ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກ່າວຄໍາປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ ອັດລົງໃນມື້ນີ້


ທ່ານນາງ Hina Rabbani Khar ລັດຖະມົນຕີຕ່າງປະເທດປາກິສຖານ ກ່າວຄໍາປາໄສຕໍ່ສະມັດຊາໃຫຍ່ ສະຫະປະຊາຊາດ.
ວັນທີ 28 ກັນຍາ 2011.
ທ່ານນາງ Hina Rabbani Khar ລັດຖະມົນຕີຕ່າງປະເທດປາກິສຖານ ກ່າວຄໍາປາໄສຕໍ່ສະມັດຊາໃຫຍ່ ສະຫະປະຊາຊາດ. ວັນທີ 28 ກັນຍາ 2011.

ການ​ກ່າວຄຳປາໄສປະ​ຈໍາປີ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດໄດ້​ເສັດ​ສິ້ນ​ລົງ​ ​ໂດຍຣັດ​ເຊຍ​ ຮຽກຮ້ອງ​ໃຫ້​ທໍາ​ການ​ຍົກ​ເລີກ​ເຂດ​ຫ້າມ​ບິນ​ເໜືອ​ນ່ານຟ້າ​ຂອງ​ລີ​ເບຍ ປາ​ກິ​ສ ຖານ​ເນ້ນ​ຄືນ​ອີກ​ເຖິງ​ຄວາມໝາຍໝັ້ນຕັ້ງໃຈ ໃນ​ການ​ຕໍ່ສູ້​ປາບປາມພວກ​ກໍ່​ການ​ຮ້າຍ​ຂອງ​ຕົນ ​ແລະ​ເກົາຫລີ​ເໜືອ​ແລະ Venezuela ຕໍາ​ໜິຕິຕຽນນະ​ໂຍບາຍ​ຕ່າງໆ​ຂອງ​ສະຫະລັດ​ອາ​ເມ ຣິກາ.

ໃນ​ວັນ​ອັງຄານ​ວານ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ກ່າວ​ວ່າ ມັນ​ສົມຄວນ​ແກ່​ເວລາແລ້ວ​ທີ່​ຈະຍົກ​ເລີກເຂດຫ້າມບິນເໜືອລີເບຍທີ່ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃຫ້ການອະນຸມັດ​ ແລະປະຕິບັດການໂດຍກຸ່ມ​ເນ​ໂຕ້ນັ້ນ. ຂໍ້​ກໍານົດ​ຕ່າງໆ​ເຫລົ່າ​ ນີ້​ແມ່ນ​ໄດ້​ມີ​ຂຶ້ນ​ໃນ​ເດືອນ​ມີນາ​ຜ່ານ​ມາ​ເພື່ອ​ປົກ​ປັກ​ຮັກສາ​ພວກ​ພົນລະ​ເຮືອນ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ກໍາລັງ​ຂອງອະດີດ​ຜູ້​ນໍາລີ​ເບຍ ​ທ່ານ​ມວມມາ​ ກາດ​ດາ​ຟີ ຊຶ່ງ​ເວລາ​ນີ້​ໄດ້​ຖືກ​ໂຄ່ນ​ລົ້ມ​ອອກ​ຈາກ​ອໍານາດ​ໄປ​ແລ້ວ​ນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດ​ປາ​ກິ​ສຖານ ທ່ານນາງ Hina Rabbani Khar ກ່າວ​ວ່າ ປະ​ເທດ​
ຂອງ​ທ່ານ​ນາງ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ກວດ​ລ້າງພວກ​ກໍ່​ການ​ຮ້າຍ​ໃຫ້​ໝົດ​ໄປ ບໍ່​ພຽງ​ແຕ່​ພາຍ​ໃນ
ປະ​ເທດ​ເທົ່າ​ນັ້ນ ​ແຕ່ຈາກ​ພາກ​ພື້ນ​ແລະໃນ​ທົ່ວ​ໂລກ​ນໍາ. ທ່ານ​ນາງ Rabbani Khar ​ໄດ້
ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ໄມ້​ຮ່ວມ​ມື​ຂອງລະຫວ່າງ​ຊາດຢ່າງ​ພ້ອມພຽງ​ກັນ ​ເພື່ອໃຫ້​ຄວາມ​
ຊ່ອຍ​ເຫລືອແກ່​ຄວາມ​ຄວາມ​ພະຍາຍາມ​ດັ່ງກ່າວ.

ກ່ອນ​ໜ້າ​ນັ້ນ ​ໂຄສົກ​ປະ​ຈໍາ​ທໍານຽບຂາວ​ຂອງ​ສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້ປາ​ກິ​ສຖານ​ທໍາ​ການ​ເຄື່ອນ​ໄຫວ​ໃນ​ການ​ຮັບ​ມື​ກັບເຄືອ​ຂ່າຍ Haqqani ​ ​ທີ່​ມີ​ຄວາມ​ເຊື່ອມ​ໂຍງ​ກັນ​ກັບ​ກຸ່ມ​ຕາ​ລີ​ບັນ ຊຶ່ງ​ທາງລັດຖະບານ​ກຸງ​ວໍ​ຊິງ​ຕັນ​ກ່າວ​ວ່າ ​ເປັນ​ຜູ້​ທໍາ​ການ​ໂຈມ​ຕີ​ຕ່າງໆ​ໃນ​ອັຟກາ​ນິສຖານ​ ຈາກ​ຖານປະຕິບັດ​ງານ​ຂອງ​ພວກ​ເຂົາ​ໃນ​ເຂດ​ຊົນ​ເຜົ່າ Waziristan ​ເໜືອ​ຂອງປາ​ກິ​ສຖານ​ນັ້ນ.

ທ່ານ Pak Kil Yon ຮອງ​ລັດຖະມົນຕີ​ຕ່າງປະ​ເທດ​ເກົາຫລີ​ເໜືອຖິ້ມໂທດ​ໃສ່ສະຫະລັດ
ສໍາລັບ​ຄວາມ​ເຄັ່ງ​ຕຶງ​ທີ່​ເກີດ​ຂຶ້ນ​ໃນ​ແຫລມ​ເກົາຫລີ​. ​ເກົາຫລີ​ເໜືອ​ແລະເກົາຫຼີ​ໃຕ້​ກໍາລັງ​ທໍາ
​ຄວາມ​ພະຍາຍາມ​ຢ່າງ​ຊ້າໆ​ເພື່ອປັບປຸງ​ສາຍ​ພົວພັນ​ລະຫວ່າງ​ກັນ​ໃຫ້​ດີ​ຂຶ້ນ​ຊຶ່ງ​ສາຍພົວພັນ
​ດັ່ງກ່າວ​ໄດ້​ຊຸດ​ໂຊມ​ລົງ​ຫລັງ​ຈາກ​ເກົາຫລີ​ເໜືອ​ຍິງ​ປືນ​ໃຫຍ່​ ໃສ່​ເກາະນຶ່ງ​ຂອງ​ເກົາຫລີ​ໃຕ້
​ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້ ​ແລະ​ຍິງເຮືອ​ລົບ​ເກົາຫລີ​ໃຕ້​ລໍາ​ນຶ່ງຫຼົ້ມ​ ທີ່​ທາງ​ລັດຖະບານ​ກຸງ
​ໂຊນ​ຖິ້ມ​ໂທດ​ໃສ່​ກຸງ​ພຽງ​ຢ້າງ​ນັ້ນ.

XS
SM
MD
LG