ບັນຫາການຫວ່າງງານໃນເຂດນະຄອນຫຼວງວຽງຈັນ ມີອັດຕາເກີນກວ່າ 2 ເປີເຊັນ ຂອງ
ກຳລັງແຮງງານທັງໝົດ ໂດຍມີສາເຫດມາຈາກສະພາວະເສດຖະກິດຕົກຕ່ຳ ແລະອັດຕາ
ຄ່າຈ້າງທີ່ຕ່ຳກວ່າຄ່າຄອງຊີບທີ່ເປັນຈິງ.
ທ່ານນາງລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມ
ນະຄອນວຽງຈັນ ຢືນຢັນວ່າເປົ້າໝາຍສຳຄັນຂອງການພັດທະນາດ້ານແຮງງານ ໃນປີ
2019 ນີ້ ຄືການຄວບຄຸມອັດຕາການຫວ່າງງານໃຫ້ຢູ່ໃນລະດັບບໍ່ເກີນ 2 ເປີເຊັນ ຂອງ
ຈຳນວນແຮງງານທັງໝົດ ພ້ອມທັງຈະມີການພັດທະນາເພື່ອຍົກລະດັບຝີມືແຮງງານ
ໃຫ້ໄດ້ 15,000 ຄົນ ແລະສົ່ງເສີມໃຫ້ມີການຈ້າງງານໃໝ່ໃຫ້ໄດ້ 35,000 ຄົນ ດ້ວຍ
ການຈັດງານຕະຫຼາດນັດແຮງງານເພື່ອສ້າງໂອກາດໃຫ້ບັນດາຜູ້ໃຊ້ແຮງງານ ແລະຜູ້
ອອກແຮງງານ ໄດ້ພົບປະເຈລະຈາເພື່ອຕົກລົງຈ້າງງານລະຫວ່າງກັນໄດ້ໂດຍກົງ.
ສຳລັບການຈັດງານຕະຫຼາດນັດແຮງງານໃນປີ 2019 ນີ້ ຈະມີຂຶ້ນໃນວັນທີ 16 ຫາ
20 ຕຸລາ ທີ່ສູນການຄ້າລາວ ITECC ຊຶ່ງນອກຈາກຈະມີບໍລິສັດເອກກະຊົນກວ່າ 250
ລາຍເຂົ້າຮ່ວມ ແລະຄາດຫວັງໄວ້ວ່າຈະມີການຕົກລົງຈ້າງງານໃໝ່ ຫຼາຍກວ່າ 3,000
ຄົນ ແລ້ວກໍຍັງຈະມີການແຂ່ງຂັນຕົບແຕ່ງໂຕະອາຫານແບບພື້ນຖານ ການແຂ່ງຂັນ
ແກະສະລັກຜັກ ແລະໝາກໄມ້ ການແຂ່ງຂັນແຕ່ງຊົງຜົມເຈົ້າສາວ ແລະການແຂ່ງຂັນ
ແຕ່ງເລັບ ທັງຍັງຈະມີການສໍາມະນາເພື່ອແນະແນວອາຊີບ ແລະການໃຫ້ບໍລິການຈັດ
ຫາງານທາງເວັບໄຊຕ໌ ສາທາລະນະ ຮວມເຖິງການປະກັນການຫວ່າງງານອີກດ້ວຍ.
ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າລາວກຳລັງປະເຊີນກັບບັນຫາສະພາບເສດຖະກິດ
ຕົກຕ່ຳ ຊຶ່ງເປັນຜົນກະທົບຈາກໄພພິບັດທຳມະຊາດ ແລະສົງຄາມການຄ້າລະຫວ່າງ
ສະຫະລັດອາເມຣິກາກັບຈີນນັ້ນ ກໍເຮັດໃຫ້ການຈ້າງງານໃນລາວຕົກຕ່ຳລົງຢ່າງຫລີກ
ລ່ຽງບໍ່ໄດ້ດ້ວຍເຊັ່ນກັນ ໂດຍສະເພາະແມ່ນການຫວ່າງງານຂອງບັນດານັກຮຽນ ແລະ
ນັກສຶກສາທີ່ຈົບການສຶກສາອອກມາໃໝ່ນັ້ນ ຖືເປັນບັນຫາທີ່ຮຸນແຮງເພີ້ມຂຶ້ນນັບມື້
ດັ່ງທີ່ ທ່ານນາງລຳພອຍ ໄດ້ໃຫ້ການຢືນຢັນວ່າ:
“ສຳລັບຢູ່ນະຄອນຫຼວງວຽງຈັນຂອງພວກເຮົາຫັ້ນ ກະແມ່ນການຫວ່າງງານກະຖື
ວ່າຈຳນວນນຶ່ງກະແມ່ນພໍ່ແມ່ເຂົາເຈົ້າກະມີວຽກໃຫ້ລູກເຮັດ ຫຼືວ່າປະກອບອາຊີບ
ເຮັດທຸລະກິດຊ່ວຍພໍ່ແມ່ຂາຍເຄື່ອງຂາຍຂອງ ຊ່ວຍພໍ່ແມ່ເນາະ ຖືວ່າເຂົາເຈົ້າກະ
ພໍມີວຽກເຮັດງານທຳ ແຕ່ໃນນັ້ນເມື່ອທຽບໃສ່ຈຳນວນນັກຮຽນໆຈົບ ແລະການໄປ
ປະກອບອາຊີບທີ່ເຂົາເຈົ້າຮຽນຈົບມາຫັ້ນ ກະຖືວ່າກະຍັງມີຈຳນວນຈຳກັດ.”
ທາງດ້ານທ່ານຫລ້າສາຍ ນວນທະສິງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ເຂດນະ
ຄອນຫຼວງວຽງຈັນ ຢືນຢັນວ່າການລົງທຶນໃນພາກອຸດສາຫະກຳ ແລະ ພາກບໍລິການ
ຢູ່ໃນເຂດນະຄອນຫຼວງວຽງຈັນທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໄດ້ເປັນຜົນເຮັດໃຫ້ພື້ນທີ່ການ
ຜະລິດດ້ານກະສິກຳໃນເຂດນະຄອນຫຼວງວຽງຈັນລົດລົງນັບມື້ ທັງຍັງເຮັດໃຫ້ກຳລັງ
ແຮງງານໃນພາກກະສິກຳມີຈຳນວນລົດນ້ອຍລົງດ້ວຍນັ້ນ ຈຶ່ງເຮັດໃຫ້ມີຄວາມຈຳເປັນ
ຢ່າງຍິ່ງ ທີ່ຈະຕ້ອງແກ້ໄຂບັນຫາດັ່ງກ່າວນີ້ ດ້ວຍການເພີ້ມປະສິດທິພາບຂອງການຜະ
ລິດດ້ານກະສິກຳຢ່າງຮີບດ່ວນທີ່ສຸດ ທັງນີ້ດ້ວຍການສົ່ງເສີມໃຫ້ນຳໃຊ້ເຄື່ອງກົນຈັກ
ແລະເທັກໂນໂລຈີທີ່ທັນສະໄໝເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ ທັງຍັງຈະຕ້ອງລົດ
ກຳລັງແຮງງານໃນພາກກະສິກຳລົງໃຫ້ໄດ້ສະເລ່ຍ 10 ເປີເຊັນຕໍ່ປີ ຈາກປັດຈຸບັນເຖິງ
ປີ 2020 ອີກດ້ວຍ.
ໃນຂະນະທີ່ທ່ານທອງລຸນ ສິສຸລິດ ນາຍົກລັດຖະມົນຕີ ຍອມຮັບວ່າ ຝີມືແຮງງານລາວ
ຍັງຫ່າງໄກຈາກລະດັບມາດຕະຖານສາກົນ ຊຶ່ງເຮັດໃຫ້ຕ້ອງເລັ່ງການພັດທະນາເພື່ອ
ໃຫ້ສາມາດເດີນທາງໄປເຮັດວຽກໃນຕ່າງປະເທດໃຫ້ໄດ້ ໂດຍລັດຖະບານລາວວາງ
ເປົ້າໝາຍຈະພັດທະນາແຮງງານຝີມືໃຫ້ໄດ້ 658,000 ກວ່າຄົນ ພາຍໃນປີ 2020 ແຕ່
ອົງການແຮງງານສາກົນ (ILO) ກໍລະບຸວ່າລັດຖະບານລາວຈະຕ້ອງສົ່ງເສີມເອກກະ
ຊົນຕ່າງຊາດໃຫ້ລົງທຶນເຂົ້າໃນການພັດທະນາການສືກສາຊັ້ນສູງຫຼາຍຂຶ້ນ ເພາະການ
ຂາດງົບປະມານເຮັດໃຫ້ລັດຖະບານລາວບໍ່ສາມາດກໍ່ຕັ້ງສະຖານສຶກສາຊັ້ນສູງໄດ້ພຽງ
ພໍ ໂດຍມະຫາວິທະຍາໄລແຫ່ງຊາດລາວ ຮອງຮັບນັກສຶກສາໄດ້ 11,000 ກວ່າຄົນ ແຕ່
ມີນັກຮຽນຈົບມັດທະຍົມປາຍກວ່າ 60,000 ຄົນໃນແຕ່ລະປີ.