ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຢູນີເຊັບຈະນຳພາ ໂຄງການລິເລີ້ມໃນການຈັດຊື້ ແລະແຈກຢາຍ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຂອງໂລກ


ພວກນັກສຶກສານັ່ງຢູ່ຫ່າງຈາກກັນ ຊຶ່ງເປັນການປ້ອງກັນການຕິດພະຍາດ COVID-19, ໃນຂະນະທີ່ພວກເຂົາ ກຳລັງສອບເສັງ ເຂົ້າມະຫາວິທະຍາໄລ ການແພດ ໃນນະຄອນຫຼວງໂຣມ ເມື່ອວັນພະຫັດ ທີ 3 ກັນຍາ 2020.
ພວກນັກສຶກສານັ່ງຢູ່ຫ່າງຈາກກັນ ຊຶ່ງເປັນການປ້ອງກັນການຕິດພະຍາດ COVID-19, ໃນຂະນະທີ່ພວກເຂົາ ກຳລັງສອບເສັງ ເຂົ້າມະຫາວິທະຍາໄລ ການແພດ ໃນນະຄອນຫຼວງໂຣມ ເມື່ອວັນພະຫັດ ທີ 3 ກັນຍາ 2020.

ອົງການສຳລັບເດັກນ້ອຍຂອງສະຫະປະຊາຊາດ ຫຼື UNICEF ກ່າວໃນວັນພະຫັດວານນີ້ວ່າ ຕົນຈະນຳພາການຈັດຊື້ຢາວັກຊິນປ້ອງກັນພະຍາດໂຄວິດ-19 ທີ່ໃຫຍ່ທີ່ສຸດແລະໄວທີ່ສຸດໃນໂລກຈາກຜູ້ຜະລິດຢານີ້ຫລາຍສິບບໍລິສັດໃນສອງປີຂ້າງໜ້າເພື່ອບໍ່ໃຫ້ປະເທດໃດຂາດການເຂົ້າເຖິງຢານີ້ໄດ້.

ອົງການຢູນິເຊັບ (UNICEF) ແລະອົງການອະນາໄມໂລກເປັນຜູ້ນຳພາຮ່ວມກັນໃນການວາງແຜນການຈັດສັນຢາວັກຊິນກັນໂຄວິດ-19 ທີ່ມີຊື່ວ່າ COVAX. https://www.gavi.org/vaccineswork/covax-explained.

ບັນດາປະເທດຮັ່ງມີເຈັດສິບຫົກປະເທດເປັນສ່ວນນຶ່ງໃນແຜນການ COVAX, ເຊິ່ງມີຈຸດປະສົງແນໃສ່ຊື້ແລະສະໜອງການເຂົ້າເຖິງຢ່າງສະເໝີພາບໃນທົ່ວໂລກ ສຳ ລັບ 92 ປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ, ອີງຕາມການລາຍງານຂອງອົງການຢູນິເຊັບ (UNICEF). [[https://www.unicef.org/press-releases/unicef-lead-procurement-and-supply-covid-19-vaccines-worlds-largest-and-fastest-ever]]

“ນີ້ແມ່ນການຮ່ວມມືກັນຂອງທຸກຝ່າຍລະຫວ່າງລັດຖະບານ, ຜູ້ຜະລິດແລະຄູ່ຮ່ວມງານຫຼາຍຝ່າຍເພື່ອສືບຕໍ່ສະໜັບສະໜຸນໃນການຕໍ່ສູ້ຕ້ານການແຜ່ລະບາດທີ່ຢູ່ໃນລະດັບສູງຂອງພະຍາດໂຄວິດ-19,” ນັ້ນຄືຄໍາເວົ້າຂອງ ທ່ານ ເຮນຣີແອດຕາ ຟໍຣ໌ (Henrietta Fore), ຜູ້ອຳນວຍການຝ່າຍບໍລິຫານຂອງອົງການຢູນິເຊັບ (UNICEF) ທີ່ກ່າວຢູ່ໃນຖະແຫຼງການສະບັບນຶ່ງ. "ໃນການຊອກຫາວັກຊິນຮ່ວມກັນຂອງພວກເຮົາ, ອົງການຢູນິເຊັບ (UNICEF) ກຳລັງໃຊ້ຄວາມເຂັ້ມແຂງທີ່ເປັນເອກະລັກສະເພາະໃນການສະໜອງຢາວັກຊິນເພື່ອໃຫ້ແນ່ໃຈວ່າທຸກປະເທດສາມາດເຂົ້າເຖິງປະລິມານຢາທີ່ປອດໄພ, ໄວ ແລະສະເໝີພາບກັນ ເມື່ອໃດຫາກມີຢາພວກນີ້ອອກມາໄວ້ໃຫ້ໃຊ້."

ໃນເດືອນສິງຫາຜ່ານມາ ຜູ້ອໍານວຍການໃຫຍ່ຂອງອົງການອະນາໄມໂລກ, ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ (Tedros Adhanom Ghebreyesus) ໄດ້ເຕືອນກ່ຽວກັບຄວາມເປັນໄປໄດ້ທີ່ຈະມີບັນດາທີ່ປະເທດຮັ່ງມີກວ່າ ກັກຕຸນຢາວັກຊິນໄວ້ ໂດຍກ່າວວ່າການກະທຳເຊັ່ນນັ້ນຈະເຮັດໃຫ້ຜົນກະທົບຂອງໂຣກລະບາດຮ້າຍແຮງນີ້ ໜັກຂຶ້ນອີກ.

ທ່ານໄດ້ຊຸກຍູ້ການສ້າງສະຖານທີ່ສັກຢາວັກຊິນ COVAX ໃນລະດັບໂລກຂຶ້ນ ໃຫ້ເປັນວິທີໃນການແບ່ງປັນຢາວັກຊິນກັນໂຄວິດ-19 ກັບບັນດາປະເທດທີ່ກຳລັງພັດທະ ນາ. ມີຫລາຍກວ່າ 170 ປະເທດທີ່ໄດ້ຕົກລົງທີ່ຈະເຂົ້າຮ່ວມໃນໂຄງການນີ້ແລ້ວ.

ໃນວັນພຸດຜ່ານມາ, ສະຫະລັດກ່າວວ່າຕົນຈະບໍ່ເຂົ້າຮ່ວມໃນໂຄງການລິເລີ້ມຂອງໂລກເພາະວ່າອົງການອະນາໄມໂລກກຳລັງມີບົດບາດໃນການນຳພາການດໍາເນີນຄວາມພະຍາຍາມດັ່ງກ່າວ.

ໂຄສົກທຳນຽບຂາວທ່ານ ຈູດ ເດຍເຣ (Judd Deere) ໄດ້ອອກຖະແຫຼງການສະບັບນຶ່ງໂດຍກ່າວວ່າສະຫະລັດ"ຈະສືບຕໍ່ມີສ່ວນຮ່ວມກັບຄູ່ຮ່ວມງານສາກົນຂອງພວກເຮົາເພື່ອຮັບປະກັນວ່າພວກເຮົາຈະເອົາຊະນະເຊື້ອໄວຣັສນີ້ໄດ້, ແຕ່ພວກເຮົາຈະບໍ່ຖືກຈຳກັດໂດຍອົງການຈັດຕັ້ງຫຼາຍຝ່າຍທີ່ໄດ້ຮັບອິດທິພົນຈາກອົງການອະນາໄມໂລກ ແລະ ຈີນ ທີ່ສໍ້ລາດບັງຫລວງນັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG