ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ກ່າວວ່າ ມີຜູ້ຄົນຖືກບັງຄັບ ໃຫ້ຫຼົບໜີຈາກເຮືອນຊານ ຫຼາຍເປັນປະຫວັດການ


UNHCR Report: Record Number of People Forced to Flee Homes
please wait

No media source currently available

0:00 0:02:27 0:00

ອົງການອົບພະຍົບຂອງສະຫະປະຊາຊາດກ່າວວ່າ ມີຜູ້ຄົນຫຼາຍ
ເປັນປະຫວັດການຢູ່ໃນທົ່ວໂລກ ຕ້ອງອົບພະຍົບຫລົບໄພຍ້ອນ
ສົງຄາມ ຄວາມຮຸນແຮງແລະການປະຫັດປະຫານ ແລະຈຳນວນ
ຜູ້ຄົນທີ່ຖືກບັງຄັບ ໃຫ້ຫຼົບໜີໄປຈາກເຮືອນຊານບ້ານຊ່ອງຂອງ
ພວກເຂົາເຈົ້າແມ່ນເພີ້ມຂຶ້ນຢ່າງວ່ອງໄວ.

ໃນລາຍງານສະບັບໃໝ່ທີ່ນຳອອກເຜີຍແຜ່ໃນວັນພະຫັດມື້ນີ້ອົງ
ການ UNHCR ກ່າວວ່າ ມາຈົນຮອດທ້າຍປີ 2014 ມີເກືອບ 60
ລ້ານຄົນ ໄດ້ຖືກບັງຄັບໃຫ້ອົບພະຍົບຫລົບໄພໜີໄປຈາກເຮືອນ
ຊານຂອງພວກເຂົາເຈົ້າ ປະມານ 8 ລ້ານຄົນ ຫລາຍກວ່າປີກ່ອນ
ແລະປະມານ 20 ລ້ານຄົນ ຫຼາຍກວ່າເມື່ອນຶ່ງທົດສະວັດຜ່ານມາ.
ການເພີ້ມຂຶ້ນຫລັງຈາກປີ 2013 ແມ່ນສູງສຸດເທົ່າທີ່ເຄີຍມີມາພາຍໃນໄລຍະນຶ່ງ ປີ.

ສາເຫດສຳຄັນທີ່ພາໃຫ້ຜູ້ຄົນຫຼົບໜີໄປຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າເລີ້ມ
ຂຶ້ນໃນປີ 2011 ດ້ວຍສົງຄາມກາງເມືອງຢູ່ຊີເຣຍ ແຕ່ໃນຮອບຫ້າປີຜ່ານມານີ້ ບັນຫາຂັດ ແຍ້ງດ້ວຍກຳລັງອາວຸດ ແລະການປະຫັດປະຫານ ກໍເປັນສາເຫດ ທີ່ພາໃຫ້ຜູ້ຄົນຕ້ອງໄດ້ ຫລົບໜີໄປຈາກເຮືອນຊານຂອງພວກເຂົາເຈົ້າຢູູ່ໃນອາຟຣິກາ ເອເຊຍແລະຢູໂຣບ. ໃນປີ ກາຍນີ້ ມີ 42,500 ຄົນ ຫລົບໜີໄປຈາກເຮືອນ ຊານຂອງພວກເຂົາເຈົ້າໃນແຕ່ລະມື້ຍ້ອນ ຄວາມຮຸນແຮງປະເພດໃດປະເພດນຶ່ງ.

ທ່ານ Antonio Guterres ຂ້າຫຼວງໃຫຍ່ໃນດ້ານອົບພະຍົບຂອງສະຫະປະຊາຊາດກ່າວ
ວ່າ “ໂລກຂອງເຮົາ ໄດ້ເກີດຄວາມສັບສົນວຸ້ນວາຍ ແລະຖ້າຜູ້ຄົນ ຫາກຄິດວ່າ ການຊ່ອຍ ເຫຼືອດ້ານມະນຸດສະທຳສາມາດກຳຈັດປັດເປົ່າບັນຫານີ້ໄດ້ ເຂົາເຈົ້າແມ່ນຜິດພາດ. ພວກ ເຮົາບໍ່ມີຄວາມສາມາດທີ່ຈະປົວແປງໄດ້.”

ທ່ານ Guterres ກ່າວຕື່ມວ່າ ນຶ່ງໃນຈຳນວນມະນຸດທຸກໆ 122 ຄົນໃດ ເວລານີ້ກຳລັງຕົກ ຢູ່ໃນສະພາບເປັນອົບພະຍົບຫລືຫຼົບໄພພາຍໃນປະເທດຫລືບໍ່ກໍພວມຊອກສະແຫວງຫາ
ບ່ອນລີ້ໄພ. ລາຍງານດັ່ງກ່າວແມ່ນສະທ້ອນໃຫ້ເຫັນເຖິງສະພາບການຂອງໂລກໃນທຸກມື້
ນີ້.

ຊີເຣຍໃນປັດຈຸບັນ ແມ່ນເປັນບ່ອນທີ່ກໍ່ໃຫ້ເກີດມີຜູ້ຫລົບໄພພາຍໃນປະເທດ ແລະອົບພະ
ຍົບ ໃຫຍ່ທີ່ສຸດໃນໂລກ ຕິດຕາມດ້ວຍ ອັຟການິສຖານ ແລະໂຊມາເລຍ. ປະເທດເພື່ອນ ບ້ານຂອງຊີເຣຍ ເຊັ່ນເທີກີ ໄດ້ກາຍເປັນປະເທດ ທີ່ໃຫ້ບ່ອນພັກພາອາໄສແກ່ອົບພະຍົບ ຫຼາຍທີ່ສຸດໃນໂລກ. ກຣີສແລະອີຕາລີ ກໍເຕັມໄປດ້ວຍພວກອົບພະຍົບ ທີ່ຕ້ອງການຢາກ
ໄປຕັ້ງຖິ່ນຖານໃໝ່ຢູ່ໃນຢູໂຣບ.

UN Refugees
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG