເທດ ເຮຕີ ຕົກຢູ່ໃນສະພາບທີ່ “ໂສກເສົ້າເສຍໃຈ”, ດ້ວຍ ການຖືກທຳລາຍທົ່ວປະເທດ ເຊິ່ງໄດ້ປະສົບກັບຄວາມທຸກຍາກຂາດແຄນຢູ່ແລ້ວ.

ທ່ານ Ban ໄດ້ເດີນທາງໄປຊາຍຝັ່ງພາກໃຕ້ຂອງ ເຮຕີ, ເຊິ່ງໄດ້ຮັບຜົນກະທົບຮ້າຍແຮງ ສຸດໂດຍຝົນ ແລະ ລົມທີ່ມີຄວາມຮຸນແຮງຢ່າງຍິ່ງຂອງພາຍຸເຮີຣິເຄນດັ່ງກ່າວ.

ທ່ານເລຂາທິການໃຫຍ່ໄດ້ກ່າວຫຼັງຈາກໄປຢ້ຽມຢາມທີ່ພັກສຸກເສີນ ສຳລັບບັນດາຄອບ ຄົວຜູ້ທີ່ບ້ານເຮືອນຂອງພວກເຂົາເຈົ້າໄດ້ຖືກທຳລາຍບໍ່ເຖິງສອງສັບປະດາທີ່ຜ່ານມາວ່າ “ຂ້າພະເຈົ້າໄດ້ພົບກັບປະຊາຊົນຜູ້ບໍ່ມີທີ່ຢູ່ອາໄສຫຼາຍຄົນ, ປະຊາຊົນໄວໜຸ່ມ, ແມ່ຍິງ ຜູ້ທີ່ຖືພາ ແລະ ຄົນທີ່ເຈັບປ່ວຍ. ມັນເຮັດໃຫ້ຂ້າພະເຈົ້າໂສກເສົ້າຫຼາຍ.”

ບໍ່ດົນຫຼັງຈາກທ່ານ Ban ໄດ້ເດີນທາງຮອດຖານປະຕິບັດການຂອງ UN ໃນເມືອງ Les Cayes, ມັນໄດ້ມີການປະທະກັນເລັກນ້ອຍລະຫວ່າງ ປະຊາຊົນໃນທ້ອງຖິ່ນ ກັບ ກອງ ກຳລັງຮັກສາສັນຕິພາບຂອງ UN ເມື່ອລົດບັນທຸກທີ່ຂົນສົ່ງເຄື່ອງຊ່ວຍອາຫານໄດ້ເດີນ ທາງຮອດ. ກອງກຳລັງ UN ໄດ້ຍິງແກ໊ສນ້ຳຕາໃສ່ພວກເຂົາເຈົ້າເພື່ອຄວບຄຸມສະຖານະ ການໄວ້.

ຜູ້ປະສານງານຄົນໜຶ່ງຂອງ ອົງການອະນາໄມໂລກ ໄດ້ກ່າວວ່າ ຕູ້ບັນຈຸເຄື່ອງເຕັມດ້ວຍສິ່ງ ຂອງຕ່າງໆຈາກອົງການອາຫານໂລກ ຍັງໄດ້ຖືກລັກເຄື່ອງອອກໄປ ຢູ່ນອກຖານປະຕິບັດ ການທີ່ຕັ້ງຢູ່ຊາຍຝັ່ງພາກໃຕ້ຂອງ ເຮຕີ ນັ້ນ.

ພາຍຸເຮີຣິເຄນ Matthew ໄດ້ຂ້າປະຊາຊົນຫຼາຍກວ່າ 500 ຄົນ ແລະ ໄດ້ເຮັດໃຫ້ຫຼາຍ ກວ່າ 1 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອສຸກເສີນ ໃນເວລາທີ່ມັນໄດ້ພັດເຂົ້າ ເຮຕີ ເມື່ອ ວັນທີ 4 ຕຸລາທີ່ຜ່ານມາ. ປະຊາຊົນຫຼາຍກວ່າ 175,000 ຄົນໄດ້ສູນເສຍບ້ານເຮືອນຂອງ ພວກເຂົາເຈົ້າ ແລະ ດິນນາທີ່ມີຄຸນຄ່າກໍໄດ້ຖືກທຳລາຍໄປດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG