ພວກຜູ້ນໍາຝ່າຍຄ້ານຊີເຣຍບາງທ່ານຮຽກຮ້ອງໃຫ້ທໍາການປະທ້ວງຂຶ້ນ ເພື່ອທົດສອບ
ການຕັດສິນໃຈຂອງລັດຖະບານ ກ່ຽວກັບການປະຕິບັດຕາມຂໍ້ຕົກລົງຢຸດຍິງທີ່ສະຫະ
ປະຊາຊາດເປັນຜູ້ໄກ່ເກ່ຍນັ້ນ.
ການທ້າທາຍທີ່ເປີດເຜີຍອອກໂດຍສະພາປົກຄອງແຫ່ງຊາດຂອງຝ່າຍຄ້ານ ໃນວັນ
ພະຫັດມື້ນີ້ ມີຂຶ້ນໃນເວລາພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກຄວາມວຸ້ນວາຍມິດງຽບລົງ
ປະກົດຂຶ້ນຢູ່ໃນທົ່ວປະເທດນັ້ນ.
ທ່ານ Fawaz Zakri ໂຄສົກປະຈໍາສະພາປົກຄອງແຫ່ງຊາດຊົ່ວຄາວ ໄດ້ຕັ້ງຄວາມ
ຫວັງໄວ້ວ່າ ຄວາມຮຸນແຮງທີ່ດຳເນີນມາໄດ້ຫຼາຍເດືອນແລ້ວນັ້ນ ໃນທີ່ສຸດກໍຍຸດຕິລົງ
ແຕ່ທ່ານກ່າວວ່າ ມັນສົມຄວນແກ່ເວລາທີ່ພວກປະທ້ວງທໍາການປະທ້ວງຕື່ມອີກເພື່ອ
ຢາກໃຫ້ຜູ້ຄົນໄດ້ຍິນສຽງຂອງເຂົາເຈົ້າ.
ກຸ່ມປົກປ້ອງສິດທິມະນຸດຊີເຣຍ Observatory ທີ່ມີຫ້ອງການປະຕິບັດງານຢູ່ໃນປະ
ເທດອັງກິດ ກ່າວຕໍ່ວີໂອເອວ່າ ບໍ່ມີລາຍງານແຈ້ງໃຫ້ຊາບກ່ຽວກັບຄວາມຮຸນແຮງໃດໆ
ເກີດຂຶ້ນ ນັບແຕ່ກຳນົດເສ້ນຕາຍຂອງການຢຸດຍິງມີຜົນບັງຄັບໃຊ້ມາ ເວລາ 6:oo ໂມງ
ເຊົ້າຕາມເວລາໃນທ້ອງຖິ່ນ ໃນມື້ນີ້.
ເຖິງແມ່ນສະຖານະການມິດງຽບລົງ ແຕ່ພວກອົບພະຍົບຊີເຣຍຫຼາຍຄົນຍັງມີຄວາມ
ສົງໄສຢູ່.
ຊາວອົບພະຍົບຄົນນຶ່ງທີ່ບໍ່ບອກຊື່ໃຫ້ຊາບ ທີ່ຍັງອາໄສຢູ່ໃນເຂດຊາຍແດນຂອງເທີກີ
ກ່າວວ່າ ທຸກສິ່ງທຸກຢ່າງທີ່ມາຈາກລັດຖະບານປະທານາທິບໍດີ Bashar al-assad
ບໍ່ສາມາດເຊື່ອຖືໄດ້.
ຂໍ້ຕົກລົງທີ່ໄກ່ເກ່ຍໂດຍທ່ານໂກຟີ ອັນນັນ ທູດພິເສດສະຫະປະຊາຊາດແລະສັນນິບາດ
ອາຣັບ ມີວັດຖຸປະສົງເພື່ອຍຸດຕິຄວາມຮຸນແຮງ ແລະການນອງເລືອດກັນມາເປັນເວລາ
13 ເດືອນ ໃນປະເທດນັ້ນ. ລັດຖະບານຊີເຣຍໃຫ້ຄໍາໝັ້ນສັນຍາທີ່ຈະປະຕິບັດຕາມຂໍ້ຕົກ
ລົງຢຸດຍິງແຕ່ເຕືອນຢູ່ໃນຖະແຫຼງການສະບັບນຶ່ງໃນວັນພຸດວານນີ້ວ່າ ກໍາລັງທັບຂອງຕົນ
ຍັງຄົງຈະຢູ່ໃນທ່າຕຽມພ້ອມເພື່ອທໍາການຕອບໂຕ້ຕໍ່ການໂຈມຕີໃດໆກໍຕາມໂດຍກຸ່ມປະ
ກອບອາວຸດກໍ່ການຮ້າຍຕໍ່ພວກພົນລະເຮືອນຫຼືຕໍ່ທະຫານຂອງລັດຖະບານນັ້ນ.
ທ່ານ Bassam Imadi ສະມາຊິກຂອງສະພາປົກຄອງແຫ່ງຊາດຊົ່ວ ຄາວຂອງພວກຝ່າຍ
ຄ້ານຊີເຣຍ ກ່າວໃນວັນພະຫັດມື້ນີ້ວ່າ ທ່ານຍັງບໍ່ທັນແນ່ນອນເທື່ອວ່າ ສັນຍາຢຸດຍິງນີ້ຈະມີ
ຜົນຫຼືບໍ ແລະທ່ານກ່າວຕໍ່ໄປວ່າ ຖ້າການຢຸດຍິງດໍາເນີນໄປດ້ວຍດີ ມັນກໍສາມາດເປັນພຽງ
ບາດກ້າວທໍາອິດເທົ່ານັ້ນ.