ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄຳເຫັນແບບ ປະນີປະນອມ ຂອງຜູ້ອຳນວຍການໃຫຍ່ ຕໍ່ການດຶງລາກຜູ້ໂດຍສານຢູ່ໃນເຮືອບິນ


ພາບຖ່າຍ ຂອງຜູ້ອຳນວຍການໃຫຍ່ ບໍລິສັດ United
Airlines ທ່ານ Oscar Munoz ກ່ອນໜ້າ ການໃຫ້ສຳພາດ ໃນນະຄອນ New York, ວັນທີ 2 ມິຖຸນາ 2016.
ພາບຖ່າຍ ຂອງຜູ້ອຳນວຍການໃຫຍ່ ບໍລິສັດ United Airlines ທ່ານ Oscar Munoz ກ່ອນໜ້າ ການໃຫ້ສຳພາດ ໃນນະຄອນ New York, ວັນທີ 2 ມິຖຸນາ 2016.

ຖະແຫລງການສະບັບໃໝ່ ທີ່ໄດ້ແຈ້ງອອກມາ ໂດຍຜູ້ອຳນວຍການໃຫຍ່ ບໍລິສັດ United
Airlines ທ່ານ Oscar Munoz ໃນວັນອັງຄານວານນີ້ ທີ່ ອ່ານວ່າ “ບໍ່ມີຜູ້ໃດ ທີ່ຄວນຖືກ
ປະຕິບັດຕໍ່ ໃນແບບນີ້ ຈັກເທື່ອ”
ຫລັງຈາກເຫດການເມື່ອວັນອາທິດຜ່ານມາ ເວລາ
ຜູ້ໂດຍສານຄົນນຶ່ງອາບເລືອດ ພາຍຫຼັງທີ່ໄດ້ຖືກລາກອອກຈາກເຮືອບິນ ໃນຖ້ຽວບິນ
ຂອງສາຍການບິນ United ທີ່ໄດ້ຖືກຈັບຈອງເກີນຈຳນວນຄົນໂດຍສານ ຢູ່ທີ່
ສະໜາມບິນ O’Hare ຂອງນະຄອນ Chicago.

ພາບຈາກຈໍພາບ ສະແດງໃຫ້ເຫັນ ຜູ້ໂດຍສານ ທ່ານ David Dao ກຳລັງຖືກລາກອອກຈາກເຮືອບິນ United Airlines ຢູ່ທີ່ນະຄອນ Chicago ໃນສະໜາມບິນສາກົນ O'Hare ໃນພາບບັນທຶກວີດີໂອ ໂດຍ @JayseDavid, ວັນທີ 9 ເມສາ 2017.
ພາບຈາກຈໍພາບ ສະແດງໃຫ້ເຫັນ ຜູ້ໂດຍສານ ທ່ານ David Dao ກຳລັງຖືກລາກອອກຈາກເຮືອບິນ United Airlines ຢູ່ທີ່ນະຄອນ Chicago ໃນສະໜາມບິນສາກົນ O'Hare ໃນພາບບັນທຶກວີດີໂອ ໂດຍ @JayseDavid, ວັນທີ 9 ເມສາ 2017.

ຖະແຫລງການຂອງທ່ານ Munoz ຍັງໄດ້ກ່າວອີກວ່າ “ຂ້າພະເຈົ້າ ສືບຕໍ່ມີຄວາມເປັນ
ຫ່ວງ ໂດຍເຫດການ ທີ່ໄດ້ເກີດຂຶ້ນຢູ່ໃນຖ້ຽວບິນນີ້.”

ເຫດການດັ່ງກ່າວ ໄດ້ຖືກລົງເຜີຍແຜ່ ຜ່ານສື່ສັງຄົມຢ່າງຫຼວງຫຼາຍ ຫຼັງຈາກທີ່ມັນໄດ້ຖືກ
ບັນທຶກໄວ້ ໂດຍໂທລະສັບມືຖື ຂອງພວກຜູ້ໂດຍສານຄົນອື່ນໆ.

ທ່ານ Munoz ໄດ້ກ່າວຕື່ມວ່າ ທາງບໍລິສິດ ຈະດຳເນີນການທົບທວນເບິ່ງຄືນ ວິທີຈັດການ
ກັບສະຖານະການ ຈັບຈອງທີ່ເກີນຈຳນວນທັງຫຼາຍ ຂອງສາຍການບິນ ແລະ ວິທີການ
ທີ່ຕົນປະຕິບັດກັບ ບັນດາເຈົ້າໜ້າທີ່ ຂອງສະໜາມບິນ ແລະເຈົ້າໜ້າທີ່ຮັກສາກົດໝາຍ.
ທ່ານ ໄດ້ກ່າວອີກວ່າ ທາງບໍລິສັດ ຈະເປີດເຜີຍຜົນຕ່າງໆ ຂອງການທົບທວນຄືນຂອງຕົນ
ໃນວັນທີ 30 ເດືອນເມສານີ້.

ທ່ານ Munoz ໄດ້ເປີດເຜີຍ ຖະແຫລງການສອງສະບັບ ກ່ອນໜ້ານີ້ ດ້ວຍການສະໜັບ
ສະໜູນ ພວກພະນັກງານບັນຈຸ ໃນເຮືອບິນ ຢ່າງແຂງຂັນ ໂດຍກ່າວຢູ່ໃນຖະແຫລງການ
ວັນຈັນຜ່ານມາ ວ່າ ພວກພະນັກງານອາກາດຂອງ United “ໄດ້ປະຕິບັດຕາມຂັ້ນຕອນ
ທີ່ໄດ້ຈັດຕັ້ງໄວ້”
ໃນເວລາ ຜູ້ໂດຍສານ ໄດ້ຖືກບັງຄັບໃຫ້ອອກຈາກເຮືອບິນ.

ພວກເຮືອບິນຂອງສາຍການບິນ United ຈອດ ຢູ່ປະຕູຂຶ້ນຍົນ ໃນຂະນະທີ່ ເຮືອບິນອີກລຳນຶ່ງ ກຳລັງແລ່ນຜ່ານເຂົ້າມາຈອດ ຢູ່ທີ່ສະໜາມບິນຂ້າມທະວີບ George Bush ທີ່ນະຄອນ Houston, ວັນທີ 8 ກໍລະກົດ 2015.
ພວກເຮືອບິນຂອງສາຍການບິນ United ຈອດ ຢູ່ປະຕູຂຶ້ນຍົນ ໃນຂະນະທີ່ ເຮືອບິນອີກລຳນຶ່ງ ກຳລັງແລ່ນຜ່ານເຂົ້າມາຈອດ ຢູ່ທີ່ສະໜາມບິນຂ້າມທະວີບ George Bush ທີ່ນະຄອນ Houston, ວັນທີ 8 ກໍລະກົດ 2015.

ໂຄສົກ ທຳນຽບຂາວ ທ່ານ Sean Spicer ໄດ້ກ່າວວ່າ ທ່ານປະທານາທິບໍດີ ດໍໂນລ
ທຣຳ ໄດ້ເຫັນອັນທີ່ທ່ານ Spicer ໄດ້ອະທິບາຍວ່າ ເປັນການບັນທຶກພາບວີດີໂອ ທີ່ “ໜ້າກວນໃຈ” ຢູ່ໃນຖ້ຽວບິນ ຂອງສາຍການບິນ United. ນອກເໜືອໄປຈາກ ພາຍຸໄຟ
ຂອງສື່ສັງຄົມ ໃນທົ່ວໂລກ ແລ້ວ ເຫດການດັ່ງກ່າວ ຍັງໄດ້ກະຕຸ້ນໃຫ້ເກີດ ໄພຂົ່ມຂູ່ທີ່
ຈະທຳການປະທ້ວງ.

ທ່ານ Spicer ໄດ້ບອກບັນດານັກຂ່າວ ຢູ່ກອງປະຊຸມຖະແຫລ່ງຂ່າວ ທີ່ທຳນຽບຂາວ
ໃນວັນອັງຄານວານນີ້ ວ່າ ເຫດການເປັນເລື່ອງ “ບໍ່ໜ້າເກີດຂຶ້ນ” ແຕ່ ກໍບໍ່ຈຳເປັນ
ຕ້ອງໃຊ້ມາດຕະການ ຂອງເຈົ້າໜ້າທີ່ລັດຖະບານກາງ”
ໂດຍກ່າວຕື່ມວ່າ ມີອົງການ
ຮັກສາກົດໝາຍ “ຫຼວງຫຼາຍ” ທີ່ມີໃຫ້ໃຊ້ເພື່ອດຳເນີນການສືບສວນສອບສວນ ນຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG