ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ UNICEFກ່າວວ່າ ປະເທດ ເຢເມນ ແມ່ນສະຖານທີ່ ທີ່ໂຫດຮ້າຍທີ່ສຸດ ໃນໂລກ ໃນການເປັນເດັກນ້ອຍ


Food Aid Arrives in Yemen's Ports
please wait

No media source currently available

0:00 0:02:23 0:00

ການຊ່ວຍເຫຼືອດ້ານອາຫານ ເດີນທາງຮອດທ່າເຮືອຂອງປະເທດ ເຢເມນແລ້ວ.

ຜູ້ອຳນວຍການອົງການ UNICEF ເຂດຕາເວັນອອກກາງ ໄດ້ເອີ້ນ ປະເທດ ເຢເມນ
ວ່າ ເປັນນຶ່ງໃນສະຖານທີ່ໆໂຫດຮ້າຍທີ່ສຸດໃນໂລກ ໃນການເປັນເດັກນ້ອຍ ແລະ ໄດ້
ຮຽກຮ້ອງໃຫ້ທຸກຝ່າຍ ທີ່ເຂົ້າຮ່ວມໃນການຕໍ່ສູ້ ອະນຸຍາດໃຫ້ການຊ່ວຍເຫຼືອດ້ານມະ
ນຸດສະທຳ ເຂົ້າໄປປະເທດໄດ້.

ທ່ານ ກີເອີດ ຄັບເປແລເຣ ໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງ ອາມມານ ປະ
ເທດ ຈໍແດັນ ວ່າ ອົງການ UNICEF ສາມາດທີ່ຈະສົ່ງຢາວັກຊີນ ຈຳນວນເກືອບສອງ
ລ້ານອັນ ໄປສະໜາມບິນນະຄອນຫຼວງ ຊານາອາ ໃນວັນເສົາທີ່ຜ່ານມາ, ແຕ່ຄວາມ
ສຳເລັດດັ່ງກ່າວບໍ່ຄວນ “ເກີດຂຶ້ນແຕ່ພຽງຄັ້ງດຽວ.”

ທ່ານ ຄັບເປແລເຣ ກ່າວວ່າ ສຳພາລະຢ່າງຫຼວງຫຼາຍແມ່ນມີຄວາມ ຕ້ອງການ ແລະ
ກຳປັ່ນທີ່ຂົນອາຫານ, ຢາຄຼໍຣີນ ສຳລັບນໍ້າດື່ມທີ່ສະ ອາດ, ແລະ ຢາປິ່ນປົວສຳລັບໂຣກ
ຖອກທ້ອງ ແລະ ອະຫິວາ ແມ່ນກຳລັງເດີນທາງໄປທ່າເຮືອ ໂຮເດດາ ຢູ່.

ທ່ານ ຄັບເປແລເຣ ໄດ້ກ່າວວ່າ “ເດັກນ້ອຍ ເຢເມນ ຫຼາຍກວ່າ 11 ລ້ານຄົນທຸກມື້ນີ້
ຕ້ອງການ ການຊ່ວຍເຫຼືອ ດ້ານມະນຸດສະທຳຫຼາຍທີ່ສຸດ. ນັ້ນແມ່ນເດັກຍິງ ແລະ ເດັກ
ຊາຍຊາວ ເຢເມນ ເກືອບທຸກໆ ຄົນ. ສຳລັບທຸກຝ່າຍ ແລະ ທຸກຄົນຜູ້ທີ່ມີຈິດໃຈ ຢາກ
ຊ່ວຍເຫຼືອພວກ ເດັກນ້ອຍນັ້ນ, ກະລຸນາຮັບເອົາຄວາມຮັບຜິດຊອບຂອງທ່ານຕອນນີ້
ເລີຍ.”

ທ່ານໄດ້ເວົ້າ ກ່ຽວກັບ ຄວາມຮັບຜິດຊອບ ສຳລັບທຸກຄົນ ຜູູູ້ທີ່ມີສ່ວນ ຮ່ວມ ໃນ ເຢເມນ
ເພື່ອຢຸດເຊົາການຕໍ່ສູ້ ແລະ ຢຸດສິ່ງທີ່ເພິ່ນເອີ້ນວ່າ ສົງ ຄາມຕ້ານເດັກນ້ອຍ.

ທ່ານກ່າວວ່າ “ປັດຈຸບັນນີ້ ພວກເຮົາຄາດວ່າທຸກໆ 10 ນາທີໃດ, ເດັກນ້ອຍຄົນນຶ່ງໃນ
ປະເທດ ເຢເມນ ໄດ້ຕາຍຍ້ອນໂຣກ ທີ່ສາມາດປ້ອງກັນໄດ້.”

ພັນທະມິດນຳໜ້າໂດຍ ຊາອຸດີ ອາຣາເບຍ ໄດ້ພະຍາຍາມທີ່ຈະຂັບໄລ່ ພວກກະບົດທີ່
ໄດ້ຮັບການໜູນຫຼັງ ຈາກ ອີຣ່ານ ອອກຈາກນະຄອນ ຫຼວງ ຊານາອາ ໄດ້ສັນຍາ ໃນ
ສັບປະດາທີ່ຜ່ານມາວ່າ ຈະຫຼຸດຜ່ອນ ການປິດສະໜັບບິນ ແລະ ທ່າເຮືອ ໂຮເດດາ.

ເຂົາເຈົ້າໄດ້ປິດສະຖານທີ່ອຳນວຍຄວາມສະດວກຕ່າງໆ ໃນເກືອບສາມ ສັບປະດາທີ່
ຜ່ານມາ ເພື່ອຕອບໂຕ້ ຕໍ່ການຍິງລູກສອນໄຟ ໂຈມຕີຂອງ ພວກ ຮູຕີ ໃກ້ໆກັບສະ
ໜາມບິນ ຣີຢາດ. ຊາອຸດີ ອາຣາເບຍ ໄດ້ຍິງສະກັດກັ້ນລູກສອນໄຟດັ່ງກ່າວ.

ຊາອຸດີ ອາຣາເບຍ ໄດ້ກ່າວຫາ ການຍິງລູກສອນໄຟນັ້ນໃສ່ ອີຣ່ານ. ແຕ່ ອີຣ່ານ ໄດ້
ປະຕິເສດວ່າ ບໍ່ໄດ້ສົ່ງອາວຸດດັ່ງກ່າວ ໃຫ້ພວກ ຮູຕີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG