ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ UNHCR ກ່າວວ່າ ບໍ່ແມ່ນ ອົບພະຍົບ ອັຟການິສຖານ ທັງໝົດ ເປັນຜູ້ກໍ່ການຮ້າຍ


ຂ້າຫລວງໃຫຍ່ ດ້ານອົບພະຍົບ ຂອງ ສປຊ ທ່ານ Filippo Grandi ລົມກັບອົບພະຍົບແມ່ຍິງອັຟການິສຖານຄົນນຶ່ງ.
ຂ້າຫລວງໃຫຍ່ ດ້ານອົບພະຍົບ ຂອງ ສປຊ ທ່ານ Filippo Grandi ລົມກັບອົບພະຍົບແມ່ຍິງອັຟການິສຖານຄົນນຶ່ງ.

ອົງການ​ສະຫະ​ປະຊາ​ຊາດ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ກ່າວ​ອ້າງ​ຂອງ​ປາ​ກິ​ສຖານທີ່​ວ່າ ອົບ​ພະຍົບອັຟກາ​ນິສຖານ​ໄດ້​ກາຍ​ເປັນ​ແຫ​ລ່ງທີ່​ມາ​ຂອງ​ພວກ​ກໍ່​ການ ຮ້າຍ​ຢູ່​ພາຍ​ໃນ​ປະ​ເທດ ​ໂດຍ​ຮຽກ​ໃຫ້​ລັດຖະບານ​ປະ​ເທດ​ເຈົ້າພາບ ບໍ່​ໃຫ້​ອອກ ລະບຽ​ບການແກ້​ໄຂແບບ​ຟ້າວ​ຟັ່ງ ​ໃນ​ການຈັດ​ສົ່ງ​ພວກ​ອົບ​ພະຍົບ​ເຫລົ່ານີ້ ກັບ​ຄືນ​ໄປ​ຍັງ​ອັຟກາ​ນິສຖານ.

ຂ້າ​ຫລວງ​ໃຫຍ່​ດ້ານ​ອົບ​ພະຍົບຂອງ​ສະຫະ​ປະຊາຊາດ ທ່ານ Filippo Grandi ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ຢູ່​ປາ​ກິ​ສຖານ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ການ​ຢຸດ​ແວ່​ບ່ອນ​ສຸດ​ທ້າຍ​ຂອງ​ການ​ຢ້ຽມຢາມ​ສາມ​ປະ​ເທດ ທີ່​ຮວມທັງ​ອີຣ່ານ​ແລະ​ອັຟການິສຖານ ​ເພື່ອ​ເຕືອນ​ປະຊາ​ຄົມນາໆ​ຊາດ ​ເຖິງ​ຄວາມ​ສຳຄັນ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ອົບ​ພະຍົບອັຟກາ​ນິສຖານ​ທີ່​ຖືກ​ແກ່​ຍາວ​ມານັ້ນ.

​ເຈົ້າໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ວິ​ກິ​ດກາ​ນອົບພະຍົບ​ທີ່​ເພີ້ມທະວີ​ຂຶ້ນຂອງ​ໂລກ ພາ​ໃຫ້​ໂລກຫລົງ​ລືມ​ພວກ​ອົບ​ພະຍົບອັຟການ​ກິ​ສຖານ​ຫລາຍ​ລ້ານຄົນ​ທີ່​ຍັງ​ອາ​ໄສ ​ຢູ່ໃນ​ປະ​ເທດ​ປາ​ກິ​ສຖານ​ແລະ​ອີຣ່ານ.

ການ​ໃຫ້​ຄວາ​ມຊ່ອຍ​ເຫລືອ​ຂອງ​ຕ່າງປະ​ເທດ​ທີ່​ຫລຸດ​ໜ້ອຍ​ລົງຕະຫລອດ​ທັງ​ການໂຈມ​ຕີ​ ກໍ່ການ​ຮ້າຍ ​ທີ່​ພວມ​ເພີ້ມທະວີ​ຂຶ້ນ ພວກ​ເຂົາ​ເຈົ້າກ່າວ​ວ່າ ຍັງ​ພາ​ໃຫ້​ມີການ​ມອງ​ເຫັນ​ວ່າ ​ໄດ້​ມີີ​ການ​ກົດ​ດັນ​ແບບ​ປະສານ​ງານ​ກັນ​ຈາກ​ລັດຖະບານ​ປາ​ກິ​ສຖານ​ເພື່ອ​ຈັດ​ສົ່ງ​ອົບ​ພະ ຍົບອັຟກາ​ນິສຖານ ​3 ລ້ານ​ຄົນ​ກັບ​ຄືນ​ປະ​ເທດ ຮວມທັງ​ພວກ​ທີ່​ບໍ່​ມີ​ເອກ​ກະສາ​ນ 1 ລ້ານ​ຄົນ​ນຳ​ດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG