ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຮງງານທີ່ຖືກກະທົບ ຈາກ COVID-19 ຈະໄດ້ຮັບການຊ່ວຍເຫຼືອ ຖ້າເຂົາເຈົ້າໄດ້ຊຳລະ ປະກັນສັງຄົມແລ້ວ 6 ເດືອນ


ແຮງງານ ລາວ ເດີນທາງກັບບ້ານຈາກ ໄທ ໃນລະຫວ່າງໄລຍະ ໂຣກລະບາດໄວຣັສໂຄໂຣນາ.
ແຮງງານ ລາວ ເດີນທາງກັບບ້ານຈາກ ໄທ ໃນລະຫວ່າງໄລຍະ ໂຣກລະບາດໄວຣັສໂຄໂຣນາ.

ແຮງງານທີ່ຖືກເລີກຈ້າງຍ້ອນຜົນກະທົບຈາກການລະບາດຂອງພະຍາດໄວຣັສ COVID-19 ຈະໄດ້ຮັບການຊ່ວຍເຫຼືອຈາກກອງທຶນອຸດໜູນການຫວ່າງານນັ້ນຕ້ອງໄດ້ຊຳລະເບ້ຍປະກັນສັງຄົມແລ້ວເຖິງ 6 ເດືອນ.

ທ່ານ ປະເດີມພອນ ສຸນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຖະ ແຫຼງວ່າ ໃນປັດຈຸບັນນີ້ມີແຮງງານ ລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໄວຣັສ COVID-19 ຫຼາຍຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນໃນພາກບໍລິການ ແລະ ທ່ອງທ່ຽວນັ້ນ ຖືເປັນພາກສ່ວນທີ່ມີການເລີກຈ້າງງານຫຼາຍທີ່ສຸດ ຊຶ່ງແຮງງານທີ່ຖືກເລີກຈ້າງດັ່ງກ່າວນີ້ກໍຈະໄດ້ຮັບການຊ່ວຍເຫຼືອຈາກກອງທຶນອຸດໜູນການຫວ່າງງານຕາມຫຼັກປະກັນສັງຄົມ ໂດຍມີເງື່ອນໄຂວ່າແຮງງານທີ່ຖືກເລີກຈ້າງດັ່ງກ່າວ ຕ້ອງໄດ້ມີການຊຳລະເບ້ຍປະກັນສັງຄົມແລ້ວເຖິງ 6 ເດືອນຕິດຕໍ່ກັນ ສ່ວນແຮງງານທີ່ບໍ່ໄດ້ຊຳລະເບ້ຍປະກັນດັ່ງກ່າວ ກໍຈະບໍ່ໄດ້ຮັບເງິນອຸດໜູນການຫວ່າງານແຕ່ຢ່າງໃດ ດັ່ງທີ່ທ່ານ ປະເດີມພອນ ໄດ້ໃຫ້ການຢືນຢັນວ່າ

“ຜູ້ທີ່ເປັນສະມາຊິກປະກັນສັງຄົມທີ່ວ່າຖືກຢຸດວຽກວິສາຫະກິດຕ່າງໆ ພວກເຮົາກະມີນະໂຍບາຍອອກມາວ່າຈະໄດ້ຮັບເງິນຫວ່າງງານຜູ້ທີ່ເປັນສະມາຊິກປະກັນສັງຄົມໃນປັດຈຸບັນນີ້ ແລ້ວກະມີໄລ ຍະການສົມທົບເງິນ 6 ເດືອນ ພວກເຮົາໄດ້ກຳນົດແນວນັ້ນ ແຕ່ປົກກະຕິກຳນົດຫວ່າງງານນີ້ ພວກເຮົາຈະມີກຳນົດວ່າເງິນສົມທົບຕ້ອງແມ່ນ​ 12 ເດືອນ ແຕ່ວ່າພວກເຮົາໃຫ້ໃຊ້ 6 ເດືອນ ຖ້າວ່າຜູ້ໃດບໍ່ໄດ້ເງື່ອນໄຂນີ້ຈະຕົກຢູ່ໃນກໍລະນີທີ່ວ່າເປັນຜູ້ທີ່ຈະໄດ້ຮັບການຊ່ວຍເຫຼືອທາງສັງເຄາະພຸ້ນ ຈະບໍ່ແມ່ນການຊ່ວຍເຫຼືອປະກັນສັງຄົມ.”

ການລະບາດຂອງໄວຣັສ COVID-19 ໃນລາວ ໃນປັດຈຸບັນຊຶ່ງຖືເປັນການລະບາດໄລຍະທີ 2 ແລ້ວນັ້ນໄດ້ສົ່ງຜົນກະທົບຕໍ່ພາກທຸລະກິດການຄ້າ ແລະ ບໍລິການໃນ ລາວ ຢ່າງກວ້າງຂວາງ ອັນເຮັດໃຫ້ມີການເລີກຈ້າງງານເພີ່ມຂຶ້ນເຖິງ 63,000 ຄົນໃນນີ້ເປັນແຮງງານເພດຍິງ 32,000 ກວ່າຄົນ ແລະ ສ່ວນຫຼາຍກໍແມ່ນແຮງງານໃນທຸລະກິດບໍລິການ ແລະ ທ່ອງທ່ຽວ ທັງນີ້ຍັງບໍ່ລວມແຮງ ງານໃນໂຮງງານຕັດຫຍິບເສື້ອຜ້າທີ່ຖືກເລີກຈ້າງໄປແລ້ວກ່ອນໜ້ານີ້ຫຼາຍກວ່າ 17,000 ຄົນແຕ່ຢ່າງໃດ.

ສ່ວນທ່ານນາງ ແກ້ວ ຈັນທະວິໄລ ຫົວໜ້າອົງການປະກັນສັງຄົມແຫ່ງຊາດຖະແຫຼງວ່ານັບຈາກເດືອນກໍລະກົດ 2020 ເຖິງທ້າຍເດືອນກຸມພາ 2021 ອົງການປະກັນສັງຄົມແຫ່ງຊາດ ລາວ ໄດ້ຮັບຄຳຮ້ອງຈາກ 379 ໜ່ວຍແຮງງານ ເພື່ອຂໍເງິນອຸດໜູນຊ່ວຍເຫຼືອໃຫ້ກັບແຮງງານ 26,269 ຄົນທີ່ຖືກເລີກຈ້າງໂດຍບັນດາຫົວໜ່ວຍທຸລະກິດເອກະຊົນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19 ຊຶ່ງໃນນີ້ກໍປາກົດວ່າມີຄຳຮ້ອງຈາກ 362 ໜ່ວຍແຮງງານທີ່ຜ່ານການພິຈາລະນາ ແລະ ມີແຮງງານ 25,453 ຄົນທີ່ມີເງື່ອນໄຂໄດ້ຮັບເງິນອຸດໜູນການຫວ່າງງານ ດັ່ງທີ່ທ່ານນາງ ແກ້ວ ໄດ້ໃຫ້ການອະທິບາຍວ່າ

“ກະມີຫຼາຍຫົວໜ່ວຍແຮງງານຍື່ນເຂົ້າມາ ແຕ່ວ່າເຮົາມາກວດກາເບິ່ງແລ້ວການຢັ້ງຢືນຕ່າງໆກະບໍ່ຄົບເງື່ອນໄຂ ແລ້ວພວກເຮົາກະບໍ່ໄດ້ພິຈາລະນາໃຫ້ຜູ້ໃດທີ່ຄົບເງື່ອນໄຂ ພວກເຮົາຈຶ່ງໄດ້ພິຈາລະ ນາໃຫ້ ອັນນີ້ເຮົາຈະສົມທົບກັນເນາະ ນຶ່ງລະແມ່ນການຢັ້ງຢືນຂອງພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນວ່າ ສະພາອຸດສາຫະກຳການຄ້າລາວ ສູນກາງສະຫະພັນກຳມະບານ ແລ້ວກະຜະແນກການທີ່ຕິດພັນກັບທຸລະກິດເຫຼົ່ານັ້ນໄດ້ຢັ້ງຢືນຊ່ວຍວ່າ ຫົວໜ່ວຍແຮງງານເຫຼົ່ານີ້ນິ ໄດ້ຢຸດວຽກແທ້ບໍ່ ລະແຮງ ງານນີ້ຈຳນວນທີ່ພັກວຽກໄປຫັ້ນມີຈັກຄົນ ຈຳນວນໃດທີ່ສືບຕໍ່ອອກແຮງງານຢູ່.“

ທັງນີ້ອົງການປະກັນສັງຄົມແຫ່ງຊາດໄດ້ຮັບການຊ່ວຍເຫຼືອຈາກອົງການແຮງງານສາກົນ (ILO) ແລະ ລັດຖະບານ ເຢຍຣະມັນ ໃນມູນຄ່າ 1.8 ລ້ານໂດລາສຳລັບນຳໃຊ້ເປັນເງິນອຸດໜູນເພື່ອຊ່ວຍ ເຫຼືອແຮງງານໃນໂຮງງານຕັດຫຍິບເສື້ອຜ້າ 17,000 ກວ່າຄົນທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ທີ່ຖືເປັນເງິນອຸດໜູນໄລຍະສັ້ນໃນອັດຕາ 9 ແສນກີບຕໍ່ຄົນ ແລະ ໄດ້ເລີ່ມການຈ່າຍເງິນດັ່ງກ່າວໃນເດືອນມີນາ 2021 ແຕ່ເນື່ອງຈາກວ່າມີແຮງງານໃນໂຮງງານຕັດຫຍິບເສື້ອຜ້າໃນ ລາວ ຫຼາຍກວ່າ 26,000 ຄົນ ຈຶ່ງເຮັດໃຫ້ມີແຮງງານອີກກວ່າ 9,000 ຄົນທີ່ບໍ່ໄດ້ຮັບເງິນອຸດໜູນດັ່ງກ່າວ ອີງທັງຍັງມີແຮງງານ ລາວ ກວ່າ 3​ ແສນຄົນທີ່ຖືກເລີກຈ້າງໃນ ໄທ ແລະ ພາກັນເດີນທາງກັບມາເປັນຄົນຫວ່າງງານຢູ່ ລາວ ໃນປັດຈຸບັນນີ້.

ສ່ວນທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ບອກວ່າການລະບາດໄວຣັສ COVID-19 ໄດ້ກະທົບຕໍ່ພາກທຸລະກິດບໍລິການໃນນະຄອນຫຼວງວຽງຈັນ 62 ເປີເຊັນ ສ່ວນພາກອຸດສາຫະກຳ ແລະ ກະສິກຳກໍຖືກກະທົບເຖິງ 32 ເປີເຊັນ ແລະ 6 ເປີເຊັນຕາລຳດັບ ຂະນະທີ່ສະ ພາການຄ້າ ແລະ ອຸດສາຫະກຳແຫ່ງຊາດປະເມີນວ່າ ພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ໄດ້ເລີກຈ້າງງານແລ້ວກວ່າ 1 ແສນຄົນ ຊຶ່ງກໍສອດຄ່ອງກັບສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລາວ ທີ່ໄດ້ປະເມີນວ່າພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ສູນເສຍລາຍໄດ້ກວ່າ 700 ລ້ານໂດລາ ໂດຍສົ່ງຜົນກະທົບຕໍ່ໜ່ວຍທຸລະກິດ 128,690 ລາຍ ແລະ ເຮັດໃຫ້ເສດຖະກິດ ລາວ ເກີດການເສຍຫາຍໄປຫຼາຍກວ່າ 7,000 ຕື້ກີບໃນປີ 2020 ທີ່ຜ່ານມາ.

XS
SM
MD
LG