ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍລ້ານຄົນ ອາໄສຢູ່ ພາຍໃຕ້ ຮົ່ມເງົາ ຂອງ ໄພຂົ່ມຂູ່ ທາງດ້ານນິວເຄລຍ ຈາກເກົາຫຼີເໜືອ


ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Antonio Guterres ກ່າວຖະແຫລງ ໃນກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 72 ຢູ່ທີ່ສຳນັກງານໃຫຍ່ ຂອງ ສປຊ ໃນນະຄອນ New York, ວັນທີ 19 ກັນຍາ 2017.
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Antonio Guterres ກ່າວຖະແຫລງ ໃນກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 72 ຢູ່ທີ່ສຳນັກງານໃຫຍ່ ຂອງ ສປຊ ໃນນະຄອນ New York, ວັນທີ 19 ກັນຍາ 2017.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Antonio Guterres ໄດ້ເປີດ
ກອງປະຊຸມສະມັດຊາໃຫຍ່ ເປັນຄັ້ງທຳອິດຂອງ​ທ່ານ ໃນວັນອັງຄານວານນີ້ ດ້ວຍ
ການເຕືອນວ່າ ຄວາມ​ໄຝ່ຝັນຢາກມີນິວເຄລຍ ຂອງເກົາຫຼີເໜືອນັ້ນ ເປັນບັນຫາທ້າ
ທາຍທີ່​ໃຫຍ່ທີ່ສຸດຂອງໂລກ.

ທ່ານ Guterres ໄດ້ກ່າວທີ່​ສຳນັກງານ​ໃຫຍ່​ສະຫະ​ປະຊາຊດໃນນະຄອນ New York
ວ່າ “ການ​ແຜ່ຂະຫຍາຍ ຂອງນິວເຄລຍ ໃນປັດຈຸບັນນີ້ ​ເປັນໄພອັນຕະລາຍ ທີ່ຄາດ
ຄິດບໍ່ເຖິງໄດ້ ແລະ ​ເຮັດ​ໃຫ້ການ​ຫຼຼຸດຜ່ອນອາວຸ​ດ ​ເປັນ​ອຳມະພາດ.”

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Antonio Guterres ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຢູ່ທີ່ສຳນັກງານໃຫຍ່ ໃນນະຄອນ New York, ວັນທີ 19 ກັນຍາ 2017.
ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Antonio Guterres ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຢູ່ທີ່ສຳນັກງານໃຫຍ່ ໃນນະຄອນ New York, ວັນທີ 19 ກັນຍາ 2017.

“ຫຼາຍລ້ານຄົນ ອາໄສຢູ່ພາຍໃຕ້ຮົ່ມເງົາຂອງກຸ່ມພວກຄົນທີ່ເປັນຕາຢ້ານ ດ້ວຍການ
ທ້າ​ທາຍ​ເກາະ​ຜິດ​ທາງດ້ານນິວເຄລຍ ແລະ ການທົດລອງຍິງລູກສອນໄຟຕ່າງໆ
ໂດຍ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີເໜືອ”
ນັ້ນແມ່ນຄຳເວົ້າ
ຂອງເລຂາທິການໃຫຍ່ ສະຫະປະຊາຊາດ ທີ່ໝາຍເຖິງເກົາຫຼີເໜືອ ໂດຍໃຊ້ຊື່ທີ່ເປັນ
ທາງການ. ທ່ານກ່າວອີກວ່າ “ຂ້າພະເຈົ້າຂໍປະນາມ ການທົດລອງ ເຫຼົ່ານັ້ນ ຢ່າງ
ແຈ່ມແຈ້ງ.”

ທ່ານ Guterres ໄດ້ຊົມເຊີຍຄວາມສາມັກຄີ ຂອງສະພາຄວາມໝັ້ນຄົງ ອົງການ
ສະຫະປະຊາຊາດ ໃນການວາງມາດຕະການລົງໂທດ ທີ່ຮັດກຸມ ແລະ ລົງ​ໂທດທາງ
ດ້ານເສດຖະກິດ ຕໍ່ພຽງຢາງ ເມື່ອບໍ່ດົນມານີ້ ໂດຍກ່າວວ່າ ການເຄື່ອນໄຫວນີ້ ໄດ້ສົ່ງ
“ສັນຍານອັນຈະແຈ້ງ” ເຖິງຜູ້ນຳຢູ່​ໃນ​ປະ​ເທດດັ່ງກ່າວ.

ທ່ານໄດ້ເຕືອນວ່າ “ການເວົ້າຈາທີ່ຮຸນແຮງ ສາມາດນຳໄປສູ່ ການເຂົ້າໃຈຜິດ ທີ່ເປັນ ອັນຕະລາຍຮ້າຍແຮງ. ການແກ້ໄຂ ຕ້ອງເປັນດ້ານການເມືອງ-ນີ້ເປັນເວລາ ສຳລັບ
ຄວາມເປັນລັດຖະບຸລຸດ - ພວກເຮົາຕ້ອງບໍ່ ຍ່າງໃນຂະນະທີ່ຫລັບຢູ່ ແລ້ວກ້າວເຂົ້າ
ໄປສູ່ສົງຄາມ.”

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຢູ່ສຳນັກງານໃຫຍ່ ສະຫະປະຊາຊາດ ໃນນະຄອນ New York, ວັນທີ 19 ກັນຍາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຢູ່ສຳນັກງານໃຫຍ່ ສະຫະປະຊາຊາດ ໃນນະຄອນ New York, ວັນທີ 19 ກັນຍາ 2017.


ບໍ່​ຮອດນຶ່ງຊົ່ວໂມງ ຕໍ່ຈາກນັ້ນມາ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂຶ້ນ
ສູ່ເວທີ ເພື່ອກ່າວຄຳປາໄສຂອງທ່ານເປັນຄັ້ງທຳອິດ ຢູ່ທີ່ອົງການສະຫະປະຊາຊາດ
ແລະ ໄດ້ເຕືອນ ເກົາຫຼີເໜືອ ວ່າ ຖ້າສະຫະລັດ ຖືກກົດດັນໃຫ້ປ້ອງກັນໂຕເອງ ຫຼື ບັນດາ
ພັນທະມິດຂອງຕົນແລ້ວ ສະຫະລັດຈະບໍ່ມີທາງເລືອກ ມີແຕ່ ຈະທຳລາຍເກົາຫຼີເໜືອ
ໃຫ້ສິ້ນຊາກ.”

ທ່ານທຣຳ ໄດ້ກ່າວວ່າ “ມະນຸດຈະຫຼວດ ແມ່ນກຳລັງທຳພາລະກິດ ສະຫລະຊີບສຳລັບ
ຕົວລາວເອງ ແລະ ສຳລັບ ລະບອບການປົກຄອງຂອງລາວ”
ໂດຍໃຊ້ຊື່ຫລິ້ນທີ່ທ່ານໄດ້
ຄິດຂຶ້ນມາ ສຳລັບ Kim Jong Un. ທ່ານໄດ້ກ່າວຕື່ມວ່າ “ສະຫະລັດ ແມ່ນພ້ອມແລ້ວ
ເຕັມໃຈ ແລະ ສາມາດ ແຕ່ຫວັງວ່າ ມັນຈະບໍ່ມີຄວາມຈຳເປັນ.”

ໃນຄຳປາໄສ ຕໍ່ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຂອງ ປະທາ ນາທິບໍດີ
ໄນຈີເຣຍ ທ່ານ Muhammadu Buhari ໄດ້ສະເໜີ​ໃຫ້ສະພາຄວາມໝັ້ນຄົງອົງການ
ສະຫະປະຊາຊາດ ສົ່ງຄະນະຜູ້ແທນ ໄປຍັງພຽງຢາງ ເພື່ອພົວພັນ ກັບຜູ້ນຳເກົາຫຼີເໜືອ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG