ປະທານາທິບໍດີສະຫະລັດ ທ່ານ Barack Obama ຕ້ອນຮັບ
ນາຍົກລັດຖະ ມົນຕີປາກິສຖານ ທ່ານ Nawaz Sharif ທີ່ທຳ
ນຽບຂາວ ໃນວັນພະຫັດວານນີ້ ດ້ວຍການໃຫ້ຄຳໝັ້ນສັນຍາ
ອີກຄັ້ງນຶ່ງ ທີ່ຈະເສີມຂະຫຍາຍ ສາຍສຳພັນ ທີ່ເຫັນວ່າ ເປັນ
ຄວາມຫວັງສຸດຍອດ ທີ່ຈະເປັນຜູ້ໄກ່ເກ່ຍສັນຕິພາບຢູ່ໃນອັຟ
ການິສຖານ.
ຜູ້ນຳທັງສອງໄດ້ອອກມາຈາກການປະຊຸມຢູ່ທີ່ທຳນຽບຂາວ
ໂດຍປະກາດວ່າ ບໍ່ມີກຳນົດເວລາກ່ຽວກັບການເຈລະຈາສັນຕິ
ພາບ ທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ ຫລືບັນລຸຄວາມກ້າວໜ້າທີ່
ສຳຄັນໃດໆ ກ່ຽວກັບເລື້ອງອຶ່ນໆ ທີ່ຢູ່ໃນລາຍການປະຊຸມຂອງ
ພວກທ່ານຮວມທັງຄວາມເປັນຫ່ວງກ່ຽວກັບການເຕີບໃຫຍ່ຂະຫຍາຍ ໂຕຂອງຄັງອາວຸດ
ນິວເຄລຍປາກິສຖານ. ແຕ່ແທນທີ່ ພວກທ່ານໄດ້ກ່າວຊົມເຊີຍ ກ່ຽວກັບຂໍ້ລິເລີ້ມໃໝ່ທາງ
ດ້ານການຄ້າ ພະລັງງານສະອາດ ແລະການສຶກສາແກ່ພວກແມ່ຍິງ.
ຢູ່ໃນການສະເໜີສັ້ນໆກ່ອນການການປະຊຸມຂອງພວກທ່ານນັ້ນ ທ່ານ Obama ກ່າວວ່າ
“ຄວາມຈິງແລ້ວ ສະຫະລັດ ແລະປາກິສຖານ ໄດ້ມີຄວາມສຳພັນ ອັນຍາວນານ ໄດ້ປະຕິ
ບັດງານ ແລະຮ່ວມມືກ່ຽວກັບບັນຫາຕ່າງໆ. ພວກເຮົາກຳລັງເບິ່ງໄປໜ້າ ທີ່ຈະໃຊ້ກອງປະ
ຊຸມນີ້ ເປັນໂອກາດເພື່ອເຮັດໃຫ້ຄວາມສຳພັນເລິກລົງໄປກວ່າເກົ່າ.”
ທ່ານ Sharif ໃຫ້ຂໍ້ສັງເກດກ່ຽວກັບຄວາມສຳພັນສອງຝ່າຍ ໂດຍກ່າວວ່າ “ຄວາມສຳພັນ ຂອງປາກິສຖານ ແລະອາເມຣິກາ ຍືນຍົງຢູ່່ມາໄດ້ 70 ປີແລະມັນເປັນຄວາມມຸ້ງມາດປາດ
ຖະໜາຂອງຂ້າພະເຈົ້າ ທີ່ຈະເສີມຂະຫຍາຍແລະໃຫ້ຄວາມສຳພັນນີ້ແໜ້ນແຟ້ນຂຶ້ນ
ກວ່າເກົ່າ.”
ທໍານຽບຂາວ ກຳລັງພະຍາຍາມກົດດັນໃຫ້ປາກິສຖານ ຫລີ້ນບົດບາດສຳຄັນຢູ່ໃນແຜນ
ການທີ່ມີການທົບທວນໃໝ່ຂອງວໍຊິງຕັນ ເພື່ອຍຸດຕິສົງຄາມທີ່ມີມາເປັນເວລາ 14 ປີ
ຢູ່ທີ່ປາກປະຕູຂອງປາກິສຖານນັ້ນ.
ອາທິດແລ້ວນີ້ ທ່ານ Obama ໄດ້ຕ່າວປີ້ນຄຳສັນຍາຂອງທ່ານ ທີ່ຈະຖອນທະຫານ
ສະຫະລັດ ອອກຈາກອັຟການິສຖານ ກ່ອນທ່ານໝົດໜ້າທີ່ ອັນເປັນການຮັບຮູ້ ທີ່ປະ
ເທດດັ່ງກ່າວຍັງບໍ່ມີຄວາມບໍ່ທຸ່ນທ່ຽງເທື່ອ. ດ້ວຍການຕັດສິນໃຈດັ່ງກ່າວ ບັນດາເຈົ້າໜ້າ
ທີ່ ສະຫະລັດ ບັດນີ້ມີຄວາມຫວັງທີ່ຈະເນັ້ນໜັກໃສ່ ຍຸດທະສາດການເມືອງເພື່ອສ້າງສັນ
ຕິພາບ ຮວມທັງຊຸກຍູ້ໃຫ້ປາກິສຖານ ຮື້ຟື້ນການເຈລະຈາສັນຕິພາບ ທີ່ໄດ້ຕົກຢູ່ໃນສະ
ພາບບໍ່ໄປບໍ່ມາ ຕັ້ງແຕ່ລະດູຮ້ອນພຸ້ນ.