ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນລາວ-ອາເມຣິກັນຜູ້ນຶ່ງ ຍັງສືບຕໍ່ໄດ້ຮັບ ເງິນ ຫວ່າງງານ ແລະບັນເທົາທຸກ ຍ້ອນພະຍາດໂຄວິດ-19


ໂຮງແຮມ Marriot ທີ່ເອື້ອຍບຸດສະບາເຄີຍໄປເຮັດວຽກຢູ່ໃນນັ້ນ ແຕ່ດຽວນີ້ຖືກປິດໄວ້ຍ້ອນການລະບາດຂອງໄວຣັສໂຄໂຣນາ ເຮັດໃຫ້ບໍ່ມີແຂກໄປພັກເຊົາ
ໂຮງແຮມ Marriot ທີ່ເອື້ອຍບຸດສະບາເຄີຍໄປເຮັດວຽກຢູ່ໃນນັ້ນ ແຕ່ດຽວນີ້ຖືກປິດໄວ້ຍ້ອນການລະບາດຂອງໄວຣັສໂຄໂຣນາ ເຮັດໃຫ້ບໍ່ມີແຂກໄປພັກເຊົາ

ເນື່ອງຈາກການລະບາດລະດັບໂລກ ຂອງພະຍາດໂຄວິດ-19 ທີ່ເຮັດໃຫ້ຄົນຕິດ ເຊື້ອພະຍາດນີ້ ຢູ່ໃນປະເທດສູງເປັນອັນດັບນຶ່ງຂອງໂລກນັ້ນ ໄດ້ສົ່ງຜົນກະທົບ ຢ່າງໜັກ ຕໍ່ເສດຖະກິດຂອງສະຫະລັດ. ຕໍ່ສະພາບການນີ້ ກໍມີບາງບໍລິສັດໄດ້ເອົາຄົນອອກການຢ່າງໄວວານັບແຕ່ກາງເດືອນມີນາຜ່ານມາ. ເຊັ່ນດຽວກັນ ໂຮງແຮມ ມາຣິອອດ Marriot ໃນນະ ຄອນໂພຣວີເດັນສ໌ຂອງລັດໂຣດໄອແລນ ກໍໄດ້ປິດກິດຈະການລົງ ນັບຕັ້ງ ແຕ່ວັນ ທີ 15 ມີນາເປັນຕົ້ນມາ, ອີງຕາມການ ບອກເລົ່າຂອງເອື້ອຍບຸດສະບາ, ພະນັກງານບໍລິການຢູ່ໂຮງແຮມດັ່ງກ່າວ. ປັດຈຸ ບັນນີ້ ເອື້ອຍກໍໄດ້ຮັບເງິນຊົດເຊີຍ ການຫວ່າງງານ ມາ ໄດ້ ເກືອບ 2 ເດືອນ ແລ້ວ ແລະນອກຈາກເງິນຫວ່າງງານ ແລ້ວ ກໍຍັງໄດ້ເງິນຊ່ວຍເຫລືອເພີ້ມອີກນັບ ແຕ່ ກາງເດືອນເມສາເປັນຕົ້ນມາ ເອື້ອຍບຸດສະບາເວົ້າ ສູ່ຟັງວ່າ:

ອີງຕາມກະຊວງແຮງງານຂອງສະຫະລັດແລ້ວເງິນ 600 ໂດລາ ທີ່ເອົາໃຫ້ແກ່ ພວກຫວ່າງງານ ໃນແຕ່ລະອາທິດນີ້ ແມ່ນມາຈາກເງິນຊ່ວຍເຫລືອທີ່ນອນຢູ່ໃນຮ່ວງເງິນປະມານ 2 ພັນ 200 ຕື້ໂດລາທີ່ລັດຖະສະພາສະຫະລັດໄດ້ຮັບຜ່ານ ຢູ່ພາຍໃຕ້ກົດໝາຍທີ່ຊື່ວ່າ Coronavirus Aid, Relief and Economic Security ຫລື CARES ໃນທ້າຍເດືອນມີນາຜ່ານມາ. ເງິນຫວ່າງງານຈໍານວນ ສອງຮ້ອຍກວ່າໂດລາ ແລະເງິນຊ່ວຍເຫລືອ 600 ໂດລາ ຕໍ່ອາທິດນີ້ ຈະສືບຕໍ່ໄດ້ ຮັບໄປດົນປານໃດນັ້ນ ເອື້ອຍບຸດສະບາບອກວ່າ ເອື້ອຍບໍ່ຮູ້ຈັກ. ແຕ່ວ່າ ອີງຕາມ ຖະ ແຫລງການສະບັບນຶ່ງທີ່ເຜີຍແຜ່ອອກມາ ໃນວັນທີ 30 ເມສາຜ່ານມາ ຢູ່ໃນເວັບ ໄຊທ໌ຂອງກະຊວງແຮງງານສະຫະລັດນັ້ນ, ລັດຖະມົນຕີ ເອີແຊນ ສຄາເລຍ (Eugene Scalia) ກ່າວວ່າ “ໃນຂະນະທີ່ລັດຕ່າງໆ ກໍາລັງເລີ້ມເປີດ ທຸລະກິດຄືນ ແລະໃຫ້ຊາວອາເມຣິກັນກັບຄືນ ໄປເຮັດວຽກເຮັດການຢູ່ນີ້, ການລາຍງານກ່ຽວ ກັບຄົນຫວ່າງງານສະທ້ອນໃຫ້ ເຫັນອີກເທື່ອນຶ່ງເຖິງຄວາມຫຍຸ້ງຍາກລໍາບາກທີ່ມີ ສາເຫດມາຈາກການລະບາດລະດັບໂລກຂອງໄວຣັສໂຄໂຣນາ. ການເຄື່ອນໄຫວ ຂອງທ່ານປະທານາທິບໍດີ ແລະນະໂຍບາຍຕ່າງໆ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ຊາວຜູ້ອອກແຮງງານອາເມຣິກັນໃນໄລຍະທີ່ມີວິກິດການນີ້ຢູ່. ທັງໝົດ 50 ລັດ ຂອງປະເທດ ດຽວນີ້ກໍາລັງເອົາເງິນຊົດເຊີຍຄ່າຫວ່າງງານ 600 ໂດລາ ຕໍ່ອາທິດ ໃຫ້ພວກຫວ່າງງານຢູ່ພາຍໃຕ້ກົດໝາຍ ຫລື CARES Act ນີ້.”

ພ້ອມກັນນັ້ນ, ນັບແຕ່ວັນທີ 30 ມີນາ 2020 ເປັນຕົ້ນມາລັດຖະບານກາງໄດ້ ຍືດການຊ່ວຍເຫລືອໂດຍໃຫ້ເງິນເພີ້ມອີກ 600 ໂດລາ ຕໍ່ອາທິດບວກໃສ່ ກັບ ເງິນຫວ່າງງານນີ້ໄປຕື່ມອີກ 13 ອາທິດ ແກ່ພວກທີ່ເຮັດທຸລະກິດຂອງຕົນເອງຫລື self-employed ແລະຄົນເຮັດວຽກ ອິດສະຫະລະແບບອື່ນໆ ອີງຕາມກະຊວງ ແຮງງານສະຫະລັດ.

ມາຮອດອາທິດແລ້ວນີ້ ມີຄົນຂໍເງິນຊົດເຊີຍການຫວ່າງງານຫລາຍກວ່າ 30 ລ້ານ 3 ແສນ ຄົນແລ້ວ ຊຶ່ງເປັນອັດຕາສູງຢ່າງເປັນປະຫວັດການໃນສະຫະລັດ ນັບແຕ່ ວິກິດການທາງເສດຖະກິດຄັ້ງໃຫຍ່ໃນຊຸມປີ 1930 ເປັນຕົ້ນມາ. ໃນການຂໍເອົາ ເງິນຊົດເຊີຍ ການຫວ່າງງານນີ້ ແມ່ນສາມາດເຮັດໄດ້ຫລາຍແບບຊຶ່ງ ຂຶ້ນກັບລະ ບຽບການຂອງແຕ່ລະລັດ. ບາງລັດກໍໃຫ້ຄົນຂໍເອົາທາງເວັບໄຊທ໌ ຂະນະທີ່ບາງ ລັດກໍສະໜອງເລກໂທລະສັບທົ່ວໄປແບບໂທຟຣີ ຫລື ວິທີອື່ນ. ສ່ວນກໍລະນີຂອງ ເອື້ອຍບຸດສະບາ ທີ່ຢູ່ໃນລັດໂຣດໄອແລນນັ້ນ ການຂໍເອົາເງິນ ຊົດເຊີຍການຫວ່າງ ງານແມ່ນຂໍຜ່ານທາງອອນລາຍຊຶ່ງຫົວໜ້າຂອງລາວເປັນຜູ້ຊ່ວຍໃນການປະກອບຟອມຄໍາຮ້ອງທີ່ວ່າໃຫ້ນີ້.

XS
SM
MD
LG