ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ UNICEF ເຕືອນເຖິງ ການເສຍຊີວິດ ຂອງພວກເດັກນ້ອຍ ທີ່ດ້ອຍໂອກາດ


ພວກເດັກນ້ອຍຊາວຊິເຣຍ ທີ່ປະຕີນ ຮວມຕົວກັນ ໃນສູນ ໃກ້ໆກັບ Atma, ແຂວງ Idlib, Syria.
ພວກເດັກນ້ອຍຊາວຊິເຣຍ ທີ່ປະຕີນ ຮວມຕົວກັນ ໃນສູນ ໃກ້ໆກັບ Atma, ແຂວງ Idlib, Syria.

ມີ​ພວກ​ເດັກນ້ອຍ​ເກືອບ 70 ລ້ານ​ຄົນ ທີ່​ມີ​ອາຍຸ​ຕ່ຳ​ກວ່າ 5 ປີ ອາດ​ເສຍ​ຊີວິດ​ລົງ ​ ແຕ່ປະຈຸ​ບັນ​ນີ້ ຈົນ​ເຖິງ​ປີ 2030 ຖ້າ​ຫາກ​ວ່າ​ລັດຖະບານ​ແລະ​ຄູ່​ພາຄີຂອງ​ພວກ​ເຂົາ​ເຈົ້າ ບໍ່​ເພີ້ມການ ດຳ​ເນີນ​ຄວາມ​ພະຍາຍາມເພື່ອ​ໃຫ້​ບັນລຸ​ເປົ້າໝາຍໃນ​ການ​ພັດທະນາ ນັ້ນ​ແມ່ນ​ຄຳ​ເຕືອນ​ຂອງ ອົງການ​ເດັກ​ນ້ອຍ​ຂອງ​ສະຫະ​ປະຊາ​ຊາດ ຫຼື UNICEF.

​ໃນ​ລາຍ​ງານ​ປະຈຳ​ປີ​ຂອງອົງການ​ດັ່ງ​ກ່າວ​ກ່ຽວ​ກັບ​ພວກ​ເດັກນ້ອຍ ທີ່​ນຳ​ອອກ​ເຜີຍ​ແຜ່ ​ໃນ​ວັນ​ອັງຄານ​ມື້​ນີ້ ອົງການ UNICEF ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ ພວກ​ໃຫ້​ຄວາມ​ອຸບປະຖຳ​ແລະ​ອົງການ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານຕ່າງໆ​ໃຫ້​ເພັ່ງ​ເລັງ​ໃສ່​ກຸ່ມ​ພວກ​ເດັກນ້ອຍ​ ທີ່​ດ້ອຍ​ໂອກາດ ​ແລະ​ໃຫ້​ປິດ​ຊ່ອງ​ຫວ່າງ​ນັ້ນ​ເສຍໂດຍໃຫ້​ໂອກາດ​ທີ່​ດີຂຶ້ນ​ໃນ​ອະນາ​ຄົດ ແກ່​ພວກ​ເດັກນ້ອຍ​ເຫຼົ່າ​ນີ້.

“ຄວາມ​ບໍ່​ສະ​ເໝີ​ພາບ​ທີ່​ໃຫຍ່​ຫຼວງ ​ແລະ​ອັນຕະລາຍ​ນີ້​ ແມ່ນ​ຍັງ​ຜົນ​ໃຫ້​ຫຼາຍ​ໄປ​ກວ່າ ການລະ​ເມີດ​ສິດ​ທິ ​ແລະ​ບັ່ນ​ທອນ​ອະນາ​ຄົດ​ຂອງ​ພວກ​ເດັກນ້ອຍ​ແຕ່​ລະ​ຄົນ,” ນັ້ນຄື​ຄຳ​ເວົ້າ​ຜູ້ ອຳນວຍການ​ຂອງ​ອົງການ ​ UNICEF ​ທ່ານ Anthony Lake ​ໄດ້​ລະບຸ​ໄວ້​ໃນ​ລາຍ​ງານ​. ທ່ານ​ຍັງໄດ້​ກ່າວ​ອີກ​ວ່າ “ພວກ​ເຂົາ​ເຈົ້າ​ໄດ້​ລົງ​ເລິກ ​ເຂົ້າ​ໃນ​ລະບົບ​ຂອງ​ຄົນລຸ້ນຕໍ່​ໄປ ຂອງ​ການ​ບໍ່​ມີ​ຄວາມ​ກ້າວໜ້າ ​ແລະ​ຄວາມ​ບໍ່​ສະ​ເໝີ​ພາບ ທີ່​ເປັນ​ບ່ອນ​ທຳລາຍ ຄວາມ​ທ່ຽງ​ດຸນ​ຂອງ​ສັງຄົມ ເຖິງ​ແມ່ນ​ແຕ່​ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ​ໃນ​ທົ່ວ​ທຸກ​ຫົນ​ແຫ່ງ.”

ວິ​ກິດ​ການພວກ​ເຂົ້າ​ເມືອງ​ແລະ​ພວກ​ອົບ​ພະຍົບ​ໄດ້ມີ​ຜົນ​ກະທົບ​ຕໍ່​ຢູ​ໂຣບ​ ​ແມ່ນ​ນຶ່ງ​ໃນ​ຕົວຢ່າງ​ກ່ຽວກັບ​ວ່າຄວາມ​ບໍ່​ສະ​ເໝີ​ພາບ ​ໄດ້​ຂັບ​ດັນ​ໃຫ້​ໂລກບໍ່​ມີ​ສະຖຽນລະ​ພາບ ​ທ່ານ Justin Forsyth ຮອງຜູ້ອຳນວຍການ​ຂອງ​ອົງການ ​ UNICEF ​ໄດ້​ກ່າວ​ໄວ້.

ພະນັກງານຂອງອົງການ UNICEF ຢ້ຽມຢາມ ເມືອງ Freetown, Sierra Leone.
ພະນັກງານຂອງອົງການ UNICEF ຢ້ຽມຢາມ ເມືອງ Freetown, Sierra Leone.

“ການ​ປະສົບ​ປະສານ​ຂອງ​ການ​ປົກຄອງ​ທີ່​ບໍ່​ຖືກຕ້ອງ ບັນຫາ​ຂັດ​ແຍ້​ງ ພ້ອມ​ທັງ​ຄວາມ​ ບໍ່​ສະ​ເໝີ​ພາບ ​ເປັນ​ເຊື້ອ​ໄຟ ຈຸດ​ຂະ​ນວນ​ຈູດ​ຄະ​ນວນ ພາໃຫ້​ມີຍົກຍ້າຍຂອງ​ປະ​ຊາ​ ຊົນ​ເປັນ​ຈຳ ນວນ​ຫລວງຫລາຍ,” ຊຶ່ງ​ທ່ານ​ໄດ້​ກ່າວ​ເຖິງການ​ອົບ​ພະຍົບລົບໜີ​ ​ໄປ​ຈາກ​ ອາ​ຟຣິກາ​ເໜືອ.

ທ່ານ Forsyth ຍັງກ່າວອີກ​ວ່າ ສະພາບ​ການ​ດັ່ງກ່າວ​ນີ້ ສາມາດ​ທີ່​ຈະ​ປັບປຸງ​ໄດ້ ດ້ວຍ​ການ​ລົງທຶນທີ່​ໜ້ອຍໆ​ໃສ່​ດ້ານ​ສຸຂະພາບ ​ແລະ​ການ​ສຶກສາ. “ພວກ​ເຮົາ​ສາມາດ​ຊ່ອຍ​ຊີວິດ​ຂອງ​ພວກ​ເດັກນ້ອຍ​ໄດ້ ປະມານ 147 ລ້ານຄົນ ຈາກ​ການ​ຕາຍ​ທີ່​ອາຍຸ​ຕ່ຳ​ກ່ວາ 5 ປີ ພຽງ​ແຕ່ 2 ​ເປີ​ເຊ​ນ ​ເພີ້​ມຂຶ້ນ ໃນ​ການ​ໃຊ້​ຈ່າຍ​ຢູ່ໃນ 74 ປະ​ເທດ ຊຶ່ງ​ມັນ​ໝາຍ​ເຖິງ​ເງິນ​ຈຳນວນ 30 ພັນ​ລ້ານ​ໂດລາ ຕໍ່​ປີ.”

ອົງການ ​ UNICEF ຮຽກຮ້ອງ​ໃຫ້ປະ​ເທດຕ່າງໆ ​ທຳການວາງ​ແຜນການ​ເພື່ອ​ວ່າ​ປະ​ເທດ ຊາດຂອງ​ພວກ​ເຂົາ​ເຈົ້າ​ຈະ​ສາມາດ​ບັນລຸ​ເປົ້າໝາຍຕ່າງໆ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຕັ້ງ​ໄວ້ໃນ​ການວາງ​ແຜນ​ພັດທະນາ​ແບບ​ຍືນ​ຍົງ ​ພາຍ​ໃນ​ປີ 2030.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG