ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຢູແນັສໂກຈະເຜີຍແຜ່ ລາຍງານຄວາມກ້າວໜ້າ ດ້ານການສຶກສາ ຢູ່ລາວ


ແຜນທີ່ປະເທດລາວ
ແຜນທີ່ປະເທດລາວ

ໃນວັນ​ພະຫັດ​ມື້ອື່ນນີ້ ຈະມີການສົນທະນາຫາລືກ່ຽວ​ກັບຄວາມ​ກ້າວໜ້າ​​ຂອງການສຶກສາ​ຢູ່​​ໃນ ສປປ ລາວ ຢູ່ທີ່ພິທີເຜີຍ​ແຜ່ລາຍງານການຕິດຕາມເບິ່ງການສຶກສາ ສຳລັບທຸກຄົນຢູ່ໃນທົ່ວ ໂລກ ຫຼື Education for All ປີ 2011 ຂອງອົງການຢູແນັສໂກ ທີ່ນະຄອນຫຼວງວຽງຈັນ.

ຄວາມກ້າວໜ້າກ່ຽວກັບການສຶກສາ ຢູ່ ສປປ ລາວ ຈະມີການນຳສະເໜີ ຢູ່ໃນພິທີເຜີ​ຍ​ແຜ່
ລາຍງານການຕິດຕາມເບິ່ງຄວາມກ້າວໜ້າໃນການ​ປະຕິບັດ​ແຜນການ​ທີ່​ເອີ້ນ​ວ່າ ການສຶກ
ສາສຳລັບທຸກຄົນຢູ່ໃນທົ່ວໂລກ ຫຼື Eucation for All ​ເອີ້ນ​ຫຍໍ້​ວ່າ EFA ປີ 2011 ຂອງ
ອົງການສຶກສາວິທະຍາສາດແລະ​ວັດທະນະ​ທໍາ​ຂອງ​ສະຫະ​ປະຊາ​ຊາດ ຫລື UNESCO ທີ່ ນະຄອນຫລວງວຽງຈັນໃນວັນທີ 16 ມິຖຸນາມື້ອື່ນນີ ເລີ້ມແຕ່ບ່າຍໂມງນຶ່ງຫາ 5 ໂມງ​ທີ່ສູນ
ກາງການຮ່ວມມືແລະການຝຶກອົບຮົມນາໆຊາດ ຫຼັກ 5.

ດຣ ພັນຄຳ ວິພາວັນ ລັດຖະມົນຕີກະຊວງສຶກສາຂອງລາວ ຈະເປັນຜູ້ກ່າວຄຳປາໄສທັງໃນ
ພິທີເປີດແລະພິທີປິດ ຊຶ່ງນອກນັ້ນຍັງຈະຈັດໃຫ້ມີການສົນທະນາຫາລືຂອງພວກເຈົ້າໜ້າທີ່
ກ່ຽວຂ້ອງກ່ຽວກັບວ່າຈະເລັ່ງລັດຄວາມກ້າວໜ້າວິທີໃດໄປສູ່​ເປົ້າ​ໝາຍໃນປີ 2015 ແລະລະ
ບຸໃຫ້ຮູ້ ກ່ຽວກັບການສະໜັບສະໜຸນ ທີ່ສະເພາະເຈາະຈົງອັນຈຳເປັນ ​ເພື່ອ​ຊ່ວຍ​ໃຫ້​ບັນລຸ​
ຄວາມ​ກ້າວໜ້າ​ນັ້ນ.

ລາຍງານຫຍໍ້ກ່ຽວກັບການຕິດຕາມເບິ່ງຄວາມກ້າວໜ້າຂອງການສຶກສາສໍາລັບ​ທຸກ​ຄົນຫລື
EFA 2011 ຢູ່ໃນທົ່ວໂລກ ທີ່ແປເປັນພາສາລາວຈະມີການແຈກຢາຍ​ໃຫ້ຢູ່ໃນພິທີດັ່ງກ່າວ.

ການສຶກສາສຳຫຼັບທຸກຄົນຫຼື EFA ເປັນຄວາມໝາຍໝັ້ນຕັ້ງໃຈຂອງນາໆຊາດທີ່ໄດ້ມີການ
ຕົກລົງຮັບເອົາ ໂດຍລັດຖະບານຂອງປະເທດຕ່າງໆ ອົງການຈັດຕັ້ງນາໆຊາດ ທີ່ບໍ່ຂຶ້ນກັບ
ລັດຖະບານ ພະແນກການ ຂອງອົງການສະຫະປະຊາຊາດ ແລະບັນດາຄູ່ພັດທະນາ. ເປົ້າ
ໝາຍ 6 ຂໍ້ຂອງການ​ສຶກສາ​ສຳຫຼັບທຸກຄົນຫຼື EFA ແມ່ນຮວມທັງຂະຫຍາຍແລະປັງປຸງການ
ເບິ່ງແຍງລ້ຽງດູແລະການສຶກສາ​ໃນ​ຂັ້ນຕົ້ນໆ ບັນລຸການສຶກສາຂັ້ນປະຖົມທົ່ວ​ໄປ ການຮຽນ
ຮູ້ຕະຫຼອດຊີວິດ ແລະຄວາມສາມາດສຳລັບຊີວິດ ການອ່ານອອກຂຽນໄດ້ ໃນໝູ່ພວກຊາວ
ໜຸ່ມແລະພວກໜຸ່ມນ້ອຍ ການລຶບລ້າງຄວາມຫຼຸດໂຕນ ຫຼືບໍ່ສະເໝີພາບລະຫວ່າງພວກເດັກ
ນ້ອຍແມ່ຍິງແລະຜູ້ຊາຍຢູ່ໃນການສຶກສາຊັ້ນປະຖົມແລະມັດທະຍົມແລະການປັບປຸງໃຫ້ດີຂຶ້ນ
ໃນທຸກໆດ້ານກ່ຽວກັບຄຸນນະ ພາບການສຶກສາ.

ຈຸດໃຫຍ່ໃຈຄວາມຫຼືຫົວຂໍ້ຂອງການສົນທະນາໃນປີນີ້ ສຳລັບລາຍງານການຕິດຕາມເບິ່ງ
ຄວາມກ້າວໜ້າກ່ຽວກັບການສຶກສາສາມັນ​ຊົນກໍແມ່ນວິກິດການທີ່ເບິ່ງບໍ່ເຫັນຊຶ່ງ​ກໍ​ຄືບັນ
ຫາຂັດແຍ້ງດ້ານອາວຸດ ແລະການສຶກສາທີ່ດຶງຄວາມສົນໃຈ​ໄປ​ສູ່ບັນຫາຂັດແຍ້ງດ້ວຍກຳ
ລັງອາວຸດ ແລະຜົນກະທົບຕໍ່ການສຶກສາ ຊຶ່ງເປັນນຶ່ງໃນບັນດາບັນຫາທີ່ສ້າງຄວາມເສຍ
ຫາຍຮ້າຍແຮງສຸດ ແຕ່ມີການລາຍງານໜ້ອຍທີ່ສຸດກ່ຽວກັບຜົນສະທ້ອນທີ່ຕິດຕາມມາ.

ລາຍງານການຕິດຕາມເບິ່ງການສຶກສາຢູ່ໃນທົ່ວໂລກປີ 2011 ກ່າວວ່າ ຫຼາຍກວ່າ 40%
ຂອງພວກເດັກນ້ອຍ ທີ່ບໍ່ໄດ້ເຂົ້າໂຮງຮຽນ ແມ່ນອາໄສຢູ່ປະເທດ ທີ່ເກີດບັນຫາຂັດແຍ້ງ
ແລະບັນດາປະເທດເຫຼົ່ານີ້ ຍັງມີຄວາມບໍ່ກໍ້າເກິ່ງທາງເພດຫຼາຍທີ່ສຸດ ແລະມີລະດັບການ
ອ່ານອອກຂຽນໄດ້ຕໍ່າທີ່​ສຸດ​ໃນ​ໂລກ.

ສໍາລັບ​ປະ​ເທດ​ລາວ​ນັ້ນ ລາຍ​ງານ​ເວົ້າ​ວ່າ ຂະນະທີ່ບັນຫາຂັດແຍ້ງບໍ່ໄດ້ເປັນອຸບປະສັກ
ກີດຂວາງຕໍ່ການສຶກສາຢູ່ລາວກໍຈິງແຕ່ລາວກໍຍັງປະເຊີນກັບບັນຫາທ້າທາຍອື່ນໆເຊັ່ນ
ວ່າ ການຂາດແຄນອາຫານ ການກືກໜັງສື ແລະຄວາມບໍ່ສະເໝີພາບທາງເພດ. ຄື​ກັນ
ກັບຫຼາຍໆປະເທດໃນໂລກ ສປປ ລາວ ບໍ່ຢູ່ໃນລະດັບ ທີ່ຈະບັນລຸເປົ້າໝາຍ EFA ທີ່
ໄດ້ຕັ້ງໄວ້ສຳລັບປີ 2015 ນັ້ນແຕ່ແນວໃດກໍຕາມລາວກໍໄດ້ສ້າງ​ຄວາມກ້າວໜ້າ​ໃນ​ກ​ານ
ສຶກສາຂັ້ນປະຖົມ. ມີ​ພວກ​ເດັກນ້ອຍ​ໃນ​ຈຳນວນ​ເພີ່ມ​ຂຶ້ນ​ໄດ້​ເຂົ້າຮໍ່າຮຽນ​ຢູ່​ໃນ​ໂຮງຮຽນ
ແລະ​ຈຳນວນ​ພວກ​ເດັກນ້ອຍ​ທີ່​ບໍ່​ໄດ້​ເຂົ້າ​ໂຮງຮຽນ​ກໍ​ຫຼຸດນ້ອຍ​ລົງ. ກ່ຽວ​ກັບ​ເລື່ອງ​ການ ​
ໃຊ້​ຈ່າຍ​ແລ້ວ ລັດຖະບານ​ລາວ​ໄດ້​ລົງທຶນ​ຫຼາຍຂຶ້ນ ​ໃນ​ດ້ານ​ການ​ສຶກສາ ໂດຍທີ່​ການ​ໃຊ້​
ຈ່າຍເງິນ​ກ່ຽວ​ກັບ​ການ​ສຶກສາ​ ໄດ້​ເພີ່ມ​ຂຶ້ນ 1%. ​ໃນ​ໄລຍະ​ປີ 1999 ຫາ 2008 ຜ່ານ​
ມານີ້ ມີ​ການ​ພົບ​ເຫັນ​ວ່າ ການ​ໃຊ້​ຈ່າຍ​ທາງ​ດ້ານ​ການ​ສຶກສາທີ່​ແທ້​ຈິງຂອງ ສປປ ລາວ
ແມ່ນ​ລື່ນ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ ອີງຕາມ​ລາຍ​ງານ ​ການ​ຕິດຕາມ​ເບິ່ງ​ການ​
ສຶກສາ​ໃນ​ທົ່ວໂລກປີ 2011.

ລາຍ​ງານ​ການ​ຕິດຕາມ​ເບິ່ງ​ການ​ສຶກສາ​ຢູ່​ໃນ​ທົ່ວ​ໂລກ​ຂອງ​ອົງການ UNESCO ຮຽກ
ຮ້ອງ​ໃຫ້​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການຕັດສິນ​ໃຈ​ເພີ່ມ​ຂຶ້ນ
ໃນ​ການ​ປາບ​ປາມວັດທະນະທໍາ​ກ່ຽວ​ກັບ​ການ​ບໍ່​ຖືກ​ລົງ​ໂທດທີ່​ຫ້ອມ​ລ້ອມ​ການ​ໂຈ​ມຕີ​
ພວກ​ນັກຮຽນ​ແລະ​ໂຮງຮຽນ​ຕ່າງໆ ​ເລີ່​ມຕົ້ນຈັດຕັ້ງລະບຽບການ​ເພື່ອ​ສ້ອມ​ແປ​ງ​ໂຄງ
ສ້າງການຊ່ອຍ​ເຫຼືອຂອງ​ນາໆ​ຊາດ ​ແລະ​ລະບຸຍຸດ​ທະ​ສາດ​ຕ່າງໆ ​ເພື່ອ​ເສີມ​ຂະຫຍາຍ​
ບົດບາດ​ຂອງ​ການ​ສຶກສາ​ໃນ​ການ​ສ້າງ ສັນຕິພາບ.

XS
SM
MD
LG