ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນອາເມຣິກັນອີກ 1 ລ້ານ 5 ແສນຄົນ ຂໍເອົາເງິນຊ່ວຍເຫລືອ ໃນການຫວ່າງງານ


ຜູ້ຄົນພາກັນໄປລໍຖ້າຢູ່ສູນຊ່ວຍເຫລືອໃນການຈັດຫາງານຂອງລັດເຄນຕັກກີກ່ອນມັນຈະເປີດປະຕູເພື່ອຂໍເອົາການຊ່ວຍເຫຼືອ ໃນການຍື່ນຄໍາຮ້ອງຂໍເອົາເງິນຊ່ວຍເຫລືອ ໃນເວລາຕົກງານ, ວັນທີ 18 ມິຖຸນາ, 2020.
ຜູ້ຄົນພາກັນໄປລໍຖ້າຢູ່ສູນຊ່ວຍເຫລືອໃນການຈັດຫາງານຂອງລັດເຄນຕັກກີກ່ອນມັນຈະເປີດປະຕູເພື່ອຂໍເອົາການຊ່ວຍເຫຼືອ ໃນການຍື່ນຄໍາຮ້ອງຂໍເອົາເງິນຊ່ວຍເຫລືອ ໃນເວລາຕົກງານ, ວັນທີ 18 ມິຖຸນາ, 2020.

ທຸລະກິດຫລາຍພັນແຫ່ງກໍາລັງເປີດຄືນພາຍຫລັງທີ່ໄດ້ຖືກບັງຄັບໃຫ້ປິດລົງຍ້ອນ ການລະບາດຢ່າງໜັກ ຂອງໄວຣັສໂຄໂຣນາ ແຕ່ວ່າຫລາຍແຫ່ງ ກໍຍັງເອົາພະ ນັກງານອອກການຢູ່.

ພະນັກງານອີກ 1 ລ້ານ 5 ແສນຄົນໄດ້ຂໍເອົາເງິນຊົດເຊີຍຄ່າຫວ່າງງານໃນອາ ທິດແລ້ວນີ້, ອີງຕາມການລາຍງານຂອງກະຊວງແຮງງານໃນວັນພະຫັດວານນີ້. ຕົວເລກນີ້ແມ່ນໄດ້ຫລຸດລົງເລັກນ້ອຍຈາກນຶ່ງອາທິດກ່ອນໜ້ານັ້ນ ແລະເປັນຕົວ ເລກຂໍເອົາເງິນຊົດເຊີຍການຫວ່າງງານ ທີ່ຕໍ່າທີ່ສຸດໃນຮອບສາມເດືອນຜ່ານມາ ແຕ່ວ່າ ກໍຍັງເປັນຕົວເລກທີ່ສູງ ຢ່າງບໍ່ທໍາມະດາຢູ່ ສໍາລັບປະເທດທີ່ມີເສດຖະ ກິດທີ່ໃຫຍ່ທີ່ສຸດຂອງໂລກແຫ່ງນີ້.

ຕົວເລກພະນັກງານທີ່ຂໍເອົາການຊ່ວຍເຫລືອໃນຕອນຕົກງານໄດ້ຫລຸດລົງມາຕະ ຫລອດ ເປັນອາທິດທີ 13 ແລ້ວ ແຕ່ວ່າບັນດາພວກເຈົ້າໜ້າທີ່ທາງເສດຖະກິດ ກໍາລັງທໍານາຍວ່າ ການຟື້ນຕົວຄືນຢ່າງເຕັມສ່ວນຈາກການລະບາດຢ່າງໜັກ ຂອງພະຍາດຈະໃຊ້ເວລາດົນນານ ຈະແກ່ຍາວໄປຮອດປີ 2021.

ລວມທັງໝົດແລ້ວ ມີ 45 ລ້ານ 5 ແສນຄົນໄດ້ຂໍເອົາເງິນທົດແທນການຫວ່າງ ງານ ນັບແຕ່ກາງເດືອນມີນາເປັນຕົ້ນມາ ຊຶ່ງເປັນຈໍານວນທີ່ຫລາຍກວ່າເຄິ່ງນຶ່ງ ຂອງກໍາ ລັງແຮງງານຂອງສະຫະລັດ. ຕົວເລກຂອງຄົນໄດ້ຮັບເງິນຊ່ວຍເຫລືອ ໃນເວລາຕົກງານປັດຈຸບັນນີ້ໄດ້ຫລຸດລົງມາເປັນ 20 ລ້ານ 5 ແສນຄົນໃນຂະ ນະທີ່ຫລາຍລ້ານຄົນດຽວນີ້ໄດ້ກັບຄືນໄປເຮັດວຽກແລ້ວ.

ແຕ່ວ່າ ທ່ານ ເຈໂຣມມີ ພາວແວລ, ປະທານທະນາຄານກາງ ໄດ້ກ່າວຕໍ່ຄະນະ ກໍາມະການຂອງລັດຖະສະພາໃນອາທິດນີ້ວ່າ ເຖິງແມ່ນວ່າເສດຖະກິດຂອງສະ ຫະລັດ ໄດ້ເລີ້ມພຸ້ງຕົວກັບຄືນມາຈາກສະພາບທີ່ຮ້າຍແຮງທີ່ສຸດຍ້ອນໄວຣັສໂຄ ໂຣນາ, ແຕ່ວ່າ “ລະດັບຂອງຜົນຜະລິດແລະການຈ້າງງານ ກໍຍັງຕໍ່າກວ່າລະດັບ ທີ່ມີກ່ອນການລະບາດຢ່າງໜັກຂອງພະຍາດນັ້ນຫລາຍ ແລະ ການຟື້ນຕົວຄືນ ແລະຄວາມ ເຂັ້ມແຂງຂອງເສດຖະກິດແມ່ນມີຄວາມບໍ່ແນ່ນອນ ຢ່າງຫລວງ ຫລາຍ.”

ທ່ານເວົ້າວ່າ ໂດຍລວມແລ້ວ “ຜົນກະທົບໜັກທີ່ພວກເຮົາໄດ້ຮັບ-ເສດຖະກິດໄດ້ ຮັບ ແມ່ນໜັກທີ່ສຸດ ໃນຄວາມຊົງຈໍາຂອງຄົນເທົ່າທີ່ມີມາ.”

ທ່ານພາວແວລ ເວົ້າວ່າ ການຫລຸດລົງຢ່າງໜັກ ທີ່ການລະບາດຂອງພະຍາດ ໄດ້ນໍາມາ ຊຶ່ງຜົນກະທົບອັນໃຫຍ່ຫລວງ ຕໍ່ບາງຂະແໜງຂອງກໍາລັງແຮງງານ ຂອງອາເມຣິກາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG