ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ເຄາະຮ້າຍຄົນທີ 6 ເສຍຊີວິດ ຍ້ອນໄຟປ່າ ທີ່ລັດຄາລິຟໍເນຍ


ນັກດັບໄຟຄົນນຶ່ງ ສຳຫຼວດຊຸມຊົນ ທີ່ໄດ້ຮັບຄວາມເສຍຫາຍ
ຈາກໄຟປ່າ, ເມືອງ ເຄັສວິກ, ລັດຄາລິຟໍເນຍ. 29 ກໍລະກົດ, 2018.
ນັກດັບໄຟຄົນນຶ່ງ ສຳຫຼວດຊຸມຊົນ ທີ່ໄດ້ຮັບຄວາມເສຍຫາຍ ຈາກໄຟປ່າ, ເມືອງ ເຄັສວິກ, ລັດຄາລິຟໍເນຍ. 29 ກໍລະກົດ, 2018.

ໄຟປ່າທີ່ກຳລັງເຜົາໄໝ້ຢ່າງບໍ່ຈຳກັດ ໃນພາກເໜືອຂອງລັດຄາລິຟໍເນຍ ນັ້ນ ໄດ້ສັງ
ຫານຜູ້ເຄາະຮ້າຍຂອງມັນເປັນຄົນທີ່ 6 ແລ້ວ.

ຢູ່ກອງປະຊຸມຖະແຫຼງຂ່າວ ໃນວັນອາທິດວານນີ້, ຕຳຫຼວດເມືອງ ຊາສຕາ (Shasta)
ທ່ານ ທັອມ ໂບເຊັນໂກ ກ່າວວ່າ ຜູ້ເຄາະຮ້າຍ, ເຊິ່ງບໍ່ໄດ້ຖືກລະບຸຕົວນັ້ນ, ແມ່ນບໍ່ໄດ້
ອົບພະຍົບອອກຈາກພື້ນທີ່ ເຖິງແມ່ນຈະໄດ້ຮັບການເຕືອນໃຫ້ອົບພະຍົບອອກກໍຕາມ.
ຜູ້ເຄາະຮ້າຍຄົນອື່ນໆ ນັ້ນ ແມ່ນລວມມີເດັກນ້ອຍສອງຄົນ ກັບ ນັກດັບໄຟສອງຄົນ.

ທ່ານກ່າວວ່າ ອີກ 7 ຄົນ ຍັງຫາຍສາຍສູນຢູ່ໃນໄຟປ່າ ຄາ (Carr) ໃກ້ໆກັບເມືອງ
ເຣດດິງ, ເປັນເມືອງທີ່ມີປະຊາກອນ 90,000 ຄົນ ຕັ້ງຢູ່ ປະມານ 370 ກິໂລແມັດ ໄປ
ທາງພາກຕາເວັນອອກສຽງເໜືອຂອງລັດ ຄາລິຟໍເນຍ.

ກົມພະຍາກອນອາກາດແຫ່ງຊາດ ໄດ້ທຳນາຍວ່າ ຕອນແລງຂອງວັນ ອາທິດວານນີ້
ຄາດວ່າສະພາບອາກາດຈະສືບຕໍ່ຮ້ອນແຮງ ແລະ ແຫ້ງ, ພ້ອມກັບມີຄວາມດັນຂອງ
ລົມ.

ທ່ານ ແອນໂທນີ ໂຣເມໂຣ, ໂຄສົກພະແນກປົກປ້ອງປ່າໄມ້ ແລະ ໄຟ ລັດຄາລິຟໍເນຍ
ກ່າວວ່າ “ຕອນນີ້, ມັນໄດ້ກະຈາຍໄປທົ່ວທຸກບ່ອນ. ພວກເຮົາຍັງໄດ້ຮັບໂທລະສັບຫຼາຍ
ສາຍຢູ່.”

ໄຟໄດ້ບັງຄັບໃຫ້ປະຊາຊົນຫຼາຍສິບພັນຄົນ ຫຼົບໜີອອກໄປຈາກບ້ານເຮືອນຂອງພວກ
ເຂົາເຈົ້າແລ້ວ.

ເຈົ້າໜ້າທີ່ໃນທ້ອງຖິ່ນ ໄດ້ກະວ່າ ອາຄານຢ່າງໜ້ອຍ 517 ຫຼັງໄດ້ຖືກ ທຳລາຍ ແລະ
ເສຍຫາຍອີກ 135 ຫຼັງ. ສ່ວນໃຫຍ່ແມ່ນເຮືອນສ່ວນຕົວ.

ບັນດາເຈົ້າໜ້າທີ່ກ່າວວ່າ ເມືອງ ເຄັສວິກ (Keswick), ເປັນເມືອງ ທີ່ຕັ້ງຢູ່ເທິງພູ ມີຜູ້
ອາໄສຢູ່ປະມານ 450 ຄົນ, ໄດ້ຖືກໄຟເຜົາໄໝ້ ເກືອບກ້ຽງ.

ໄຟປ່າ ຄາ ແມ່ນໄຟທີ່ໃຫຍ່ທີ່ສຸດ ທີ່ກຳລັງໄໝ້ຢູ່ລັດ ໃນວັນອາທິດວານ ນີ້, ມັນໄດ້ເປັນ
ໄພຂົ່ມຂູ່ຕໍ່ອາຄານຫຼາຍກວ່າ 5,000 ຫຼັງ. ໄຟດັ່ງກ່າວ ຫາກໍ່ຖືກຄວບຄຸມໄດ້ພຽງ 5 ເປີ
ເຊັນເທົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG