ນັກຂ່າວຖ່າຍຮູບຄົນນຶ່ງ ໄດ້ບັນທຶກພາບກ່ຽວກັບຜົນກະທົບຫລ້າສຸດຈາກນະໂຍ
ບາຍຄົນເຂົ້າເມືອງສະຫະລັດທີ່ມີຕໍ່ການາດາ ຄືພວກທີ່ຊອກຫາບ່ອນລີ້ໄພພາກັນ
ຂ້າມຊາຍແດນຢ່າງຜິດກົດໝາຍ ຈາກສະຫະລັດ ເຂົ້າໄປສູ່ປະເທດເພື່ອນບ້ານ
ທີ່ຢູ່ທາງເໜືອ ບ່ອນທີ່ເຂົາເຈົ້າຖືກຈັບໃນທັນທີນັ້ນ. ພວກຄົນເຂົ້າເມືອງກ່າວວ່າ
ເຂົາເຈົ້າຢາກຖືກຈັບຢູ່ການາດາ ຫລາຍກວ່າການຊອກຫາວິທີທາງເພື່ອຢູ່ຢ່າງ
ຖືກຕ້ອງໃນສະຫະລັດ.
ນັກຂ່າວຖ່າຍຮູບຈາກອົງການຂ່າວຣອຍເຕີຄົນນຶ່ງ ໃນວັນສຸກວານນີ້ໄດ້ຖ່າບຮູບ
ຫລາຍຄົນທີ່ພາກັນຫລົບໜີຈາກເຈົ້າໜ້າທີ່ປ້ອງກັນຊາຍແດນສະຫະລັດ ທີ່ພາກ
ເໜືອຂອງລັດ New York ຊຶ່ງເປັນຈຸດຂ້າມ ທີ່ນິຍົມບ່ອນນຶ່ງເຂົ້າ ໄປສູ່ແຂວງ
Quebec ປະເທດການາດາ.
ໃນຂະນະທີ່ເຈົ້າໜ້າທີ່ພາສີແລະລາດຕະເວນຊາຍແດນສອບຖາມຜູ້ຊາຍຄົນນຶ່ງ
ຢູ່ຕໍ່ໜ້າບ່ອນນັ່ງລົດໂດຍສານແທກຊີ ທີ່ໄດ້ເຂົ້າໄປຈອດຢູ່ຈຸດຂ້າມທີ່ບໍ່ເປັນທາງ
ການ ບັນດານັກຂ່າວໄດ້ເຫັນພວກຜູ້ຊາຍສີ່ຄົນ ແລະເດັກນ້ອຍສີ່ຄົນຂ້າມເຂົ້າໄປ ນຳຮ່ອມຊາຍແດນ. ນັກຖ່າຍຮູບຄົນນຶ່ງສະແດງໃຫ້ເຫັນວ່່າ ຢ່າງໜ້ອຍອົບພະຍົບ ຄົນນຶ່ງມີໜັງສືຜ່ານແດນຈາກປະເທດຊູດານ.
ບັນດາຕຳຫລວດລັດຖະບານກາງການາດາ ໄດ້ລໍຖ້າເຂົາເຈົ້າຢູ່ອີກຟາກນຶ່ງຊ່ວຍ ພວກເດັກນ້ອຍຂຶ້ນມາເທິງຕາຝັ່ງ ແລະໃຫ້ການປິ່ນປົວ.
ອົງການຂ່າວຣອຍເຕີລາຍງານວ່າ ຜູ້ຊາຍຄົນນັ້ນໄດ້ຖືກກັກໂດຍພວກເຈົ້າໜ້າ
ທີ່ສະຫະລັດ ແຕ່ໄດ້ເອົາໂຕຫລົບໜີ ແລະຂ້າມໄປສົມທົບກັບພວກຊອກຫາ
ບ່ອນລີ້ໄພ. ຫລັງຈາກນັ້ນ ຕຳຫລວດການາດາ ກໍໄດ້ຈັບພວກຊອກຫາບ່ອນ
ລີ້ໄພ.
ຜູ້ຄົນພາກັນໜີອອກຈາກສະຫະລັດ ເພື່ອຊອກຫາບ່ອນລີ້ໄພຢູ່ໃນການາດາ
ມັກຂ້າມຊາຍແດນແບບຜິດກົດໝາຍ ຍ້ອນບັນຫາໃນດ້ານເທັກນິກ. ຖ້າຫາກ
ວ່າເຂົາເຈົ້າໄດ້ຂໍລີ້ໄພຢູ່ໃນສະຫະລັດອາເມຣິກາແລ້ວນັ້ນ ເຂົາເຈົ້າບໍ່ສາມາດ
ຂ້າມໄປການາດາຢ່າງຖືກຕ້ອງ ເພື່ອຂໍລີ້ໄພຢູ່ທີ່ນັ້ນ ເພາະວ່າມີສັນຍາກັນລະ
ຫວ່າງສອງປະເທດ ເຂົາເຈົ້າຈະຖືກສົ່ງກັບຄືນ ຢູ່ຊາຍແດນສະຫະລັດ.