ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການ UNICEF ເວົ້າວ່າ ເດັກນ້ອຍຫຼາຍກວ່າ 2 ລ້ານຄົນ ໄດ້ຫຼົບໜີຈາກ ຢູເຄຣນ


ອົບພະຍົບ ຢູເຄຣນ ເດີນທາງອອກຈາກເຂດຊາຍແດນໃນເມືອງ ເມດີກາ, ປະເທດ ໂປແລນ. 30 ມີນາ, 2022.
ອົບພະຍົບ ຢູເຄຣນ ເດີນທາງອອກຈາກເຂດຊາຍແດນໃນເມືອງ ເມດີກາ, ປະເທດ ໂປແລນ. 30 ມີນາ, 2022.

ອົງການເດັກນ້ອຍຂອງສະຫະປະຊາຊາດກ່າວວ່າ ເດັກນ້ອຍຫຼາຍກວ່າ 2 ລ້ານຄົນໄດ້ຫຼົບໜີຈາກການຕໍ່ສູ້ໃນ ຢູເຄຣນ, ໂດຍອີກ ສອງລ້ານຫ້າແສນຄົນ ຖືກຂັບໄລ່ອອກຈາກບ້ານຢູ່ໃນປະເທດຂອງເຂົາເຈົ້າ.

ໃນຖະແຫຼງການສະບັບນຶ່ງທີ່ຖືກເປີດເຜີຍໃນວັນພຸດວານນີ້, ອົງການ UNICEF ພ້ອມກັບຫ້ອງ ການຂອງຂ້າຫຼວງໃຫຍ່ເພື່ອສິດທິມະນຸດ ສະຫະປະຊາຊາດ ຫຼື UNCHR ໄດ້ກ່າວວ່າເດັກນ້ອຍປະກອບເປັນຈຳນວນເຄິ່ງນຶ່ງຂອງອົບພະຍົບທັງໝົດຈາກສົງຄາມໃນ ຢູເຄຣນ. ອົງການ UNICEF ໄດ້ລາຍງານວ່າເດັກນ້ອຍຫຼາຍກວ່າ ນຶ່ງລ້ານນຶ່ງແສນຄົນໄດ້ເດີນທາງຮອດໃນປະເທດ ໂປແລນ, ໂດຍ​ທີ່ຫຼາຍຮ້ອຍພັນຄົນ ຍັງໄດ້ເດີນທາງຮອດປະເທດ ໂຣມາເນຍ, ໂມລໂດວາ, ຮັງກາຣີ, ສໂລວາເກຍ ແລະ ສາທາລະນະລັດ ເຊັກ.

ອົງການ UNCHR ໄດ້ບັນທຶກວ່າເດັກນ້ອຍຫຼາຍກວ່າ 100 ຄົນແມ່ນໄດ້ຖືກຂ້າຕາຍໃນລະຫວ່າງຄວາມຂັດແຍ້ງ, ແລະຕື່ມອີກ 134 ຄົນໄດ້ຮັບບາດເຈັບ, ແຕ່ ແນວໃດກໍ່ຕາມອົງການດັ່ງກ່າວເວົ້າວ່າ ຈຳນວນສູງສຸດທີ່ແທ້ຈິງແມ່ນເປັນໄປໄດ້ວ່າຈະສູງຫຼາຍກວ່ານັ້ນ.

ທັງສອງອົງການຂອງສະຫະປະຊາຊາດນັ້ນໄດ້້ເຕືອນວ່າ ເດັກນ້້ອຍທີ່ບໍ່ມີບ່ອນຢູ່ອາໄສ ເຮັດໃຫ້ຄວາມສ່ຽງໃນການຖືກລັກລອບຄ້າຂາຍມະນຸດ ແລະ ການເອົາລັດເອົາປຽບສູງຂຶ້ນ. ເພື່ອພະຍາຍາມທີ່ຈະຫຼຸດຜ່ອນຄວາມສ່ຽງທີ່ເດັກນ້ອຍແລະ ຄົນໄວໜຸ່ມ ປະເຊີນນັ້ນ, ອົງການ UNICEF ແລະ UNHCR ແລະ ລັດຖະ ບານ ແລະ ບັນດາຄູ່ຮ່ວມສັງຄົມພົນລະເມືອງແມ່ນໄດ້ຂະຫຍາຍສູນ “ເມັດສີຟ້າ ຫຼື Blue Dot” ໃນປະເທດທີ່ຕ້ອນຮັບເອົາອົບພະຍົບ, ລວມມີ ໂມລໂດວາ, ໂຣມາເນຍ ແລະ ສໂລວາເກຍ.

ສູນ “Blue Dot” ແມ່ນສະຖານທີ່ຢຸດແວ່ທີ່ປອດໄພທີ່ສາມາດສະໜອງຂໍ້ມູນໃຫ້ຄອບຄົວຕ່າງໆທີ່ເດີນທາງ, ຊ່ວຍລະບຸຕົວເດັກນ້ອຍທີ່ບໍ່ມີຜູ້ໃຫຍ່ຕິດຕາມ ແລະ ຖືກແຍກ ແລະ ຮັບປະກັນການປົກປ້ອງເຂົາເຈົ້າຈາກການຖືກເອົາລັດເອົາປຽບ, ແລະ ເຮັດໜ້າທີ່ເປັນສູນກາງສຳລັບການເຂົ້າຫາການບໍລິການທີ່ຈຳເປັນ.

ອົງການ UNICEF ໄດ້ກ່າວວ່າເຂົາເຈົ້າກໍກຳລັງເຮັດວຽກຢ່າງຮີບດ່ວນກັບລັດ ຖະບານແຫ່ງຊາດ ແລະ ອຳນາດການປົກຄອງອື່ນໆ ໃນທົ່ວພາກພື້ນເຊັ່ນກັນ ເພື່ອນຳເອົາມາດຕະການຕ່າງໆມາສູ່ສະພາບທີ່ຮຽບຮ້ອຍເພື່ອຮັກສາພວກເດັກ ນ້ອຍໃຫ້ປອດໄພ, ລວມທັງເສີມຂະຫຍາຍການປົກປ້ອງການກວດກາເດັກນ້ອຍຢູ່ເຂດຊາຍແດນ.

ໃນຖະແຫຼງການຂອງວັນພຸດວານນີ້, ຜູ້ອຳນວຍການໃຫຍ່ຂອງອົງການ UNICEF ທ່ານນາງ ແຄເທີຣິນ ຣັສແຊລ໌ (Catherine Russell) ໄດ້ກ່າວວ່າ “ສະຖານະການຢູ່ໃນ ຢູເຄຣນ ແມ່ນກຳລັງປັ່ນປ່ວນ.” ໃນຂະນະທີ່ຕົວເລກເດັກນ້ອຍຫຼົບໜີອອກຈາກຂອງບ້ານເຂົາເຈົ້າສືບຕໍ່ສູງຂຶ້ນນັ້ນ, ທ່ານນາງໄດ້ກ່າວວ່າ, ມັນສຳຄັນທີ່ຈະຈື່ໄວ້ວ່າ “ເຂົາເຈົ້າແຕ່ລະຄົນແມ່ນຕ້ອງການການປົກປ້ອງ, ການສຶກສາ, ຄວາມປອດໄພ ແລະ ການສະໜັບສະໜູນ.”

ໃນອາທິດນີ້, ອົງການ UNICEF ໄດ້ເລີ່ມໂຄງການໂອນເງິນສົດ ດ້ານມະນຸດ ສະທຳ ເພື່ອສະໜັບ ສະໜູນຄອບຄົວທີ່ມີຄວາມສ່ຽງທີ່ສຸດ 52,000 ຄອບຄົວໃນ ຢູເຄຣນ. ນອກຈາກນັ້ນ, ອົງການດັ່ງກ່າວ, ໃນອາທິດນີ້, ໄດ້ສົ່ງລົດ 114 ຄົນທີ່ບັນທຸກສິ່ງຂອງສຸກເສີນ 1,275 ໂຕນ ເພື່ອສະໜັບສະ ໜູນເດັກນ້ອຍ ແລະ ຄອບຄົວຕ່າງໆໃນ ຢູເຄຣນ ແລະ ປະເທດທີ່ຢູ່ໃກ້ຄຽງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG