ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

UNICEF ວ່າ ອັດຕາການຕາຍ ຂອງເດັກຕໍ່າກວ່າ 5 ປີ ຫຼຸດລົງຢ່າງຫຼວງຫຼາຍ


ອົງການກອງທຶນເດັກ
ອົງການກອງທຶນເດັກ
ອົງການກອງທຶນເດັກ ສະຫະປະຊາຊາດ ຫຼື UNICEF ກ່າວວ່າ
ອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 5 ປີໄດ້ຫຼຸດລົງຢ່າງຫຼວງ
ຫຼາຍ ໃນຮອບ 20 ປີຜ່ານມານີ້.

ອົງການ UNICEF ກ່າວວ່າ ໃນປີ 2011 ຜ່ານມານີ້ ມີເດັກນ້ອຍ
ອາຍຸຕໍ່າກວ່າ 5 ປີ ຈຳນວນ 6 ລ້ານ 9 ແສນຄົນເສຍຊີວິດສົມທຽບ
ໃສ່ 12 ລ້ານຄົນໃນປີ 1990 ຄືຫຼຸດລົງປະມານ 41% ກວ່າໆ.

ອົງການ UNICEF ເວົ້າວ່າ ອັດຕາການຕາຍທີ່ຫຼຸດລົງຂອງພວກ
ເດັກນ້ອຍຕໍ່າກວ່າ 5 ປີ ສ່ວນນຶ່ງກໍແມ່ນເປັນຍ້ອນ ບັນປະເທດທີ່
ທຸກຍາກຈຳນວນນຶ່ງຮັ່ງມີຂຶ້ນກວ່າເກົ່າ. ແຕ່ສ່ວນນຶ່ງນັ້ນແມ່ນເປັນ
ຍ້ອນໄດ້ຮັບຄວາມຊ່ອຍເຫຼືອທີ່ແນເປົ້າໝາຍໃສ່ການສົ່ງເສີມໃຫ້
ລູກກິນນົມແມ່ແລະການຊັກຢາວັກຊີນປ້ອງກັນພະຍາດຕ່າງໆ.

ບັນດາປະເທດ ທີ່ມີອັດຕາການຕາຍຂອງພວກເດັກນ້ອຍ ອາຍຸຕໍ່າກວ່າ 5 ປີຫຼຸດລົງຫຼາຍທີ່
ສຸດນັ້ນ ແມ່ນພວກປະເທດທີ່ໄດ້ຮັບການຊ່ອຍເຫຼືອຈາກຕ່າງປະເທດຫຼາຍທີ່ສຸດ.

ທ່ານ David Bull ຜູ້ອຳນວຍການອົງການ UNICEF ຂອງອັງກິດກ່າວວ່າ“ຖ້າເຮົາເບິ່ງ
ຄັກໆແລ້ວ ບັນດາປະເທດທີ່ໄດ້ຮັບຜົນດີທີ່ສຸດເຊັ່ນ ສປປ ລາວ ຕີມໍຕາເວັນອອກ ແລະໄລບີເຣຍ ຊຶ່ງປະກອບເປັນ 3 ປະເທດທີ່ໄດ້ຮັບຜົນຫຼາຍທີ່ສຸດນັ້ນ ຊຶ່ງຂ້າພະ ເຈົ້າຄິດວ່າປະເທດທັງ 3 ການຊ່ອຍເຫຼືອແມ່ນສ່ວນປະກອບທີ່ສຳຄັນ.”


ອີງຕາມລາຍງານ ຂອງອົງການ UNICEF ທີ່ຫາກໍນຳອອກເຜີຍແຜ່ ແຈ້ງວ່າ ອັດຕາການ ຕາຍຂອງເດັກນ້ອຍ ອາຍຸຕໍ່າກວ່າ 5 ປີຢູ່ລາວ ໃນຊ່ວງປີ 1990 ຫາ 2011 ໄດ້ຫຼຸດລົງ 72% ຢູ່ຕີມໍຕາເວັນອອກຫຼຸດລົງ 70% ແລະໄລບີເຣຍ ຫຼຸດລົງ 68%.

ສຳຫຼັບລາວອັດຕາການຕາຍຂອງພວກເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີໄດ້ຫຼຸດຈາກ 148 ຄົນ ຕໍ່ເດັກ 1000 ຄົນໃດ ທີ່ເກີດມາມີຊີວິດ ໃນປີ 1990 ລົງມາເປັນ 42 ຄົນ ຕໍ່ເດັກທຸກ 1000 ຄົນ ໃນປີ 2011.

ອົງການ UNICEF ກ່າວວ່າ ສາເຫດສຳຄັນ 5 ຢ່າງ ທີ່ພາໃຫ້ພວກເດັກນ້ອຍອາຍຸຕໍ່າກວ່າ
5 ປີເສຍຊີວິດກໍມີຮວມທັງໂຣກປອດບວມທີ່ປະກອບເປັນ 18% ບັນຫາຊັບຊ້ອນກ່ອນຄອດ
14% ໂຣກຖອກທ້ອງ 11% ບັນຫາຊັບຊ້ອນເວລາຄອດ 9% ແລະໄຂ້ຍຸງ 7%.
XS
SM
MD
LG