ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ້າຫລວງໃຫຍ່ສິດທິມະນຸດ ຂອງອົງການສະຫະປະຊາຊາດ: ສິດທິມະນຸດຢູ່ໃນສະພາວະອັນຕະລາຍ ເນື່ອງຈາກບັນດາຄ່ານິຍົມພື້ນຖານ ຖືກເບິ່ງຂ້າມ


ແຟ້ມພາບ -ຂ້າຫລວງໃຫຍ່ສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານໂວກເກີ ເທິກ ກ່າວໃນລະຫວ່າງກອງປະຊຸມສະພາສິດທິມະນຸດຂອງສະຫະປະຊາຊາດ ຄັ້ງທີ 52 ໃນນະຄອນ ເຈນີວາ ວັນທີ 6 ມີນາ 2023
ແຟ້ມພາບ -ຂ້າຫລວງໃຫຍ່ສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານໂວກເກີ ເທິກ ກ່າວໃນລະຫວ່າງກອງປະຊຸມສະພາສິດທິມະນຸດຂອງສະຫະປະຊາຊາດ ຄັ້ງທີ 52 ໃນນະຄອນ ເຈນີວາ ວັນທີ 6 ມີນາ 2023

ຂ້າ​ຫລວງ​ໃຫຍ່​ສິດ​ທິ​ມະ​ນຸດ ຂອງອົງການ​ສ​ະ​ຫະ​ປະ​ຊາ​ຊາດ ທ່ານ​ໂວກ​ເກີ ເທິກ ​ກ່າວວ່າ ສິດທິມະນຸດໃນທົ່ວໂລກ ແມ່ນຢູ່ໃນສະພາວະອັນຕະລາຍ ເນື່ອງຈາກປະເທດຕ່າງໆ ບໍ່ເຄົາລົບສິດທິ ແລະ ເສລີພາບຂັ້ນພື້ນຖານຂອງທຸກຄົນ ຕາມທີ່ໄດ້ກຳນົດໄວ້ໃນ​ຄຳ​ປະ​ກາດສາກົນກ່ຽວກັບສິດທິມະນຸດ.

ຂ້າ​ຫລວງ​ໃຫຍ່​ສິດ​ທິ​ມະ​ນຸດຂອງອົງການ​ສ​ະ​ຫະ​ປະ​ຊາ​ຊາດ ເຊິ່ງ​ກ່າວ​ໃນ​ວັນ​ຈັນ​ນີ້ ໃນພິທີ​ເປີດ​ກອງ​ປະຊຸມ​ໄລຍະ 4 ອາທິດ​ ຂອງ​ສະພາ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ ກ່າວ​ຕໍ່​ຄະນະສະພາ​ທີ່​ເຕັມ​ໄປດ້ວຍຜູ້ເຂົ້າຮ່ວມ ວ່າສິດທິ​ມະນຸດ ຊຶ່ງ​ເປັນ​ພື້ນຖານ​ສຳຄັນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ເວລາ​ນີ້ “ຢູ່​ໃນ​ຈຸດຫັນປ່ຽນ​ທີ່​ສຳຄັນ” ຍ້ອນ​ສິ່ງ​ທີ່​ທ່ານໄດ້​ກ່າວ​ນັ້ນ ​ແມ່ນ​ຜົນ​ປະ​ໂຫຍ​ດທີ່ຮັບໃຊ້ຕົນເອງຂອງ​ລັດຖະບານ​ທີ່​ກົດ​ຂີ່, ເຊິ່ງ​ໃນ​ທັດສະນະ​ຂອງທ່ານ​ແມ່ນ​ມັນກຳລັງມີ​ຄວາມ​ສຳຄັນ ເໜືອກວ່າການ​ຮ່ວມ​ມືສາກົນ​ ເພື່ອ​ຊຸກຍູ້​ສິດທິ​ມະນຸດ.

ໃນ​ການ​ທົບ​ທວນ​ຄືນ ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສິດ​ທິ​ມະ​ນຸດທົ່ວ​ໂລກຂອງຫຼາຍ​ສິບ​ປະ​ເທດ, ທ່ານເທິກ ​ໄດ້ເນັ້ນເຖິງ​ຄວາມ​ໂຫດ​ຮ້າຍ ​ແລະ​ອາດ​ຊະ​ຍາ​ກໍາ​ຫຼາຍ​ຢ່າງ ​ທີ່​ເກີດຂຶ້ນ​ໃນ​ທຸກ​ພາກ​ພື້ນ​ຂອງ​ໂລກ.

ໃນບົດລາຍງານທີ່ມີພຽງແຕ່ 2 – 3 ລັດຖະບານເທົ່າ​ນັ້ນ ທີ່ບໍ່ໄດ້ຖືກກ່າວເຖິງ, ທ່ານໄດ້ຕິຕຽນຢ່າງໜັກຕໍ່ສະຖິຕິດ້ານສິດທິມະນຸດ ຂອງຮອນດູຣາສ (Honduras), ໂດຍສະແດງຄວາມກັງວົນ ກ່ຽວກັບຄວາມຂັດແຍ້ງກ່ຽວກັບ ທີ່ດິນ ແລະ "ການໂຈມຕີຕໍ່ສິດທິມະນຸດ ແລະນັກອະນຸລັກສິ່ງແວດລ້ອມ." ທ່ານ​ໄດ້​ກ່າວ​ປະນາມ​ອຳນາດ​ການ​ປົກຄອງ ຂອງນິກາຣາກົວ (Nicaraguan) ​ໃນ​ການ​ບ່ອນທຳລາຍ​ສິດທິ​ມະນຸດ​ຂອງ​ປະຊາຊົນ​ຂອງພວກເຂົາ “ດ້ວຍ​ການ​ປາບປາມ​ສັງຄົມ​ພົນລະ​ເຮືອນ ຢ່າງ​ຮຸນ​ແຮງ​ ​ ​ແລະ​ການ​ຫຼຸດ​ພື້ນ​ທີ່​ຂອງ​ພົນລະ​ເມືອງລົງ​ຢ່າງ​ຫຼວງຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG