ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຄົນງານ ບໍ່ມີເອກກະສານ ຢູ່ສະ​ໂມ​ສອນ ກ​ອັ​ຟ ຂອງ ປ. ທຣຳ ກ່າວວ່າ ບໍ່ເສຍໃຈເລີຍ ທີ່ໄດ້ອອກມາ


ນາງ ວິກທໍຣີນາ ໂມແຣເລສ, ຊ້າຍ, ແລະ ນາງ ແຊນດຣາ ດີອາສ໌ ກຳລັງພິຈາລະນາ ຈະຟ້ອງທາງແພ່ງ ຕໍ່ອົງການຈັດຕັ້ງ ຂອງທ່ານ ທຣຳ ສຳລັບການລະເມີດ ແລະການຈຳແນກ ໃນສະຖານທີ່ເຮັດວຽກ.
ນາງ ວິກທໍຣີນາ ໂມແຣເລສ, ຊ້າຍ, ແລະ ນາງ ແຊນດຣາ ດີອາສ໌ ກຳລັງພິຈາລະນາ ຈະຟ້ອງທາງແພ່ງ ຕໍ່ອົງການຈັດຕັ້ງ ຂອງທ່ານ ທຣຳ ສຳລັບການລະເມີດ ແລະການຈຳແນກ ໃນສະຖານທີ່ເຮັດວຽກ.

ແມ່ຍິງຊາວກົວເຕມາລາ ຄົນນຶ່ງ ໄດ້ເປີດເຜີຍກ່ຽວກັບ ຄວາມລັບຂອງຕົນ ທີ່ນາງກ່າວ
ວ່າ ໄດ້ເຮັດໃຫ້ນາງ ຫລີກລ່ຽງການກວດພົບຕະຫຼອດໄລຍະ 5 ປີຜ່ານມາ.

Guatemalan Woman Discusses Working at Trump Property as Undocumented Worker
please wait

No media source currently available

0:00 0:01:04 0:00

ນາງ ວິກທໍຣີນາ ໂມແຣເລສ ໄດ້ກ່າວໃນການໃຫ້ສຳພາດ ກັບໜັງສືພິມ ນິວຢອກ ໄທມ໌ສ
ວ່າ ນາງໄດ້ຖືກວ່າຈ້າງໂດຍ ສະໂມສອນ ກອັຟແຫ່ງຊາດ ຂອງທ່ານທຣຳ ໃນລັດນິວເຈີຊີ
ໃຫ້ເປັນແມ່ບ້ານ. ນາງ ໂມແຣເລສ ກ່າວວ່າ ນາງເຮັດວຽກຢູ່​ທີ່ນັ້ນ ໃນຖານະເປັນຄົນງານ ທີ່ບໍ່ມີເອກກະສານ ແລະ ໄດ້ຮັບເຂົ້າເຮັດວຽກ ດ້ວຍການໃຊ້ເອກກະສານປອມຕ່າງໆ.

ນາງ ໂມແຣເລສ ອາຍຸ 45 ປີ ກ່າວວ່າ ນາງ ບໍ່ແມ່ນພຽງຄົນດຽວເທົ່ານັ້ນ ທີ່ເຮັດວຽກຢູ່
ທີ່ນັ້ນ ຢ່າງຜິດກົດໝາຍ ແລະ ວ່າ ຜູ້ຈັດການ ຮູ້ດີ ກ່ຽວກັບສະຖານະ ຂອງພວກເຂົາເຈົ້າ.

ການເຜີຍແບຄວາມລັບຂອງນາງນັ້ນ ໄດ້ຖືກພິມອອກເຜີຍແຜ່ ໃນວັນທີ 6 ທັນວາ ຜ່ານ
ມາ ຊຶ່ງມີຂຶ້ນທ່າມກາງການໂຕ້ຖຽງກັນ ກ່ຽວກັບເລື່ອງຄົນເຂົ້າເມືອງ ແລະຄວາມປອດໄພ
ຢູ່ຊາຍແດນ.

ນາງ ວິກທໍຣີນາ ໂມແຣເລສ, ເປັນອົບພະຍົບຈາກປະເທດ ກົວເຕມາລາ ທີ່ເຂົ້າມາໃນສະຫະລັດ ໂດຍບໍ່ມີເອອກະສານ, ເລີ່ມເຮັດວຽກ ຢູ່ທີ່ ສະໂມສອນຕີກອັຟ ແຫ່ງຊາດຂອງທ່ານທຣຳ ໃນປີ 2013.
ນາງ ວິກທໍຣີນາ ໂມແຣເລສ, ເປັນອົບພະຍົບຈາກປະເທດ ກົວເຕມາລາ ທີ່ເຂົ້າມາໃນສະຫະລັດ ໂດຍບໍ່ມີເອອກະສານ, ເລີ່ມເຮັດວຽກ ຢູ່ທີ່ ສະໂມສອນຕີກອັຟ ແຫ່ງຊາດຂອງທ່ານທຣຳ ໃນປີ 2013.


ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ທ່ານຕ້ອງການ 5 ຕື້ໂດລາເພື່ອ ກໍ່ສ້າງກຳແພງ
ເລາະຕາມຊາຍແດນທາງພາກໃຕ້ຂອງສະຫະລັດ ແລະ ວ່າ ການປິດລັດຖະບານບາງ
ສ່ວນ ຈະສືບຕໍ່ ຈົນກວ່າ ທ່ານໄດ້ຮັບເງິນຈຳນວນດັ່ງກ່າວ ຈາກລັດຖະສະພາ.

ທ່າມກາງທົ່ງຫຍ້າຂຽວສົດທີ່ໄດ້ຮັບການຕັດແຕ່ງ ແລະ ເຄຫະສະຖານທີ່ຫຼູຫຼາ ແບບຂອງ
ຈໍເຈຍ ທີ່ສະໂມສອນ ກອັຟ ຂອງລັດນິວເຈີຊີ ນາງ ໂມແຣເລສ ກໍປະຕິບັດໜ້າທີ່ເປັນແມ່
ບ້ານ ຄອຍບໍລິການ ບັນດາຍາດຕິພີ່ນ້ອງ ຂອງຄອບຄົວປະທານາທິບໍດີ ຕາມຄວາມ
ຕ້ອງການ ຊຶ່ງປະກອບດ້ວຍ ປະທານາທິບໍດີ ທຣຳ ລູກສາວຂອງທ່ານ ນາງ ອີວານນາ
ແລະ ສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ.

ມື້ທຳອິດ ໃນການເຮັດວຽກຂອງນາງ ແມ່ນເມື່ອວັນທີ 15 ເມສາ 2013 ຊຶ່ງ ເປັນວັນ ຫຼັງ
ຈາກການສຳພາຂອງນາງ. ຈາກບັນດາແມ່ບ້ານທີ່ເຮັດວຽກນຳກັນ ແລະຜູ້ທີ່ໄວ້ເນື້ອເຊື່ອ
ໃຈ ນາງ ແຊນດຣາ ດີອາສ໌ ຈາກຄັອສຕາຣິກາ ຜູ້ທີ່ໃນ ເວລາທີ່ເຮັດວຽກຢູ່ນຳກັນນັ້ນ ກໍບໍ່
ມີເອກກະສານ ເຊັ່ນດຽວກັນ ນາງ ໂມແຣເລສ ໄດ້ປະຕິບັດຕາມກົດລະບຽບພື້ນຖານ
ຕ່າງໆ ເຊັ່ນວ່າ ບໍ່ໃຫ້ໃສ່ ນ້ຳຫອມ ຫຼືແຕ່ງໜ້າ ໃສ່ເກີບພິເສດເຂົ້າມາ. ລວມຢູ່ໃນເລື່ອງ
ທີ່ເຮັດໃຫ້ປະທານາທິບໍດີ ງຸດງິດ ແມ່ນ ຂີ້ຝຸ່ນ ແລະ ພວກແມງວັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG