ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UNDP ວ່າ ດັດຊະນີການພັດທະນາໃນລາວ ດີຂຶ້ນຈາກ 113 ມາເປັນອັນດັບ 107 ໃນປີກາຍນີ້


ເດັກນ້ອຍໃນເຂດຊົນນະບົດແຫ່ງນຶ່ງ ທີ່ຂາດນໍ້າໃຊ້ ພາກັນໄປໂຕ່ງເອົານໍ້າກ໋ອກລວມເພື່ອໄປກິນແລະໃຊ້
ເດັກນ້ອຍໃນເຂດຊົນນະບົດແຫ່ງນຶ່ງ ທີ່ຂາດນໍ້າໃຊ້ ພາກັນໄປໂຕ່ງເອົານໍ້າກ໋ອກລວມເພື່ອໄປກິນແລະໃຊ້

ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ (UNDP) ລາຍງານວ່າ ການພັດທະນາ ດ້ານປະຊາກອນໃນລາວ ມີດັດຊະນີຊີ້ວັດທີ່ດີຂຶ້ນເຖິງ 6 ອັນດັບໃນຕະຫຼອດປີ 2011 ທີ່ຜ່ານມາ.

ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ (UNDP) ໄດ້ສະເໜີລາຍງານກ່ຽວກັບ
ການພັດທະນາໃນດ້ານປະຊາກອນ ຂອງປະເທດກໍາລັງພັດທະນາ ແລະປະເທດດ້ອຍ
ພັດທະນາໃນໂລກ ປະຈໍາປີ 2011 ທີ່ຜ່ານມາວ່າ ລາວນັບວ່າເປັນປະເທດນຶ່ງ ທີ່ຈັດຢູ່
ໃນກຸ່ມປະເທດທີ່ມີການພັດທະນາດ້ານປະຊາກອນ ທີ່ດີຂຶ້ນຢ່າງຕໍ່ເນື່ອງ ຊຶ່ງກໍໄດ້ເປັນ
ຜົນເຮັດໃຫ້ອັນດັບຂອງການພັດທະນາທາງດ້ານປະຊາກອນລາວ ໄດ້ເລື່ອນຂຶ້ນຈາກ
ອັນດັບທີ່ 113 ເມື່ອປີກ່ອນ ຂຶ້ນມາຢູ່ອັນດັບທີ່ 107 ຈາກທັງໝົດ 134 ປະເທດໃນ
ປັດຈຸບັນນີ້.

ຍິ່ງໄປກວ່ານັ້ນ, ຖ້າຫາກທຽບໃສ່ປີ 1990 ອັນເປັນປີທໍາອິດທີ່ອົງການ UNDP ໄດ້
ເລີ່ມຈັດທໍາລາຍງານ ກ່ຽວກັບສະພາບການພັດທະນາທາງດ້ານປະຊາກອນໃນລາວນັ້ນ
ກໍປະກົດວ່າ ລະດັບຄຸນນະພາບຊີວິດຄວາມເປັນຢູ່ຂອງປະຊາກອນໃນລາວໄດ້ຮັບການ
ພັດທະນາດີຂຶ້ນ ຄິດເປັນອັດຕາສະເລ່ຍເຖິງ 39% ເມື່ອປຽບທຽບກັບສະພາບລະຫວ່າງ
ປີ 1990 ກັບປີ 2011 ທີ່ຜ່ານມາ ຊຶ່ງກໍໝາຍຄວາມວ່າປະຊາກອນລາວ ມີອັດຕາອາຍຸ
ສະເລ່ຍສູງຂຶ້ນ ແລະກໍມີການສຶກສາທີ່ສູງຂຶ້ນ ກັບທັງຍັງມີລາຍໄດ້ສະເລ່ຍຕໍ່ຄົນທີ່ສູງຂຶ້ນ
ຢ່າງຕໍ່ເນື່ອງອີກດ້ວຍ.

ສະຖານທີ່ຂຸດຄົ້ນບໍ່ແຮ່ຢູ່ພູເບ້ຍຂອງລາວ ທີ່ໄດ້ພາໃຫ້ມີການທໍາລາຍສິ່ງແວດລ້ອມ ທໍາມະຊາດ ໃນບໍລິເວນນັ້ນ
ສະຖານທີ່ຂຸດຄົ້ນບໍ່ແຮ່ຢູ່ພູເບ້ຍຂອງລາວ ທີ່ໄດ້ພາໃຫ້ມີການທໍາລາຍສິ່ງແວດລ້ອມ ທໍາມະຊາດ ໃນບໍລິເວນນັ້ນ

ແຕ່ຢ່າງໃດກໍຕາມ ເນື່ອງ
ຈາກວ່າ ການພັດທະນາ
ທາງເສດຖະກິດ ໃນຕະ
ຫລອດໄລຍະທີ່ຜ່ານມາ
ກໍໄດ້ມີການຂຸດຄົ້ນ ແລະ
ທໍາລາຍຊັບພະຍາກອນ
ທໍາມະຊາດ ເຊັ່ນ ປ່າໄມ້
ແລະແຮ່ທາດໄປຢ່າງຫຼວງ
ຫຼາຍນັ້ນກໍໄດ້ກໍ່ໃຫ້ເກີດ
ໄພທໍາມະຊາດ ທີ່ໄດ້ສົ່ງ
ຜົນກະທົບຕໍ່ຊີວິດ ແລະ
ຊັບສິນຂອງປະຊາຊົນຢ່າງກວ້າງຂວາງອີກດ້ວຍເຊັ່ນກັນ ໂດຍສະເພາະແມ່ນກຸ່ມປະຊາ
ກອນທີ່ດ້ອຍໂອກາດໃນສັງຄົມລາວນັ້ນ ກໍຄືກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຊຶ່ງກໍ
ເປັນການສະແດງໃຫ້ເຫັນເຖິງ ຄວາມບໍ່ສະເໝີພາບໃນສັງຄົມລາວ ໄດ້ຢ່າງຊັດເຈນອີກ
ດ້ວຍດັ່ງທີ່ ທ່ານບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ
ແລະການລົງທຶນຂອງລາວ ໄດ້ຖະແຫຼງຍອມຮັບວ່າ:

ພວກເຮົາ ໂດຍສະເພາະປະຊາຊົນຜູ້ດ້ອຍໂອກາດກະແມ່ນໄດ້ຮັບຕໍ່ໄພພິບັດນັ້ນ
ຮຸນແຮງກວ່າໝູ່ ຜູ້ດ້ອຍໂອກາດນີ້ກະ
ລວມທັງເດັກນ້ອຍ, ຜູ້ຍິງ, ຜູ້ເຖົ້າ, ຜູ້ເສຍ
ອົງຄະເປັນຕົ້ນ ອັນນີ້ຈິ່ງເປັນສິ່ງ
ນຶ່ງທີ່ສະແດງໃຫ້ເຫັນເຖິງຄວາມບໍ່ສະເໝີພາບ
ທີ່ເກີດຂຶ້ນ.

ໂຄງການປຸກລະດົມໃຫ້ສົ່ງເສີມການລ້ຽງລູກດ້ວຍນົມແມ່ ໃນລາວ
ໂຄງການປຸກລະດົມໃຫ້ສົ່ງເສີມການລ້ຽງລູກດ້ວຍນົມແມ່ ໃນລາວ

ກ່ອນໜ້ານີ້ The Economist
ຊຶ່ງເປັນວາລະສານທາງດ້ານ
ເສດຖະກິດຊັ້ນນໍາຂອງໂລກ
ໄດ້ສະເໜີລາຍງານຄາດໝາຍ
ການເຕີບໂຕທາງເສດຖະກິດ
ຂອງໂລກປະຈໍາປີ 2012 ນີ້ວ່າ
ປະເທດທີ່ຖືກຄາດໝາຍວ່າ
ຈະມີອັດຕາການຂະຫຍາຍ
ໂຕທາງເສດຖະກິດສູງສຸດໃນ
10 ອັນດັບຂອງໂລກຕະຫຼອດ
ປີນີ້ ກໍຄືເຂດປົກຄອງພິເສດ
ມ່າເກົ້າຂອງຈີນ ຊຶ່ງຄາດວ່າ ເສດຖະກິດຈະຂະຫຍາຍໂຕເພີ່ມຂຶ້ນເຖິງ 15% ເມື່ອທຽບກັບ
ປີ 2011 ທີ່ຜ່ານມາ.

ສ່ວນອີກ 9 ປະເທດທີ່ຕິດຕາມມານັ້ນ ກໍປະກອບດ້ວຍ ມົງໂກເລຍ, ລິເບຍ, ອີຣັກ, ອັງ
ໂກລາ, ໄນຈີເລຍ, ຈີນ, ອີທິໂອເປຍ, ຣະວັນດາ ແລະລາວ ຕາມລໍາດັບ ຊຶ່ງຄາດໝາຍວ່າ
ເສດຖະກິດ ຈະຂະຫຍາຍໂຕໃນອັດຕາສະເລ່ຍ ຕັ້ງແຕ່ 7.9% ຂຶ້ນໄປຈົນເຖິງ 14.8% ຊຶ່ງ
ກໍໝາຍຄວາມວ່າ ລາວທີ່ຖືກຈັດໃຫ້ຢູ່ໃນອັນດັບທີ່ 10 ຂອງໂລກນັ້ນ ຈະມີການຂະຫຍາຍ
ໂຕທາງເສດຖະກິດ ໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7.9% ໃນຕະຫຼອດປີ 2012 ນີ້ນັ້ນເອງ.

ທະນາຄານພັດທະນາອາຊີ (ADB) ກໍໄດ້ຄາດໝາຍວ່າເສດຖະກິດຂອງລາວ ໃນຕະຫຼອດ
ປີ 2012 ນີ້ ຈະມີການຂະຫຍາຍຕົວເພີ່ມຂຶ້ນໃນອັດຕາລະດັບຕໍ່າກວ່າປີ 2011 ຊຶ່ງກໍຄາດ
ວ່າ ຫລຸດລົງຈາກ 8.1% ເປັນບໍ່ເກີນ 7.6% ໂດຍມີສາເຫດມາຈາກການນໍາເຂົ້າສິນຄ້າອຸບ
ປະໂພກບໍລິໂພກ ແລະນໍ້າມັນເຊື້ອໄຟທີ່ແພງຂຶ້ນຢ່າງຕໍ່ເນື່ອງດ້ວຍເຫດນີ້ ດ້ວຍເຫດນີ້ ຈຶ່ງ
ຈະເຮັດໃຫ້ປະຊາຊົນລາວຕ້ອງປະເຊີນກັບທັ້ງບັນຫາຄ່າຄອງຊີບທີ່ສູງຂຶ້ນ ແລະໄພເງິນເຟີ້
ທີ່ອາດຈະສູງກວ່າ 8.5% ຢ່າງຫລີກລ່ຽງບໍ່ໄດ້.

ແຕ່ຢ່າງໃດກໍຕາມ ​ມະຕິກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ ກໍໄດ້
​ວາງ​ເປົ້າໝາຍ ທີ່ຈະພັດທະນາເສດຖະກິດໃນ​ໄລຍະແຕ່ 2011-2015 ​ໃຫ້​ຂະຫຍາຍຕົວ
​ໃນອັດຕາ​ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ ຊຶ່ງຈະເປັນຜົນເຮັດໃຫ້ຍອດຜະລິດຕະພັນລວມພາຍ
ໃນປະ​ເທດຫລື GDP ຂອງ​ລາວ​ມີມູນຄ່າລວມ ທີ່​ສາມາດສະເລ່ຍເປັນລາຍຮັບຂອງປະຊາ
ຊົນລາວໄດ້ ​ໃນ​ລະດັບ​ສູງ​ຂຶ້ນ​ເປັນ​ເຖິງ 1,700 ໂດລາຕໍ່ຄົນຕໍ່ປີ ​ໃນ​ປີ 2015 ທັງ​ຍັງ​ຈະ​ເຮັດ​
ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນລາວ​ຫລຸດລົງເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ
​ປະຊາກອນ​ທັງໝົດໃນ​ປີ 2015 ອີກດ້ວຍ.

XS
SM
MD
LG