ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຫາ ເຄື່ອງບັນທຶກ ຂໍ້ມູນ ເຮືອບິນ ໃຕ້ພື້ນທະເລ ເລີ້ມຂຶ້ນແລ້ວ (ສະໄລດ໌/ວີດີໂອ)


ກຳປັ່ນ Ocean Shield ທີ່​ຊ່ວຍ​ປະຕິບັດ​ງານ​ເພື່ອຕາມ​ລ່າ​ຫາເຄື່ອງ​ບັນທຶກ​ຂໍ້ມູນຂອງສາຍ​ການບິນມາ​ເລ​ເຊຍ
ກຳປັ່ນ Ocean Shield ທີ່​ຊ່ວຍ​ປະຕິບັດ​ງານ​ເພື່ອຕາມ​ລ່າ​ຫາເຄື່ອງ​ບັນທຶກ​ຂໍ້ມູນຂອງສາຍ​ການບິນມາ​ເລ​ເຊຍ
ບັນດາ​ລູກ​ເຮືອ​ຢູ່ໃນເຂດສອກຫລີກຫ່າງໄກທາງ​ພາກ
​ໃຕ້​ຂອງມະຫາ​ສະມຸດອິນ​ເດຍ​ໄດ້​ເລີ້ມ​ພາກັນປະຕິບັດ
ງານໃຕ້ພື້ນທະເລ ເພື່ອຕາມ​ລ່າ​ຫາເຄື່ອງ​ບັນທຶກ​ຂໍ້ມູນ
ຂອງສາຍ​ການບິນມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ​ໄປ​ ທີ່​ມີ​
ກຳນົດ​ຈະໝົດ​ຖ່ານໃນ​ອີກ​ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້.

ພົນອາກາດເອກທີ່​ບຳນານ​ແລ້ວ ທ່ານ Angus Hous-
ton ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ເຄື່ອງອຸບປະກອນບອກບ່ອນ
ຢູ່​ຂອງກອງທັບເຮືອສະຫະລັດໄດ້​ຖືກແກ່ຜ່ານ ໄລຍະ
240 ກິ​ໂລ​ແມັດເພື່ອ​ພະຍາຍາມ​ຈັບສັນ​ຍານທີ່ສົ່ງ​ມາຈາກ
​ເຄື່ອງບັນທຶກຂໍ້ມູນ.

ທ່ານ Houston ກ່າວວ່າ: “​ການແກ່ອຸປະກອນຊອກ​ຫາເຄຶ່ອງສັນຍານ ​ໄດ້​ເລີ້ມ​ຂຶ້ນ
ໃນມື້​ນີ້ ໂດຍກຳປັ່ນ Ocean Shield. ການ​ຊອກ​ຄົ້ນ​ຫາ ກຳລັງ​ດຳ​ເນີນ​ຢູ່​ໃນ​ຂະນະ
​ນີ້ ​ແລະແນ່ນອນ​ວ່າ ບໍ່​ແມ່ນ​ແຕ່ກຳປັ່ນ Ocean Shield ທີ່​ຊ່ວຍ​ປະ ຕິບັດ​ງານ​ຊອກ​
ຫາ ​ແຕ່​ກໍຍັງມີກຳປັ່ນ HMS Echo ຊຶ່ງ​ເປັນ​ເຮືອຄົ້ນ​ຄວ້າ​ທາງ​ທະ​ເລຂອງອັງກິດ ກໍ
ພວມປະຕິບັດງານຢູ່ໃນ​ໄລຍະທາງ 240 ກິ​ໂລ​ແມັດແລະ​ກໍມີ​ເຄຶ່ອງອຸ​ບປະກອນທີ່ດີ
ໃນການ​ຊອກ​ຫາວັດ​ຖຸ​ຢູ່​ພື້ນ​ທະ​ເລ.”

ບັນດາ​ເຈົ້າ​ໜ້າ​ທີ່​ຄາດ​ວ່າ ​ເຂົາ​ເຈົ້າ​ມີ​ເວລາຈົນ​ຮອດ​ວັນ​ຈັນ​ເທົ່າ​ນັ້ນ ກ່ອນ​ທີ່ຖ່ານ​ແບ​ດ​
ເຕີຣີ ຂອງເຄື່ອງສົ່ງສັນຍານ​ອີ​ເລັກ​ໂຕຣນິກ ຈະໝົດລົງ.

ວັນດັ່ງກ່າວ​ມີ​ກຳນົດ 30 ມື້ ນັບ​ຕັ້ງ​ແຕ່​ເຮືອບິນ Boeing 777 ​ໄດ້​ຫາຍ​ສາບ​ສູນ​ໄປ​
ຢ່າງ​ລຶກລັບ ໃນລະຫວ່າງທີ່ບິນຈາກ​ນະຄອນຫລວງກົວ​ລາ​ລຳ​ເປີ ​ໄປ​ຫນະຄອນ
ຫລວງປັກ​ກິ່ງ. ການ​ຄົ້ນ​ຫາ​ຢ່າງ​ໃຫ່່ຍ ທີ່ຮວມ​ທັງຫລາຍ​ໆປະ​ເທດ ແຕ່​ຍັງບໍ່​ໄດ້​ພົບ​
ເຫັນ​ຮ່ອງ​ຮອຍ​ໃດໆ​ຂອງ​ເຮືອບິນເລີຍ.
MALAYSIA PLANE SOTVO
please wait
Embed

No media source currently available

0:00 0:01:03 0:00

​ໃນ​ວັນ​ສຸກ​ມື້​ນີ້ ຄະນະຊອກຄົ້ນ​ຫາ​ໄດ້ຂະຫຍາຍ​ກວ້າງອອກ ໂດຍມີ​ເຮືອບິນ 14 ລຳ
ແລະກຳປັ່ນເກົ້າ​ລຳ ທີ່ຍັງສືບຕໍ່ປະຕິບັດໜ້າທີ່​ຢູ່​ໃນ​ຂະນະ​ນີ້ ​ເທົ່າ​ທີ່​ຜ່ານ​ມາ ການ​ປະ
ຕິບັດ​ງານແມ່ນ​ບໍ່​ໄດ້​ໝາກຜົນໃດໆເລີຍໃນ​ການ​ຊອກ​ຫາຮ່ອງ​ຮອຍ​ຊາກ​ເຮືອບິນ ຊຶ່ງ​
ອາດຟູ​ຂື້ນ​ມາ ​ຢູ່ຕາມ​ໜ້າ​ມະຫາ​ສະມຸດ.

ທ່ານ Houston ຜູ້​ນຳພາ​ອົງ​ການ​ປະສານ​ງານໃນການຊອກ​ຄົ້ນ​ຫາຂອງອອສ​ເຕຣ​ເລຍ
ກ່າວ​ວ່າ ບັນດາ​ລູກ​ເຮືອຍັງ​ບໍ່​ທັນໝົດຫວັງເທື່ອໃນ​ການ​ຊອກ​ຫາ​ຊາກ ​ສິ່ງ​ຂອງ​ຕ່າງໆ
​ເຊັ່ນ​ວ່າ ​ເສື້ອ​ຊູຊີບ ທີ່​ຟູ​ຂື້ນ​ມາ​ຢູ່ຕາມ​ໜ້າ​ນ້ຳ.
XS
SM
MD
LG