ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫຼາຍກວ່າ 5.2 ລ້ານ ຄົນ ຂໍເງິນຊົດເຊີຍ ການຫວ່າງງານ ຢູ່ ສຫລ ໃນອາທິດແລ້ວນີ້


ປະຊາຊົນຄົນນຶ່ງໃນລັດ Mississippi ຈົດເອົາເວັບໄຊທ໌ຂໍເງິນຫວ່າງງານ ພາຍຫລັງທີ່ເຂົ້າໄປໃນສູນກາງຊ່ວຍຊອກຫາງານ ຫລື WIN Job ຂອງລັດດັ່ງກ່າວ ທີ່ຕັ້ງຢູ່ໃນເມືອງ Jackson ຢູ່ທາງພາກເໜືອຂອງລັດນັ້ນບໍ່ໄດ້ ຍ້ອນວ່າມັນຖືກປິດໄວ້ໃນໄລຍະທີ່ມີການລະບາດຂອງໄວຣັສໂຄໂຣນາ (ພາບຖ່າຍໃນວັນທີ 2 ເມສາ, 2020)
ປະຊາຊົນຄົນນຶ່ງໃນລັດ Mississippi ຈົດເອົາເວັບໄຊທ໌ຂໍເງິນຫວ່າງງານ ພາຍຫລັງທີ່ເຂົ້າໄປໃນສູນກາງຊ່ວຍຊອກຫາງານ ຫລື WIN Job ຂອງລັດດັ່ງກ່າວ ທີ່ຕັ້ງຢູ່ໃນເມືອງ Jackson ຢູ່ທາງພາກເໜືອຂອງລັດນັ້ນບໍ່ໄດ້ ຍ້ອນວ່າມັນຖືກປິດໄວ້ໃນໄລຍະທີ່ມີການລະບາດຂອງໄວຣັສໂຄໂຣນາ (ພາບຖ່າຍໃນວັນທີ 2 ເມສາ, 2020)

ການລະບາດລະດັບໂລກຂອງໄວຣັສໂຄໂຣນາ ສືບຕໍ່ທໍາລາຍເສດຖະກິດຂອງສະ ຫະລັດ ໂດຍທີ່ມີຄົນງານຂໍເງິນຊົດເຊີຍການຫວ່າງງານ ອີກ 5 ລ້ານ 2 ແສນ ຄົນ ໃນອາທິດແລ້ວນີ້, ອີງຕາມການລາຍງານຂອງກະຊວງແຮງງານໃນວັນພະ ຫັດວານນີ້.

ໂຕເລກໃໝ່ທີ່ວ່ານີ້ ຜັກດັນໃຫ້ຈໍານວນຄົນຂໍເງິນຫວ່າງງານໃນ 4 ອາທິດຜ່ານ ມາເພີ້ມຂຶ້ນເຖິງ 22 ລ້ານຄົນແລ້ວ ໂດຍທີ່ຄາດວ່າ ຈະມີຈໍານວນຄົນທີ່ຂໍເງິນ ຊ່ວຍເຫລືອໃນການຫວ່າງງານເພີ້ມຂຶ້ນອີກໃນຫລາຍອາທິດຂ້າງໜ້ານີ້ເມື່ອການ ກະທົບຂອງການປິດທຸລະກິດສົ່ງຜົນອອກມາຢ່າງເຕັມສ່ວນ.

ມັນເປັນຈໍານວນຄົນຂາດວຽກເຮັດງານທໍາທີ່ສູງທີ່ສຸດໃນສະຫະລັດແບບບໍ່ເຄີຍມີ ມາກ່ອນ ນັບແຕ່ເກີດວິກິດການເສດຖະກິດຕົກຕ່ຳຄັ້ງໃຫຍ່ໃນຊຸມປີ 1930 ເປັນ ຕົ້ນມາ.

ບາງບໍລິສັດກໍໃຫ້ຄົນອອກການຢ່າງໄວວາ ໃນເດືອນແລ້ວນີ້ ໃນຂະນະທີ່ບໍລິສັດ ອື່ນຍັງໃຫ້ຄໍາໝັ້ນສັນຍາວ່າຈະສືບຕໍ່ຈ່າຍເງິນເດືອນໃຫ້ພະນັກງານຂອງເຂົາເຈົ້າ ໄປຕື່ມອີກເປັນຫລາຍອາທິດ ເຖິງແມ່ນວ່າ ເຂົາເຈົ້າຈະມີວຽກໃຫ້ຄົນເຮັດຢູ່ໜ້ອຍ ດຽວກໍຕາມ. ແຕ່ວ່າ ດຽວນີ້ ມີຫຼາຍບໍລິສັດເພີ້ມຂຶ້ນທີ່ບອກໃຫ້ພະນັກງານທີ່ເຮັດ ວຽກໃນຫ້ອງການ ອອກການໄປ ເມື່ອຄວາມເລິກຂອງສະພາບເສດຖະກິດທີ່ຊຸດ ໂຊມລົງຂອງປະເທດປາກົດອອກມາໃຫ້ເຫັນ.

ນັກເສດຖະສາດບາງຄົນເວົ້າວ່າ ເສດຖະກິດຂອງສະຫະລັດ ຊຶ່ງເປັນເສດຖະກິດ ທີ່ໃຫຍ່ສຸດຂອງໂລກນັ້ນໄດ້ຫລຸດລົງ 10.8 ເປີເຊັນ ໃນ 3 ເດືອນທໍາອິດຂອງປີ ນີ້ ຊຶ່ງເປັນການຕົກວູບລົງທີ່ຕໍ່າທີ່ສຸດ ນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.

ຈໍານວນຄົນຂໍເງິນຊ່ວຍເຫລືອເພື່ອຊົດເຊີຍການຫວ່າງງານປະຈໍາອາທິດຫລ້າສຸດນີ້ ແມ່ນໜ້ອຍກວ່າສອງອາທິດຜ່ານມາ ເມື່ອມີຄົນຫລາຍກວ່າ 6 ລ້ານຄົນ ຂໍ ເອົາເງິນຊ່ວຍເຫຼືອດັ່ງກ່າວ. ຕົວເລກນັ້ນອາດສະແດງໃຫ້ເຫັນວ່າ ການຊຸດໂຊມ ລົງຂອງເສດຖະກິດມີສະພາບຄົງຕົວໄດ້ ຢູ່ໃນລະດັບນຶ່ງແລ້ວ.

ແຕ່ວ່າ ສິ່ງທີ່ບໍ່ມີໃຜຮູ້ກໍຄືວ່າ ທຸລະກິດຕ່າງໆ ຍັງຈະປິດ ຫລືດໍາເນີນງານຢູ່ໃນ ຂັ້ນທີ່ຫລຸດລົງ ທີ່ເຮັດໃຫ້ມີການເອົາຄົນອອກການເພີ້ມຂຶ້ນມາໄດ້ເປັນຫລາຍອາ ທິດແລ້ວນີ້ ຕໍ່ໄປອີກດົນປານໃດ. ຫລາຍລ້ານຄົນອາດຈະຂາດວຽກເຮັດງານທໍາ ໄປຈົນຮອດທ້າຍປີ 2020 ນີ້ ກໍເປັນໄດ້.

ປະທານາທິບໍດີດໍໂນລ ທຣໍາຂອງສະຫະລັດ ໄດ້ຜັກດັນໃຫ້ເປີດບາງພາກສ່ວນ ຂອງປະເທດໃຫ້ຄົນໄປເຮັດວຽກ ເຮັດການຄືນອີກ ໃນວັນທີ 1 ພຶດສະພານີ້ ໂດຍສະເພາະຢູ່ໃນລັດຕ່າງໆ ທີ່ມີ ຈໍານວນຄົນຕິດເຊື້ອໄວຣັສນີ້ໃນ ຈໍານວນ ໜ້ອຍຢູ່ນັ້ນ.

ແຕ່ວ່າບັນດາຫົວໜ້າຜູ້ບໍລິຫານຂອງບໍລິສັດ ໃຫຍ່ສຸດຈໍານວນນຶ່ງຂອງປະເທດ ໄດ້ເຕືອນທ່ານໃນວັນພຸດຜ່ານມາວ່າ ຕ້ອງໄດ້ມີການກວດຫາເຊື້ອໄວຣັສໂຄໂຣ ນາເສຍກ່ອນ ກ່ອນຈະໃຫ້ພວກກໍາມະກອນ ກັບຄືນໄປເຮັດວຽກ ເຮັດການໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG