ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຮຽກຮ້ອງ ໃຫ້ເກົາຫຼີໃຕ້ ແລະ ສຫລ ຍົກເລີກ ການຊ້ອມລົບ


ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ.
ທ່ານ Kim Jong Un ຜູ້ນຳເກົາຫຼີເໜືອ.
ເກົາຫຼີ​ເໜືອ​ກຳລັງ​ຮຽກຮ້ອງ​ໃຫ້​ເກົາຫຼີ​ໃຕ້ແລະ​ສະຫະລັດ ລົບ​ລ້າງ
​ແຜນການ​ຊ້ອມ​ລົບ​ປະຈຳປີ​ຂອງ​ຕົນ​ ຊຶ່ງຈະມີຂຶ້ນໃນໄວໆ​ນີ້ ​ໂດຍ​
ກ່າວ​ວ່າການ​ຊ້ອມ​ລົບ​ດັ່ງກ່າວ​ຈະ​ທຳລາຍ​ຢ່າງ​ຮ້າຍແຮງ​ຕໍ່​ຄວາມ​
ສຳພັນ​ລະຫວ່າງ​ສອງ​ເກົາຫຼີ​ນັ້ນ.

ສື່​ມວນ​ຊົນ​ແຫ່ງ​ລັດ​ຂອງກຸງ​ພຽງ​ຢາງໄດ້​ເຕືອນ​ເຖິງ​ໄພພິບັດແລະ
​ຄວາມ​ຫາຍຍະນະ​ທີ່​ວາດ​ພາບ​ບໍ່​ໄດ້ ຖ້າ​ການ​ຊ້ອມ​ລົບ​ທີ່​ເອີ້ນ​ວ່າ
Foal Eagle ​ແລະ Key Resolve ຫາກດຳ​ເນີນໄປ​ຕາມ​ກຳນົດ
​ທີ່​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ໜ້າ​ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້ ​ບໍ່ໄດ້ໃຫ້ຄວາມສຳຄັນຕໍ່​ການ​
ຂົ່ມຂູ່​ດັ່ງກ່າວ​ໃນ​ວັນ​ພະຫັດມື້​ນີ້. ທ່ານ Kim Minseok ​ໂຄສົກກະຊວງປ້ອງກັນປະເທດ​ເກົາ
ຫຼີ​ໃຕ້ເຕືອນ​ວ່າ ກຸງ​ໂຊນຈະ​ທຳການລົງ​ໂທດ ​ຢ່າງ​ບໍ່​ມີ​ຄວາມປານີ​ສົງສານແລະ​ຢ່າງເດັດດ່ຽວ ​ໃນ​ເຫດການ​ທີ່​ເກາະ​ຜິດ​ດັ່ງກ່າວ​ຊຶ່ງ ທ່ານກິມ ​ກ່າວ​ວ່າ:

"ພວກ​ເຮົາ​ຈະດຳ​ເນີນ​ການ​ຊ້ອມ​ລົບ Key Resolve ​ແລ​ະ Foal Eagle ຕາມ​ແຜນການທີ່​
ໄດ້​ວາງ​ໄວ້. ຖ້າ​ຫາກ​ເກົາຫຼີ​ເໜືອ​ ທຳ​ການ​ຮຸກ​ຮານ​ທາງ​ທະຫານ ຢ່າງ​ແທ້ຈິງ ໂດຍໃຊ້ເປັນຂໍ້
ອ້າງຂອງອັນທີ່ເປັນ​ການ​ຊ້ອມ​ລົບ​ທຳ​ມະ​ດາ​ທີ່​ພວກ​ເຮົາ​ດຳ​ເນີນ​ໄປໃນ​ຖານ​ເປັນ​ກະກຽມ​ສຳ ລັບ​ພາວະ​ສຸກ​ເສີນແລ້ວທະຫານ​ຂອງ​ພວກ​ເຮົາ​ກໍຈະ​ລົງ​ໂທດ​ພວກ​ທະຫານ​ເກົາຫຼີ​ເໜືອ​ຢ່າງ
ໄຮ້ປານີ​ສົງສານ ​ແລະ​ຢ່າງ​ເດັດດ່ຽວ.”

ການ​ຊ້ອມ​ລົບ​ປະຈຳ​ປີ​ ເປັນ​ແຫຼ່ງ​ທີ່ມາແຫ່ງ​ຄວາມ​ເຄັ່ງ​ຕຶງ​ ລະຫວ່າງ​ສອງ​ເກົາຫຼີ​ທີ່​ເປັນຄູ່​ປໍ​ລະ
​ປັກ​ກັນ​ມາ​ເປັນເວລາດົນນານ​. ທາງ​ຝ່າຍ​ເກົາຫຼີ​ເໜືອ​ ມອງ​ເບິ່ງ​ການ​ຊ້ອມ​ລົບ​ນີ້​ເປັນ​ການ​ກະ
ກຽມ​ເພື່ອ​ທຳ​ການ​ຮຸກ​ຮານ ​ໃນ​ຂະນະ​ດຽວ​ກັນ​ເກົາຫຼີ​ໃຕ້ກ່າວ​ວ່າ ການ​ຊ້ອມ​ລົບ​ຂອງ​ຕົນແມ່ນ ເພື່ອ​ປ້ອງ​ກັນ​ຕົວ.

ການ​ຊ້ອມ​ລົບ​ໃນ​ປີ​ແລ້ວ​ນີ້ ​ໄດ້​ມີ​ຂຶ້ນ​ໃນ​ລະຫວ່າງ​ທີ່​ເກີດ​ຄວາມ​ເຄັ່ງ​ຕຶງ​ໂດຍ​ສະ​ເພາະກ່ຽວ​ກັບ​ຄວາມ​ສຳພັນ​ລະຫວ່າງ​ສອງ​ເກົາຫຼີ​ນັ້ນຫຼັງ​ຈາກ​ກຸງ​ພຽງ​ຢາງ​ທຳ​ການ​ທົດ​ລອງ​ອາວຸດ​ນີວ​ເຄລຍ ຂອງ​ຕົນ​ຄັ້ງ​ທີ​ສາມ. ​ໃນ​ຈຸດ​ທີ່​ຮ້າຍ​ກາດ​ທີ່​ສຸດ ​ເກົາຫຼີ​ເໜືອ​ໄດ້​ທຳ​ການ​ຂົ່ມຂູ່ ເກືອບ​ວ່າ​ທຸກໆ​ມື້​ກ່ຽວ​ກັບ​ສົງຄາມ​ນີວ​ເຄລຍ ຕໍ່​ເກົາຫຼີ​ໃຕ້​ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ສະຫະລັດ​ນັ້ນ.

ສາຍ​ພົວພັນ​ ລະຫວ່າງ​ສອງ​ເກົາຫຼີ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮ່ອງຮອຍ​ທີ່​ດີ​ຂຶ້ນ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ ສັບປະດາ​ຜ່ານ​ມາ​ນີ້ທີ່​ທັງ​ສອງ​ຝ່າຍ​ຕ່າງ​ກໍເວົ້າ​ອອກ​ມາ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ປັບປຸງ​ສາຍ​ພົວພັນ​ຂອງ​ພວກ​ຕົນ​ໃຫ້​ດີ​ຂຶ້ນ. ທັງ​ສອງ​ຝ່າຍ​ ຕ່າງກໍ​ກ່າວ​ຫາ​ຊຶ່ງ​ກັນ​ແລະ​ກັນ​ວ່າ​ ເປັນຜູ້​ກໍ່​ໃຫ້ ເກີດ​ຄວາມ​ເຄັ່ງ​ຕຶງຂຶ້ນ​ນັ້ນ.
XS
SM
MD
LG