ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະຊ່ຽວຊານ ຂອງ UNESCO ຈະເດີນ ທາງມາກວດກາ ທົ່ງໄຫຫີນ ຢູ່ແຂວງຊຽງຂວາງ


ທົ່ງໄຫຫິນ ຢູ່ແຂວງຊຽງຂວາງ ແມ່ນສະຖານທີ່ອີກແຫ່ງນຶ່ງ ທີ່ທາງການລາວ ກຳລັງຈະນຳສະເໜີ ຕໍ່ອົງການ UNESCO ເພື່ອພິຈາລະນາຮັບຮອງ ໃຫ້ເປັນມໍລະດົກໂລກທາງທຳມະຊາດ.
ທົ່ງໄຫຫິນ ຢູ່ແຂວງຊຽງຂວາງ ແມ່ນສະຖານທີ່ອີກແຫ່ງນຶ່ງ ທີ່ທາງການລາວ ກຳລັງຈະນຳສະເໜີ ຕໍ່ອົງການ UNESCO ເພື່ອພິຈາລະນາຮັບຮອງ ໃຫ້ເປັນມໍລະດົກໂລກທາງທຳມະຊາດ.

ຄະນະຊ່ຽວຊານຂອງ UNESCO ຈະເດີນທາງມາກວດກາທົ່ງໄຫຫິນ ຢູ່ທີ່ແຂວງ
ຊຽງຂວາງ ໃນເດືອນສິງຫາ 2018 ເພື່ອພິຈາລະນາ ແລະຮັບຮອງໃຫ້ເປັນມໍລະດົກ
ໂລກທາງປະຫວັດສາດ ຢ່າງເປັນທາງການ.

ທ່ານສີວິໄລ ອຸດົມສຸກ ຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ
ແຂວງຊຽງຂວາງ ໃຫ້ການຢືນຢັນວ່າ ຄະນະຊ່ຽວຊານຂອງ UNESCO ຈະເດີນທາງ
ມາແຂວງຊຽງຂວາງໃນເດືອນສິງຫາ 2018 ເພື່ອເກັບກຳຂໍ້ມູນ ແລະກວດກາຄວາມພ້ອມ
ໃນດ້ານຕ່າງໆຂອງທົ່ງໄຫຫິນ ກ່ອນທີ່ຈະພິຈາລະນາຮັບຮອງ ໃຫ້ເປັນມໍລະດົກໂລກ
ທາງປະຫວັດສາດຢ່າງເປັນທາງການ ຊຶ່ງຖ້າຫາກວ່າບໍ່ມີບັນຫາຂັດຂ້ອງ ກໍເຊື່ອວ່າ
ຄະນະຊ່ຽວຊານຂອງ UNESCO ຈະໃຫ້ຄຳຕອບກັບທາງການລາວ ກ່ຽວກັບການຮັບ
ຮອງ ສະຖານະໃນການເປັນມໍລະດົກໂລກຂອງທົ່ງໄຫຫິນ ຢ່າງເປັນທາງການດ້ວຍ ດັ່ງ
ທີ່ທ່ານສີວິໄລ ໃຫ້ການຢືນຢັນວ່າ:

“ຮອດເດືອນແປດນີ້ ໂຄງການມໍລະດົກໂລກ ຈະລົງມາກວດກາ ຖ້າເຫັນວ່າ ມີຄວາມ
ພ້ອມດ້ານຕ່າງໆ ບໍ່ມີບັນຫາຫຍັງຜິດປົກກະຕິເກີດຂຶ້ນນັ້ນ ເພິ່ນກໍຈະໃຫ້ຄຳຕອບແກ່
ລັດຖະບານ ສປປ ລາວ ຢ່າງເປັນທາງການ ໃນການຮັບຮອງເອົາທົ່ງໄຫຫິນ ເຂົ້າເປັນ
ມໍລະດົກໂລກ ແລະໄລຍະລໍຖ້າ ເພິ່ນຈະມາກວດໜີ້ ພວກເຮົາກໍໄດ້ມີແຜນການຄຸ້ມ
ຄອງ ປົກປັກຮັກສາ ການກຽມບຸກຄະລາກອນທີ່ຮັບຜິດຊອບ ພວກເຮົາກໍໄດ້ປັກເຂດ
ຫລັກໝາຍທີ່ໄດ້ກຳນົດເຂດມໍລະດົກ ໃຫ້ມີຄວາມລະອຽດຈະແຈ້ງ ພວກເຮົາກໍປູກຈິດ
ສຳນຶກ ໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ຢູ່ເຂດໃກ້ຄຽງໃຫ້ມີການອະນຸລັກ ປົກປັກຮັກສາ
ເຂດທົ່ງໄຫຫິນ.”

ຕາມການສຳຫຼວດ ຂອງຄະນະບູຮານຄະດີ ໄດ້ພົບເຫັນ ຊາກກະດູກຂອງມະນຸດ ຢູ່ໃນເຂດທົ່ງໄຫຫິນ ຂອງແຂວງຊຽງຂວາງ
ຕາມການສຳຫຼວດ ຂອງຄະນະບູຮານຄະດີ ໄດ້ພົບເຫັນ ຊາກກະດູກຂອງມະນຸດ ຢູ່ໃນເຂດທົ່ງໄຫຫິນ ຂອງແຂວງຊຽງຂວາງ

ການສະເໜີໃຫ້ UNESCO ພິຈາລະນາເພື່ອຮັບຮອງເອົາທົ່ງໄຫຫິນ ໃຫ້ເປັນມໍລະດົກ
ໂລກ ໄດ້ເລື່ອນມາແລ້ວຫຼາຍຄັ້ງ ເພາະວ່າທາງການລາວຍັງຂາດການສຶກສາໃນລາຍ
ລະອຽດ ແລະກຳນົດແຜນການຄຸ້ມຄອງ ແລະອະນຸລັກເຂດທົ່ງໄຫຫິນທີ່ຜ່ານມາ ກໍຍັງ
ຈັດຕັ້ງປະຕິບັດບໍ່ໄດ້ຕາມເງື່ອນໄຂທີ່ UNESCO ກຳນົດໄວ້ ໃນຫຼາຍດ້ານ ທັງນີ້ໂດຍ
ການທີ່ທາງການລາວ ມີງົບປະມານຢ່າງຈຳກັດ ກໍຍັງນັບເປັນອີກບັນຫານຶ່ງ ທີ່ເຮັດໃຫ້
ການດຳເນີນງານສາມາດຈັດຕັ້ງປະຕິບັດໄດ້ ຢ່າງຊັກຊ້າ.

ຍິ່ງໄປກວ່ານັ້ນ ການທີ່ມີໄຫຫິນຫຼາຍກວ່າ 2,000 ໜ່ວຍ ບໍ່ໄດ້ຕັ້ງຢູ່ໃນບໍລິເວນດຽວກັນ
ນັ້ນ ຍັງເຮັດໃຫ້ຕ້ອງໃຊ້ເວລາ ໃນການເກັບກຳຂໍ້ມູນ ແລະຂຶ້ນທະບຽນໄຫຫິນທຸກໜ່ວຍ
ຢ່າງຍາວນານ ແລະຍາກຕໍ່ການອະ ແລະປົກປັກຮັກສາ ໄດ້ຢ່າງທົ່ວເຖິງອີກດ້ວຍ.

ໄຫຫິນດຶກດຳບັນ ຫຼາຍໜ່ວຍ ກະຈາຍຢູ່ຕາມທົ່ງ ໃນເມືອງຕ່າງໆ ທີ່ແຂວງຊຽງຂວາງ ຂອງລາວ
ໄຫຫິນດຶກດຳບັນ ຫຼາຍໜ່ວຍ ກະຈາຍຢູ່ຕາມທົ່ງ ໃນເມືອງຕ່າງໆ ທີ່ແຂວງຊຽງຂວາງ ຂອງລາວ

ແຕ່ຢ່າງໃດກໍຕາມ ເພື່ອເຮັດໃຫ້ສະດວກຕໍ່ການຄຸ້ມຄອງເຂດທົ່ງໄຫຫິນດັ່ງກ່າວ ທາງ
ການລາວ ກໍໄດ້ເລືອກເອົາສະເພາະ 11 ຈຸດເທົ່ານັ້ນ ທີ່ຈະສະເໜີຕໍ່ UNESCO ເພື່ອ
ຮັບຮອງໃຫ້ເປັນມໍລະດົກໂລກ ໃນໂອກາດທີ່ຄະນະຊ່ຽວຊານຂອງ UNESCO ເດີນ
ທາງມາກວດກາທົ່ງໄຫຫິນໃນເດືອນສິງຫາດັ່ງກ່າວ ທັງນີ້ໂດຍໄຫສິນທັງ 11 ຈຸດ ຕັ້ງຢູ່
ໃນເຂດເມືອງຄຳ ເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ຊຶ່ງມີນຳນວນໄຫຫິນ ທີ່ໄດ້
ຂຶ້ນທະບຽນໄວ້ທັງໝົດ 999 ໜ່ວຍ.

ອີກດ້ານນຶ່ງ ທ່ານທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ-
ວັດທະນະທຳ ແລະທ່ອງທ່ຽວ ໃຫ້ການຢືນຢັນວ່າ ການກະກຽມວຽກງານໃນດ້ານຕ່າງໆ
ເພື່ອສະເໜີໃຫ້ອົງການ UNESCO ພິຈາລະນາຮັບຮອງເຂດປ່າສະຫງວນແຫ່ງຊາດ
ພູຫິນໜາມໜໍ່ໃນແຂວງຄຳມ່ວນ ໃຫ້ເປັນມໍລະດົກໂລກທາງທຳມະຊາດນັ້ນ ໄດ້ສຳເລັດ
ໃນຂັ້ນຕົ້ນແລ້ວ ແລະຄາດວ່າ ຈະສາມາດນຳສະເໜີເອກກະສານສຳຄັນຕ່າງໆ ເຖິງ
ອົງການ UNESCO ໄດ້ຢ່າງເປັນທາງການໃນຕົ້ນປີ 2019 ເປັນຢ່າງຊ້າ.

ທ່ານທອງໃບ ເຊື່ອໝັ້ນວ່າ ມີໂອກາດສູງທີ່ UNESCO ຈະຮັບຮອງເຂດປ່າສະຫງວນ
ແຫ່ງຊາດ ພູຫິນໜາມໜໍ່ຂອງລາວ ໃຫ້ເປັນມໍລະດົກໂລກທາງທຳມະຊາດ ເນື່ອງຈາກ
ເປັນເຂດທີ່ຍັງມີທຳມະຊາດທີ່ສວຍງາມ ແລະປົກຫຸ້ມດ້ວຍປ່າໄມ້ຢ່າງໜາແໜ້ນ ໃນພື້ນທີ່
ກວ້າງກວ່າ 82,000 ເຮັກຕາ ທັງກໍຍັງເປັນແຫລ່ງທີ່ຢູ່ອາໄສຂອງຊ້າງປ່າ ຈຳນວນຫຼາຍ
ຮ້ອຍໂຕ ແລະສັດປ່າຫາຍາກຫຼາຍຊະນິດອີກດ້ວຍ.

ທາງດ້ານທ່ານ ແບສຕຽນ ປູເຣີ (Bastian Purer) ຫົວໜ້າຄະນະທີ່ປຶກສາ ຂອງອົງການ
ປົກປັກ ຮັກສາລະບົບນິເວດ ປ່າໄມ້ ແລະຊີວະນານາພັນຂອງລັດຖະບານເຢຍຣະມັນ
(GIZ) ປະຈຳ ສປປ ລາວ ຊຶ່ງໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໃນການຕຽມ
ຄວາມພ້ອມ ແລະແຜນການນຳສະເໜີ UNESCO ເພື່ອໃຫ້ຮັບຮອງເອົາພູຫິນໜາມໜໍ່
ໃຫ້ເປັນມໍລະດົກໂລກທາງທຳມະຊາດນັ້ນ ໄດ້ສະແດງຄວາມເຊື່ອໝັ້ນວ່າ UNESCO
ຈະໃຫ້ການຮັບຮອງຢ່າງແນ່ນອນ ຫາກແຕ່ວ່າ ໃນປັດຈຸບັນນີ້ GIZ ຍັງຈະຕ້ອງໃຫ້ການ
ຊ່ວຍເຫຼືອທາງການລາວ ໃນ 3 ດ້ານດ້ວຍກັນ ຄືແຜນການຄຸ້ມຄອງ ແຜນງານດ້ານ
ເທັກນິກ ແລະການບໍລິຫານງານພາຍໃນກົມມໍລະດົກຂອງລາວ ທີ່ໄດ້ມາດຕະຖານຕາມ
ກຳນົດຂອງ UNESCO ຢ່າງຄັກແນ່ ຊຶ່ງຈະແລ້ວເສັດສົມບູນໃນປີ 2018 ເພື່ອສະເໜີຕໍ່
UNESCO ຢ່າງເປັນທາງການໃນຕົ້ນປີ 2019 ຕໍ່ໄປ.

XS
SM
MD
LG