ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສາຍການບິນ United ​​​​​ຈະຈ່າຍຄ່າເສຍຫາຍ ແກ່ຄົນໂດຍສານ ທີ່ຖືກລາກອອກຈາກຍົນ


ຜູ້ບໍລິຫານ ບໍລິສັດການບິນ United Airlines ທ່ານ Oscar Munoz.
ຜູ້ບໍລິຫານ ບໍລິສັດການບິນ United Airlines ທ່ານ Oscar Munoz.

ໃນ​ວັນ​ພະຫັດ​ວານ​ນີ້ ສາຍ​ການບິນ United Airlines ຂອງ​ສະຫະລັດ​ຕົກລົງແກ້​ໄຂ​
ບັນຫາກັນ​ໄດ້ ​ໂດຍ​ບໍ່ຕ້ອງ​ຂຶ້ນສານ ກັບ​ທ່ານໝໍທີ່​ຖືກ​ລາກອອກ​ຈາກ​ເຮືອບິນຍ້ອນ​
ລາວ​ບໍ່ຍອມ​ສະລະ​ຕັ່ງ​ຂອງ​ລາວ​ໃຫ້​ຄົນ​ອື່ນ ຕາມການ​ຮ້ອງ​ຂໍ​ຂອງ​ສາຍ​ການບິນ.

ສາຍ​ການບິນ​ດັ່ງ​ກ່າວ​ກັບທະນາຍຄວາມ​ຂອງ​ Dr. David Dao ໄດ້ຕົກ​ລົງ​ກັນວ່າ​
ຈະບໍ່​ເປີດ​ເຜີຍໃຫ້​ໃຜຮູ້ ກ່ຽວກັບ​ຈໍານວນເງິນ​ທົດ​ແທນ​ຄ່າ​ເສຍ​ຫາຍ​ທີ່ Dr. Dao ຈະ​
ໄດ້​ຮັບນັ້ນ​.

ສາຍ​ການບິນ United ​ໄດ້​ອອກ​ຖະ​ແຫລ​ງການ​ແບບ​ຫຍໍ້ໆ ​ໂດຍ​ເວົ້າວ່າ ຕົນ​ໄດ້ທໍາ
"ການ​ແກ້​ໄຂ​ບັນຫາທີ່​ເກີດ​ຈາກເຫດທີ່​ເປັນ​ໂຊກ​ຮ້າຍ​ນັ້ນ ແບບມີ​ການ​ໄກ່​ເກ່ຍປະນີ
ປະນອມ​ກັນ."
ສາຍ​ການບິນ​ດັ່ງ​ກ່າວ​ໄດ້​ເວົ້າໃນ​ວັນ​ພະຫັດ​ວານ​ນີ້ວ່າ ນັບ​ແຕ່​ນີ້​ເປັນຕົ້ນ​ໄປ ຈະ​ບໍ່ມີ​
ຄົນ​ໂດຍ ສານ​ຜູ້​ໃດຖືກ​ບັງຄັບ​ໃຫ້​ຍອມເອົາ​ຕັ່ງ​ຂອງ​ຕົນ​ເອງໃນ​ຍົນໃຫ້​ຄົນ​ອື່ນ ​ເວັ້ນ
​ເສຍ​ແຕ່ວ່າ ​ໃນ​ກໍລະນີ​ເພື່ອຮັກສາ​ຄວາມ​ປອດ​ໄພຂອງ​ເຮືອບິນ ​ແລະ​ປ້ອງ​ກັນ​ຄວາມ
​ສະຫງົບ.

ຖ້າ​ຫາກ​ຜູ້​ໃດ​ທີ່​ຍອມ​ສະລະ​ຕັ່ງ​ຂອງ​ຕົນ​ເອງ​ໃຫ້​ຄົນ​ອື່ນ ​ໃນ​ກໍລະນີ​ທີ່​ສາຍ​ການບິນ​ມີ
​ຄົນ​ຈອງ​ເກີນກໍານົດ ກໍຈະ​ໄດ້​ຮັບ​ຄ່າ​ທົດ​ແທນ​ຫລາຍ​ເຖິງ $10,000.

ທ່ານ Oscar Munoz ຫົວໜ້າສາຍ​ການບິນ United ກ່າວ​ວ່າ "ຜູ້​ໂດຍສານ​ທຸກ​ຄົນ​
ມີ​ສິດ​ໄດ້​ຮັບ​ການ​ບໍລິການໃນ​ລະດັບ​ສູງ​ສຸດ ​ແລະ​ຮູ້ສຶກ​ມີ​ກຽດ​ແລະ​ໄດ້​ຮັບ​ການ​ນັບຖື
ຢ່າງ​ສູງສົ່ງ,​ໃນ​ສອງ​ອາທິດ​ກ່ອນໜ້ານີ້ ພວກ​ເຮົາ​ບໍ່​ປະຕິ​ບັດໄດ້ຕາມ​ມາດຕະຖານ​ດັ່ງ
ກ່າວ ​ແລະ​ພວກ​ເຮົາ​ກໍ​ຂໍ​ສະ​ແດງ​ຄວາມ​ຂໍ​ໂທດ ຂໍອະ​ໄພ​ມາ​ຍັງ​ບັນດາ​ທ່ານ​ຫລາຍໆ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG