ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ວ່າ ເອເຊຍເປັນພະລັງຂັບດັນ ການຂະຫຍາຍໂຕ ຂອງເສດຖະກິດໂລກ


ຕະຫລາດແຫ່ງ
ນຶ່ງຢູ່ຮາໂນ່ຍ. ລາຄາອາຫານແລະການກໍ່ສ້າງທີ່ແພງຂຶ້ນນັບມື້ ໄດ້ຂັບດັນໃຫ້ອັດຕາເງິນເຟີ້ຖີບຂຶ້ນ ເປັນ 25% ຢູ່ຫວຽດນາມ ໃນເດືອນພຶດສະພານີ້ ຊຶ່ງແມ່ນສູງທີ່ສຸດໃນຮອບດົນກ່ວານຶ່ງທົດສະວັດ.. (AP Photo/Chitose Suzuki)
ຕະຫລາດແຫ່ງ ນຶ່ງຢູ່ຮາໂນ່ຍ. ລາຄາອາຫານແລະການກໍ່ສ້າງທີ່ແພງຂຶ້ນນັບມື້ ໄດ້ຂັບດັນໃຫ້ອັດຕາເງິນເຟີ້ຖີບຂຶ້ນ ເປັນ 25% ຢູ່ຫວຽດນາມ ໃນເດືອນພຶດສະພານີ້ ຊຶ່ງແມ່ນສູງທີ່ສຸດໃນຮອບດົນກ່ວານຶ່ງທົດສະວັດ.. (AP Photo/Chitose Suzuki)

ຜົນການສໍາຫລວດຂອງອົງການສະຫະປະຊາຊາດ ກ່ຽວກັບສະພາບການດ້ານເສດຖະກິດ ໃນຂົງເຂດເອເຊຍ-ປາຊີຟິກ ເວົ້າວ່າຂົງເຂດດັ່ງກ່າວ ທີ່ຍັງສືບຕໍ່ຟື້ນໂຕຄືນຢ່າງຫ້າວຫັນ ຈາກການຕົກຕໍ່າລົງຂອງເສດຖະກິດໂລກນັ້ນ ເວລານີ້ ແມ່ນເປັນພະລັງນໍາໜ້າ ໃນການຂັບ ດັນການຂະຫຍາຍໂຕຂອງເສດຖະກິດໂລກ. ແຕ່ຢ່າງໃດກໍຕາມ ບັນດານັກ ເສດຖະສາດ ຂອງອົງການສະຫະປະຊາຊາດກ່າວເຕືອນວ່າ ລາຄານໍ້າມັນແລະອາຫານ ທີ່ແພງຂຶ້ນນັບ ມື້ນັ້ນ ແມ່ນກໍາລັງເປັນໄພຂົ່ມຂູ່ເປັນພິເສດ ຕໍ່ປະຊາຊົນຜູ້ທຸກຍາກຈໍານວນຫລາຍລ້ານຄົນ ຂອງຂົງເຂດ. ຜູ້ສື່ຂ່າວວີໂອເອ Ron Corben ມີລາຍງານມາຈາກບາງກອກ ຊຶ່ງດາຣາ ຈະນໍາມາສະເໜີທ່ານ.

ບັນດາ​ນັກ​ເສດຖະສາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ຂົງ​ເຂດ​ເອ​ເຊຍ​ຍັງ​ສືບຕໍ່ມີ​ການ​ຂະຫຍາຍ​ໂຕ​ຢ່າງ​ແຂງ​ແຮງ​ກໍ​ຕາມ ​ແຕ່​ກໍ​ຍັງມີ​ຄວາມ​ຢ້ານ​ກົວ​ກັນ​ຢູ່​ ກ່ຽວ​ກັບໄພ​ເງິນ​ເຟີ້ທີ່​ຈະ​ຖີບ​ຂຶ້ນຕໍ່​ໄປ​ເລື້ອຍໆ ຜ່ານ​ລາຄາ​ເຂົ້າປາ​ອາຫານ​ແລະ​ເຊື້ອ​ໄຟ​ນັ້ນ.

ລາຍ​ງານ​ຜົນ​ການ​ສໍາ​ຫລວ​ດປະ​ຈໍາປີ ທີ່​ນໍາ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະຫັດ ທີ 5 ພຶດສະພາ ອາທິດ​ແລ້ວ​ນີ້ ​ໂດຍ​ຄະນະ​ກໍາມາ​ທິການ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ເອ​ເຊຍ​ແລະປາຊີ​ຟິກ ​ຫລືອົງການ ESCAP ຂອງ​ ສະຫະ​ປະຊາ​ຊາດ ຫລື UNESCAP ນັ້ນ ທໍານາຍ​ວ່າ ບັນດາ​ເສດຖະກິດ​ທີ່​ກໍາລັງ​ພັດທະນາ​ທີ່​ໃຫຍ່ໆ​ໃນ​ທົ່ວ​ຂົງ​ເຂດ​ເອ​ເຊຍ ຈະ​ມີ​ການຂະ ຫຍາຍ​ໂຕ​ໃນອັດຕາສູງ​ກ່ວາ 7% ​ແລະ​ວ່າ ​ເສດຖະກິດ​ທີ່​ກໍາລັງ​ຮຸ່ງ​ເຮືອງ​ຂອງອິນ​ເດຍ​ແລະ​ອິນ​ໂດ​ເນ​ເຊຍ ​ແມ່ນ​ຈະ​ນໍາ​ໜ້າ​ໝູ່ໃນ​ຂົງ​ເຂດ ​ເອ​ເຊຍ​ນັ້ນ ​ໂດຍ​ຈະ​ໄດ້​ຮັບ​ການ​ຊຸກຍູ້ ຈາກ​ການ​ອຸບປະ​ໂພ​ກບໍລິ​ໂພ​ກ​ແລະ​ການ​ລົງ​ທຶນ​ທີ່​ແຂງ​ແຮງ​ຂອງພວກ​ເຂົາ​ເຈົ້າ.

ສໍາລັບ​ເສດຖະກິດ​ຂອງ​ຈີນ​ນັ້ນ ອົງການ UNESCAP ຄາດ​ຄະ​ເນ​ວ່າ ຈະ​ມີ​ການ​ຂະຫຍາຍ​ໂຕ​ໃນ​ອັດຕາ​ສູງ​ກ່ວາ 9% ຍ້ອນ​ຄວາມ​ພະຍາຍາມຂອງ​ລັດຖະບານ​ທີ່​ຈະ​ຫັນປ່ຽນ​ເສດຖະ ກິດ ​ໃຫ້​ເປັນ​ເສດຖະກິດ​ທີ່​ກາງ​ຕໍ່​ນໍາ​ການ​ອຸບປະ​ໂພ​ກບໍລິ​ໂພ​ກຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ຫລາຍ​ຂຶ້ນ.

ຫົວ​ໜ້າ​ຄະນະ​ນັກ​ເສດຖະສາດ​ຂອງ UNESCAP ທ່ານ Nagesh Kumar ກ່າວ​ວ່າ ພວກ​ເກັງ​ກໍາ​ໄລ​ຊາວ​ຕ່າງປະ​ເທດ​ທີ່ຖືກ​ດຶງ​ດູດໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ ຍ້ອນ​ອັດຕາ​ການ​ຂະຫຍາຍ​ໂຕສູງ​ຂອງ​ເອ​ເຊຍ​ນັ້ນ ​ແມ່ນ​ມີ​ສ່ວນ​ເຮັດ​ໃຫ້​ເງິນ​ເຟີ້​ຖີບ​ຂຶ້ນ. ​ເງິນ​ທຶນ​ຈາກ​ຕ່າງປະ​ເທດທີ່​ຫລັ່ງ​ໄຫລ​ເຂົ້າ​ໄປ​ເປັນ​ຈໍານວນ​ຫລວງຫລາຍ ​ໄດ້​ພາ​ໃຫ້​ມີ​ການ​ລົງທຶນ​ຫລາຍ​ເກິ​ນ​ໄປ​ຢູ່ໃນ​ຫລາຍໆ​ດ້ານ ​ເຊ່ນ​ໃນ​ດ້ານ​ຊັບ​ສິນທີ່​ດິນ​ແລະ​ເຮືອນ​ຊານ ທີ່​ອາດ​ສາມາດສ້າງ​ສະພາບ​ການຟອງ​ສະ​ບູ ທີ່​ອາດ​ຈະ​ແຕກ​ໄດ້ນັ້ນ. ທ່ານ Nagesh ກ່າວ​ວ່າ ຄວາມ​ຢ້ານ​ກົວ​ຫລາຍ​ທີ່​ສຸດ​ກໍ​ແມ່ນ​ ການ​ກັບ​ຄືນ​ໄປ​ສູ່ວິ​ກິດ​ການ​ລາຄາ​ອາຫານ​ແລະ​ເຊື້ອ​ໄຟ ຄ້າຍຄື​ກັນ​ກັບ​ອັນ​ທີ່​ໄ​ດ້​ເກີດ​ຂຶ້ນ​ເມື່ອ​ປີ 2008 ນັ້ນ. ລາຍງານ​ຂອງ UNESCAP ​ເວົ້າ​ວ່າ ລາຄາ​ອາຫານ​ໄດ້​ຖີບ​ຂຶ້ນ ຫລາຍ​ເຖິງ 35% ຢູ່​ໃນ​ທົ່ວ​ຫລາຍໆປະ​ເທດ​ໃນ​ເຂດ​ເອ​ເຊຍ. ທ່ານ​ຄູ​ມາຣ໌​ເວົ້າ​ວ່າ

“ຄວາມເສຍຫາຍ​ທີ່​ສໍາຄັນ...ກໍ​ຄື​ການ​ທ້າ​ທາຍ​ທີ່​ສໍາຄັນ​ທີ່​ຂົງ​ເຂດ​ນີ້​ກໍາລັງ​ປະ​ເຊີນ​ຢູ່ ​ແມ່ນ​ກໍາລັງເກີດ​ຈາກຄວາມ​ກົດ​ດັນ​ດ້ານ​ເງິນ​ເຟີ້ ທີ່​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຖືກ​ຂັບ​ດັນ​ຍ້ອນການ​ຖີບ​ຂຶ້ນ​ຢ່າງໃຫຍ່​ແລະ​ໄວ ຂອງ​ລາຄາ​ອາຫານ​ແລະ​ນໍ້າມັນ ນັບ​ແຕ່​ເດືອນ​ສິງຫາ ປີ 2010 ​ເປັນ​ຕົ້ນ​ມາ. ພວກ​ເຮົາ​ພົບ​ວ່າ ຖ້າ​ຫາກ​ລາຄາ​ນໍ້າມັນຍັງ​ສືບ​ຕໍ່​ຖີບ​ຂຶ້ນ ມັນ​ກໍ​ອາດ​ສາມາດ​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ການ​ຂະຫຍາຍ​ໂຕ​ໃນ​ອານາ​ຄົດ​ໄດ້​ຮອດ 1% ຢູ່​ໃນ​ຂົງ​ເຂດ.”

ລາຍ​ງານ​ຜົນ​ການ​ສໍາ​ຫລວດ​ຂອງ UNESCAP ​ເຕືອນ​ວ່າ ລາຄານໍ້າ ​ມັນ​ແລະ​ອາຫານທີ່​ແພງ​ຂຶ້ນ​ນັ້ນ ອາດ​ສາມາດ​ເຮັດ​ໃຫ້​ປະຊາຊົນ​ຕື່ມ​ອີກ 42 ລ້ານ​ຄົນ​ໃນ​ທົ່ວ​ຂົງ​ເຂດ​ເອ​ເຊຍ​ແລະ​ປາຊີ​ຟິກ ຈົມ​ຢູ່​ໃນ​ຄວາມທຸກ​ຈົນ ນອກ​ເໜືອ​ໄປ​ຈາກ 19 ລ້ານ​ຄົນ ທີ່​ໄດ້​ຮັບ​ຜົນ​ກະທົບ​ໃນ​ປີ 2010 ນັ້ນ.

ໃນ​ທົ່ວ​ຂົງ​ເຂດ​ທີ່​ວ່າ​ນີ້ ມີ​ປະຊາຊົນ​ຫລາຍ​ກ່ວາ 950 ລ້ານ​ຄົນ ທີ່​ດໍາລົງ ຊີວິດ​ຢູ່ ດ້ວຍ​ລາຍ​ໄດ້​ທີ່​ຕໍ່າ​ກ່ວາ $1.25 ຕໍ່​ມື້ ຫລື​ປະມານ 1 ໝື່ນ​ກີບ ຖ້າ​ຄິດ​ໄລ່​ໃນ​ອັດຕາ ນຶ່ງ​ດອລລ່າ​ຕໍ່​ແປດ​ພັນ​ກີບ. ລາຍ​ງານ​ສະບັບ​ນີ້ກ່າວ​ອີກວ່າ ການ​ເສີມ​ຂະຫຍາຍ​ການ​ອຸບປະ​ໂພ​ກບໍລິ​ໂພ​ກຫລື​ການ​ຊົມ​ໃຊ້​ສິນຄ້າ​ຂອງ​ປະຊາຊົນ ​ຜ່ານ​ການ​ຂຶ້ນ​ເງິນ​ເດືອນ​ຫລື​ຄ່າ​ຈ້າງ​ໃຫ້​ເຂົາ​ເຈົ້າ ​ແລະ​ການ​ສ້າງ​ໂອກາດ​ດ້ານ​ການມີ​ວຽກ​ເຮັດ​ງານ​ທໍາ​ໃຫ້​ດີ​ຂຶ້ນ ພ້ອມ​ທັງເສີມ​ຂະຫຍາຍ​ໂຄງການ​ສັງຄົມ​ສົງ​ເຄາະຫລື​ປົກ​ປ້ອງ​ສັງຄົມ ​ແມ່ນ​ຈໍາ​ເປັນ​ເພື່ອ​ຍົກ​ລະດັບ​ການ​ຂະຫຍາຍ​ໂຕ​ຂອງ​ເສດຖະກິດ.

ລາຍ​ງານ​ຍັງ​ໄດ້​ຕີ​ລາຄາ​ເສດຖະກິດ​ຂອງ​ຍີ່​ປຸ່ນນໍາ ລຸນ​ຫລັງ​ໄພແຜ່ນດິນ​ໄຫວ​ແລະ​ຟອງ​ຍັກ​ຊຸ​ນາ​ມິ ​ເມື່ືອວັນ​ທີ 11 ​ເດືອນມີນາ​ນັ້ນ.

ພວກ​ນັກ​ເສດຖະສາດ​ຂອງ UNESCAP ກ່າວ​ວ່າ ​ເຖິງ​ແມ່ນ​ເສດຖະ ກິດ​ຂອງ​ຍີ່ປຸ່ນ​ຍັງ​ປະ​ເຊີນ​ກັບ​ຄວາມ​ບໍ່​ແນ່ນອນຢ່າງ​ໃຫຍ່​ຫລວງ​ຢູ່​ກໍ​ຈິງ ​ແຕ່​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຈາກ​ໄພແຜ່ນດິນ​ໄຫວ​ນັ້ນ ​ແມ່ນ​ຈະ​ມີ​ຂຶ້ນ​ໃນ​ໄລຍະ​ສັ້ນ ​ໂດຍ​ໄດ້​ຮັບ​ການ​ຊຸກຍູ້​ໃຫ້​ຟື້ນ​ໂຕ​ຄືນ​ໄວ​ໂດຍການ​ໃຊ້​ຈ່າຍ​ເງິນ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ບູລະນະ​ສ້າງສາ​ຄືນ​ໃໝ່ໃນ​ພາຍ ຫລັງນັ້ນ.

ນອກ​ນີ້ ພວກ​ນັກ​ເສດຖະສາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຍັງ​ໄດ້​ຮຽກຮ້ອງ​ໄປ​ຍັງ​ບັນດາ​ເສດຖະກິດ​ໃຫຍ່ໆ​ຂອງ​ໂລກ ​ໃຫ້​ຊ່ວຍ​ເຫລືອ​ສະຖານ​ນະ​ການ​ໃນ​ເອ​ເຊຍ ​ໂດຍ​ການ​ເອົາ​ບາດກ້າວ​ຢ່າງ​ເດັດຂາດເພື່ອ​ດຶງ​ລາຄາ​ອາ​ຫານ​ແລະ​ນໍ້າມັນທີ່​ປ່ຽນ​ແປງ​ໄວ​ນັ້ນ ​ໃຫ້​ຕໍ່າລົງ. ບັນດາ​ນັກ​ເສດຖະສາດ​ແນະ​ນໍາ​ໃຫ້​ຄວບ​ຄຸມ​ພວກ​ຕະຫລາດ​ສິນຄ້າ​ວັດຖຸ​ດິບ​ຕ່າງ​ໆ ​ເພື່ອ​ຫລຸດຜ່ອນ​ການ​ເກັງ​ກໍາ​ໄລ ​ແລະ​ເພື່ອ “ທໍາ​ໂທດ” ພວກ​ອຸດສາຫະກໍາທັງຫລາຍ ທີ່​ຫັນປ່ຽນ​ເອົາອາຫານ​ໄປເປັນ​ເຊື້ອ​ໄຟ​ຊີວະ​ພາບນັ້ນ.

XS
SM
MD
LG