ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UNHCR ຂໍໃຫ້ໄທໃຫ້ເວລາ ແກ່ອົບພະຍົບມຽນມາຕື່ມ


ເຮືອຖ້ຽວສຸດທ້າກຳລັງນຳເອົາອົບພະຍົບມຽນມາທີ່ໄດ້ລົບໜີໄປຢູ່ໄທ ນັ້ນກັບຄືນໄປມຽນມາ ໂດຍຜ່ານແມ່ນໍ້າເມີຍ
ແຂວງແມ່ສອດຂອງໄທ, ໃນວັນທີ 10 ພະຈິກ 2010.
ເຮືອຖ້ຽວສຸດທ້າກຳລັງນຳເອົາອົບພະຍົບມຽນມາທີ່ໄດ້ລົບໜີໄປຢູ່ໄທ ນັ້ນກັບຄືນໄປມຽນມາ ໂດຍຜ່ານແມ່ນໍ້າເມີຍ ແຂວງແມ່ສອດຂອງໄທ, ໃນວັນທີ 10 ພະຈິກ 2010.

ອົງການ​ຂ້າ​ຫລວງ​ໃຫຍ່ຮັບຜິດ​ຊອບ ເລື້ອງອົບ​ພະຍົບຂອງ​
ສະຫະ​ປະຊາ​ຊາດຫລື UNHCR ​ເວົ້າວ່າ ອົບ​ພະຍົບຈຳ
ນວນ 15,000​ຄົນ ທີ່​ໄດ້​ລົບໜີ​ໄປ​ຢູ່​ໄທ ​ໃນຕົ້ນອາທິດ​ນີ້
ໄດ້​ຂ້າມກັບຄືນໄປມຽນມາແລ້ວ​.

ແຕ່​ອົງການ​ດັ່ງກ່າວ​ກໍ​ໄດ້ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ມີ​
ຫລາຍ​ຄົນ​ອາດກັບຄືນ​ໄປ​ໄວ​ໂພດ ​ໂດຍ​ທີ່​ສະພາບ​ການ​
ຍັງບໍ່ປອດ​ໄພ​ສຳລັບ​ເຂົາ​ເຈົ້າ​ເທື່ອ.

ທ່ານ​ Adrian Edwards ໂຄ​ສົກ​ຂອງອົງການ UNHCR
ເວົ້າວ່າ​ລາຍງານຈາກ​ສະໜາມ​ໃນ​ວັນ​ສຸກ​ມື້ວານ​ນີ້ສະ​ແດງ​
ໃຫ້​ເຫັນ​ວ່າ ບາງ​ເຂດ​ແມ່ນ​ປອດ​ໄພແລ້ວ ແຕ່ບາງເຂດ​ຍັງ​ເປັນອັນຕະລາຍຢູ່. ທ່ານ​ກ່າວ​ວ່າ
ລາຍ​ງານ​ໄດ້ເວົ້າວ່າ ການ​ສູ້ຮົບກັນ​ໄດ້​ເກີດ​ຂຶ້ນຄືນ​ອີກ ​ໃນ​ວັນ​ພະຫັດ ​ແລະ ວັນ​ສຸກ ຢູ່ທີ່
ບ້ານ Maekata ແລະ Halokani ແລະທ່ານກ່າວວ່າອາດມີການປະທະກັນເກີດຂຶ້ນອີກ
ກໍເປັນໄດ້.

ທ່ານ Edwards ເວົ້າວ່າ ການສູ້ລົບກັນຄັ້ງໃໝ່ໄດ້ເກີດຂຶ້ນຫຼັງຈາກ ທະຫານໄທໃຫ້ສັນ
ຍານວ່າ ມີຄວາມປອດໄພແລ້ວສຳລັບພວກອົບພະຍົບທີ່ຈະກັບຄືນປະເທດ. ທ່ານເວົ້າວ່າ
ເນື່ອງຈາກສະຖານະການຍັງ ບໍ່ທັນເປັນທີ່ຈະແຈ້ງ ແລະມີການສ່ຽງຕໍ່ຄວາມປອດໄພຢູ່ນັ້ນ
ອົງການ UNHCR ຈຶ່ງຮ້ອງຂໍໃຫ້ລັດຖະບານໄທ ໃຫ້ເວລາເພີ່ມຕື່ມແກ່ພວກອົບພະຍົບ
ເພື່ອຕັດສິນໃຈວ່າ ເຂົາເຈົ້າມີຄວາມຮູ້ສຶກວ່າປອດໄພທີ່ຈະກັບຄືນປະເທດຫຼືບໍ່.

XS
SM
MD
LG