ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ UNICEF ໄດ້ປະກາດ ໃຫ້ຄວາມຊ່ວຍເຫຼືອແກ່ບັນດາຄູ ຢູ່ໃນອັຟການິສຖານ


ແຟ້ມຮູບ-ຄູຜູ້ນຶ່ງ ອ່ານໜັງສືຢູ່ໃນຫ້ອງຮຽນຊັ້ນທີ 12 ຢູ່ທີ່ໂຮງຮຽນໃນບ້ານ ລານກາຣ໌ (Langar), ໃນຂົງເຂດ ກາຣາບາ (Qarabagh), ຫ່າງຈາກແຂວງ ກາສນີ (Ghazni) ໄປທາງທິດຕາເວັນຕົກສຽງໃຕ້ປະມານ 56 ກິໂລແມັດ, ໃນແຂວງ ກາສນີ, ວັນທີ 14 ພະຈິກ 2021.
ແຟ້ມຮູບ-ຄູຜູ້ນຶ່ງ ອ່ານໜັງສືຢູ່ໃນຫ້ອງຮຽນຊັ້ນທີ 12 ຢູ່ທີ່ໂຮງຮຽນໃນບ້ານ ລານກາຣ໌ (Langar), ໃນຂົງເຂດ ກາຣາບາ (Qarabagh), ຫ່າງຈາກແຂວງ ກາສນີ (Ghazni) ໄປທາງທິດຕາເວັນຕົກສຽງໃຕ້ປະມານ 56 ກິໂລແມັດ, ໃນແຂວງ ກາສນີ, ວັນທີ 14 ພະຈິກ 2021.

ອົງການ UNICEF ໄດ້ປະກາດໃນມື້ວັນອາທິດວານນີ້ວ່າ ເງິນຊ່ວຍເຫຼືອສຸກເສີນທີ່ໃຊ້ເພື່ອລະບົບການສຶກສາທັງໝົດກ່ຽວກັບຄູຢູ່ໃນ ອັຟການິສຖານ ສໍາລັບເດືອນມັງກອນ ແລະເດືອນກຸມພາ, ໂດຍກ່າວວ່າ ການດໍາເນີນງານດັ່ງກ່າວຈະຍັງຄົງຊ່ວຍໃຫ້ສາມາດເຂົ້າເຖິງລະບົບການສຶກສາສໍາລັບເດັກນ້ອຍຍິງແລະຊາຍ ໃນໄວຮຽນທຸກໆຄົນ.

ການຈ່າຍເງິນທີ່ໄດ້ຮັບທຶນຈາກສະຫະພາບຢູໂຣບ ເຊິ່ງເປັນຈໍານວນເງິນເທົ່າກັບ 100 ໂດລາຕໍ່ເດືອນ ກັບຄູນຶ່ງຄົນ ຈະເປັນປະໂຫຍດ ສໍາລັບຄູຜູ້ຊາຍ ແລະຄູແມ່ຍິງປະມານ 194,000 ຄົນໃນທົ່ວປະເທດຜູ້ທີ່ຍັງບໍ່ໄດ້ຮັບເງິນເປັນເວລາ 6 ເດືອນ.

ອົງການ UNICEF ກ່າວໃນຖະແຫຼງການວ່າ ໜ່ວຍງານ ແລະປະເທດພັນທະມິດໄດ້ເລີ້ມຕົ້ນຮັບຮູ້ເຖິງ “ບົດບາດອັນສໍາຄັນ” ທີ່ຄູເຫຼົ່ານີ້ມີໜ້າທີ່ຕໍ່ການສຶກສາຢູ່ໃນອັຟການິສຖານ ສໍາລັບນັກຮຽນທີ່ເຂົ້າມາຮໍ່າຮຽນໃນໂຮງຮຽນຂອງລັດປະມານ 8,800,000 ຄົນ.

ທ່ານໂມຮໍາເມັດ ອາໂຢຢາ (Mohamed Ayoya), ໂຕແທນຂອງ ອົງການ UNICEF ປະ​ຈຳ​ປະ​ເທດ ກ່າວວ່າ “ຫຼັງຈາກຫຼາຍເດືອນຂອງຄວາມບໍ່ແນ່ນອນ ແລະຄວາມຍາກລໍາບາກສໍາລັບຄູຫຼາຍໆຄົນ, ພວກເຮົາມີຄວາມຍິນດີ ທີ່ຈະຂະ ຫຍາຍການຊ່ວຍເຫຼືອສຸກເສີນໃຫ້ແກ່ຄູຢູ່ໃນໂຮງຮຽນຂອງລັດໃນອັຟການິສຖານ ຜູ້ທີ່ພະຍາຍາມໃຊ້ເວລາໃຫ້ນັກຮຽນໄດ້ຮຽນຮູ້ໃນໃນທຸກໆຍາມ.”

ທ່ານ ອາໂຢຢາ ກ່າວວ່າ UNICEF ມີຄວາມຕ້ອງການເງິນເພີ້ມ 250 ລ້ານໂດລາເພື່ອທີ່ຈະສາມາດຊ່ວຍເຫຼືອຄູຢູ່ໃນໂຮງຮຽນຂອງລັດຕໍ່ໄປ ແລະຮຽກຮ້ອງໃຫ້ຜູ້ບໍລິຈາກຊ່ວຍເຫຼືອໜ່ວຍງານໃນການໃຫ້ທຶນເລີ້ມຕົ້ນ.

ນັບຕັ້ງແຕ່ໄດ້ເຂົ້າຢຶດປະເທດ​ດ້ວຍ​ກຳ​ລັງໃນກາງເດືອນສິງຫາທີ່ຜ່ານມາ, ກຸ່ມຕາລິບານໄດ້ອະນຸຍາດໃຫ້ພວກແມ່ຍິງກັບຄືນ​ໄປເຮັດວຽກໃນດ້ານການແພດ, ການສຶກສາ ແລະເປີດມະຫາວິທະຍາໄລຂອງເອກະຊົນ ແລະຂອງລັດໃຫ້ແກ່ການສຶກສາສໍາລັບແມ່ຍິງ, ໃນຂະນະທີ່ເດັກນ້ອຍຍິງໃນລະດັບມັດທະຍົມກໍກັບຄືນໄປເຂົ້າໂຮງຮຽນໃນຈໍານວນປະມານ 12 ຂອງທັງໝົດ 34 ແຂວງໃນທົ່ວປະເທດ.

ຜູ້ປົກຄອງ​ຂອງ​ກຸ່ມອິສລາມຫົວ​ຮຸນ​ແຮງໃໝ່ ໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະອະນຸຍາດເດັກນ້ອຍຍິງ ກັບຄືນໄປເຂົ້າໂຮງຮຽນ ພາຍໃນທ້າຍເດືອນມີນາ ທີ່ຈະມາເຖິງນີ້, ໂດຍໄດ້ຕ້ອງຕິຕໍ່ຄວາມຫຼ້າຊ້າໃນຂໍ້ຈໍາກັດທາງການເງິນ ແລະເວລາທີ່ໃຊ້ເພື່ອໃຫ້ໝັ້ນໃຈວ່າ ນັກຮຽນແມ່ຍິງສາມາດກັບຄືນເຂົ້າໄປສຶກສາຮໍ່າຮຽນໃນຫ້ອງຮຽນໄດ້ໂດຍສອດຄ່ອງກັບກົດໝາຍ ຊາເຣຍ ຂອງອິສລາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG