ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາບ​ການ​ ຄ້າຍ​ຄື​ວ່າ ສ​ະ​ຫງົບລົງ ​ພາຍ​ຫຼັງ​ ມີ​ການ​ປະ​ທ້ວງ​ ຢູ່​ຮົງ​ກົງ ຕໍ່​ຮ່າງ​ກົດ​ໝາຍ​ ສົ່ງ​ຜູ້​ກະ​ທຳ​ຜິດ​ ໄປໃຫ້​ຈີນ ໃນ​ມື້​ວານນີ້​


ຜູ້ປະ​ທ້ວງຖື​ປ້າຍ​ຖືບ​ອກ​ໃຫ້​ຢຸດ​ຍິງ​ນັກ​ຮຽນ​ຮົງ​ກົງ ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ປະ​ທ້ວງຕໍ່​ຮ່າງ​ກົດ​ໝາຍ​ສົ່ງ​ຄົນ​ຮ້າຍຂ້າມ​ແດນໄປ​ໃຫ້​ຈີນ ຢູ່​ຮົງ​ກົງ ໃນ​ວັນ​ທີ 13, 2019.
ຜູ້ປະ​ທ້ວງຖື​ປ້າຍ​ຖືບ​ອກ​ໃຫ້​ຢຸດ​ຍິງ​ນັກ​ຮຽນ​ຮົງ​ກົງ ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ປະ​ທ້ວງຕໍ່​ຮ່າງ​ກົດ​ໝາຍ​ສົ່ງ​ຄົນ​ຮ້າຍຂ້າມ​ແດນໄປ​ໃຫ້​ຈີນ ຢູ່​ຮົງ​ກົງ ໃນ​ວັນ​ທີ 13, 2019.

ສະ​ພາບທີ່​ເບິ່ງຄ້າຍ​ກັບວ່າ​ເປັນປົກ​ກະ​ຕິ​ ໄດ້​ກັບ​ຄືນ​ມາ​ສູ່​ຮົງ​ກົງແລ້ວ ໃນ​ວັນ​ພະ​ຫັດ​ມື້ນີ້ ພາຍ​ຫລັງ​ທີ່​ມີ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຕຳ​ຫລວດ ແລະພວກ​ປະ​ທ້ວງທີ່​ຄັດ​ຄ້ານ​ຕໍ່​ຮ່າງ​ກົດ​ໝາຍ​ສົ່ງ​ຄົນ​ຮ້າຍຂ້າມ​ແດນ ​ທີ່​ເປັນ​ເລື້ອງ​ຖົກ​ຖຽງ​ກັນຢູ່ ຊຶ່ງ​ຈະ​ອະ​ນຸ​ຍາດ​ໃຫ້ ​ສົ່ງ​ຕົວຜູ້​ຕ້ອງ​ສົງ​ໄສ​ວ່າ ໄດ້ກໍ່​ອາດ​ຊະ​ຍາ​ກຳ​ ໄປ​ດຳ​ເນີນ​ຄະ​ດີ​ຢູ່​ຈີນ​ແຜ່ນ​ດິນ​ໃຫຍ່ນັ້ນ.

ພວກ​ປະ​ທ້ວງ​ພາ​ກັນເກັບ​ເອົ​າ​ແກັດ​ກ່ອງ​ເຄື່ອງ​ໃຊ້​ສອຍ ​ຢູ່​ຈະ​ຕຸ​ລັດ​ຮູບ​ປັ້ນ​ຂອງ ຮົງ​ກົງໄປ ​ໃນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້ ໃນ​ຂະ​ນະ​ທີ່​ຕຳ​ຫລວດ​ປາບ​ການ​ຈາ​ລະ​ຈົນ​ຢືນ​ເບິ່ງ​ຢູ່.

ຝົນ​ຕົກ​ໜັກ​ໃນຕອນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້ ໄດ້​ກີດ​ກັນ​ບໍ່​ໃຫ້​ມີ​ການ​ປະ​ທ້​ວງຄັ້ງ​ໃໝ່ຂຶ້ນ ພາຍ​ຫລັງ​ທີ່​ມີ​ການ​ປະ​ທ້ວງ ​ໃນ​ວັນ​ພຸດ​ວານນີ້ ໂດຍ​ພວກ​ນັກ​ເຄື່ອນ​ໄຫວ ຫລາຍ​ພັນ​ຄົນ ທີ່​ໄດ້​ເຮັດ​ໃຫ້​ສຳ​ນັກ​ງານ​ໃຫຍ່​ຕ່າງໆຂອງ​ລັດຖະ​ບານ ແລະ​ສະ​ພານິ​ຕິ​ບັນ​ຍັດປິດ​ລົງ​ ໃນ​ມື້ທີ່​ສະ​ພາ​ດັ່ງ​ກ່າວ​ຈະ​ທຳ​ການ​ອະ​ທິ​ປາຍ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ການສົ່ງ​ຄົນ​ຮ້າຍຂ້າມ​ແດນສະ​ບັບນັ້ນ. ພວກ​ເຈົ້າ​ໜ້າ​ທີ່​ ທີ່​ໃສ່​ໝວກ​ກັນ​ກະ​ທົບ ແລະ ຖືເຄື່ອງ​ກຳ​ບັງ​ໄວ້ ໄດ້​ຍິງ​ລະ​ເບີດ​ນ້ຳ​ຕາ, ກະ​ສຸນ​ປືນ​ຢາງ ແລະ​ສີດ​ສະ​ເປ​ໝາກ​ເຜັດ ໃສ່ພວກ​ປະ​ທ້ວງ​ ທີ່​ບາງ​ຄົນ​ກໍ​ໄດ້ປີນຮົ້ວຕັນ​ທາງຂຶ້ນ ແລະ​ໂຍນ​ສິ່ງ​ຂອງ​ຕ່າງໆ​ ໃສ່​ຕຳ​ຫລວດນັ້ນ ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າ​ຖອຍ​ໄປ. ພວກ​ເຈົ້າ​ໜ້າ​ທີ່ ໂຮງ​ໝໍ​ເວົ້າ​ວ່າ ຢ່າງ​ໜ້ອຍ 72 ຄົນ​ໄດ້​ຮັບ​ບາດ​ເຈັບ.

ການ​ເດີນ​ຂະ​ບວນ​ປະ​ທ້ວງ ​ບັງ​ຄັບ​ໃຫ້​ສະ​ພາ​ນິ​ຕິ​ບັນ​ຍັດ​ເລື່ອນ​ກອງ​ປະ​ຊຸມ​ໃນ​ວັນ​ພຸດ​ວານນີ້​ ທີ່​ພວກ​ສະ​ມາ​ຊິກ​ສະ​ພາ​ ມີ​ກຳ​ນົດ​ຈະ​ທຳ​ການ​ອະ​ພິ​ປາຍ​ ກ່ຽວ​ກັບນິ​ຕິ​ກຳ​ທີ່​ຖືກ​ສະ​ເໜີໄປນັ້ນ. ສະ​ພານິ​ຕິ​ບັນ​ຍັດກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ຍັງບໍ່ມີ​ການ​ກຳ​ນົດ​ມື້​ອື່ນ​ໃດ ເພື່ອ​ຈະທຳ​ການອະ​ພິ​ປາຍ ​ກ່ຽວ​ກັບ​ນິ​ຕິ​ກຳ​ນີ້​ເທື່ອ.

ນາງແຄັດ​ຕີ ແລ​ມ (Katie Lam) ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເວົ້າ​ວ່າ ລາວແລະ​ຄົນ​ອື່ນໆ ກຳ​ລັງ​ລໍ​ຖ້າລວມ​ຕົວ​ເຂົ້າ​ກັນຢູ່ ເມື່ອ​ໄດ້​ຍິນຂ່າວ​ວ່າ​ສະ​ພາ​ນິ​ຕິ​ບັນ​ຍັດ​ໄດ້​ທຳ​ການ ເຄື່ອນ​ໄຫວ​ຕໍ່​ໄປ ​ກ່ຽວ​ກັບ​ນິ​ຕິ​ກຳ​ສະ​ບັບ​ນັ້ນຢູ່.

ເຖິງ​ແມ່ນ​ ​ລັດ​ຖະ​ບານ​ໄດ້​ປະ​ກາດ​ໄປ​ວ່າ ​ຫ້ອ​ງການຂອງສະ​ພານິ​ຕິ​ບັນ​ຍັດແລະ​ ຂອງ​ລັດ​ຖະ​ບານໄດ້ຖືກ​ປິດ​ໄວ້ ​ໃນ​ວັນ​ພະ​ຫັດ​ມື້ນີ້ກໍ​ຕາມ, ນາງ​ແລມ​ເວົ້າ​ວ່າ ພວກ​ເດີນ​ຂະ​ບວນ​ກໍ​ຍັງ​ກຽມ​ຕົວ​ ເພື່ອ​ຕອບ​ໂຕ້​ຖ້າ​ຫາກ​ສະ​ພາບ​ການ​ມີ​ການ​ປ່ຽນ​ແປງ.

ນາງແລມກ່າວ​ວ່າ "ປະ​ທານ​ສະ​ພານິ​ຕິ​ບັນ​ຍັດມີ​ສິດ​ທີ່​ຈະ​ເປີດກອງ​ປະ​ຊຸມໃນ​ເວ​ລາ​ໃດ​ກໍ​ໄດ້ ສະ​ນັ້ນ ພວກ​ເຮົາ​ກຽມພ້ອມ ​ທີ່ຈະ​ປະ​ທ້ວງ​ໃນ​ພາຍ​ຫລັງ ເມື່ອ​ໃດ​ຫາກມີກອງ​ປະ​ຊຸມເປີດ​ຂຶ້ນ.”

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້

US Lawmakers Call on Hong Kong to Withdraw Extradition Bill
please wait

No media source currently available

0:00 0:02:18 0:00

​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ມີ​ການ​ສົ່ງ​ຕົວ​ຜູ້​ກະ​ທຳ​ຜິດ​ໄປໃຫ້​ຈີນທີ່​ມີ​ລະ​ບົບ​ກົດ​ໝາຍ​ທີ່​ແຕກ​ຕ່າງ​ກັນ​ຢ່າງ​ຫລວງຫລາຍນັ້ນ ໄດ້​ເປັນ​ການເຕືອນ​ໃຫ້​ຄົນ ​ຢູ່ໃນ​ເກືອບ​ທຸກ​ພາກ​ສ່ວນ​ຂອງ​ຮົງ​ກົງ ນັບ​ແຕ່​ກຸ່ມ​ນັກ​ທຸ​ລະ​ກິດສາ​ກົນ ຈົນ​ເຖິງ​ສະ​ມາ​ຄົມ​ດ້ານ​ກົດ​ໝາຍ​ ແລະ​ພັກ​ຕ່າງໆ ທີ່​ສະ​ໜັບ​ສະ​ໜຸນ​ປະ​ຊາ​ທິ​ປະ​ໄຕ ໃຫ້​ຕື່ນ​ຕົວ.

ການ​ປະ​ທ້ວງ​ຕ່າງໆ​ໃນ​ວັນ​ພຸດ​ວານນີ້ ແມ່ນ​ເຕືອນ​ໃຫ້​ຫວນ​ເຖິງ​ການ​ປະ​ທ້ວງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ​ໃນ​ປີ 2014 ນັ້ນ​ຫຼາຍ ໂດຍ​ທີ່ມີ​ທັງຄວາມຮູ້​ສຶກໂກດເຄືອງແລະ​ ຄວາມ​ເດັດ​ດ່ຽວ​ສູງກວ່າ. ເຖິງ​ແມ່ນ​ວ່າ ພວກເຂົາ​ເຈົ້າ​ເຮັດ​ໃຫ້​ການ​ອ່ານ​ຄຳ​ອິ​ພິ​ປາຍ​ກ່ຽວ​ກັບ​ນິ​ຕິ​ກຳ​ຄັ້ງທີ່​ສອງ​ຊັກ​ຊ້າໄປ​ ໄດ້​ຢ່າງ​ສຳ​ເລັດ​ຜົນ​ກໍ​ຕາມ ແຕ່​ວ່າ ຜູ້​ນຳແຄ​ຣີ ແລມ (Carrie Lam) ກໍໄດ້​ສະ​ແດງ​ອອກ​ໃຫ້​ຮູ້​ວ່າ ທ່ານ​ນາງ​ຈະ​ບໍ່​ຍອມເລີກ​ລົ້ມຄວາມ​ຕັ້ງ​ໃຈ​ເລີຍ.

ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ທີ່​ສົ່ງ​ເຖິງ​ປວງ​ຊົນ​ໃນ​ຮົງ​ກົງ​ໃນ​ຕອນ​ບ່າຍໆ ຂອງ​ວັນ​ພະ​ຫັດ​ມື້ນີ້, ທ່ານ​ນາງແລມ ໄດ້​ຕຳ​ໜິ​ພວກ​ປະ​ທ້ວງໃນ​ອັນ ທີ່​ທ່ານ​ນາງ​ເອີ້ນ​ວ່າ “ການກໍ່ຈາ​ລະ​ຈົນ” ທີ່ຮຸນ​ແຮງຂຶ້ນ​ມາ ແຕ່​ທ່ານ​ນາງ​ກໍ​ບໍ່​ໄດ້​ສໍ່ສະ​ແດງ​ໃຫ້​ເຫັນວ່າ ລັດ​ຖະ​ບານ​ຈະ​ເລີກ​ລົ້ມ ຄວາມ​ຕັ້ງ​ໃຈໃນ​ການ​ດັດ​ແກ້​ກົດ​ໝາຍ​ວ່າ​ດ້ວຍ​ການ​ນຳ​ສົ່ງຄົນ​ຮ້າຍຂ້າມ​ແດນຂອງ​ຕົນ​ເລີຍ.

ອ່ານ​ຂ່າວນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG