ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທ່ານ Solis ຖືກເລືອກ ເປັນປະທານາທິບໍດີ ຄົນໃໝ່ ຂອງຄອັສຕາ ຣິກາ (ວີດີໂອ)


ທ່່ານ Luis Guillermo Solis ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ Costa Rica ຢ່າງງ່າຍດາຍ.
ທ່່ານ Luis Guillermo Solis ໄດ້ຮັບໄຊຊະນະ ໃນການເລືອກຕັ້ງ ປະທານາທິບໍດີ Costa Rica ຢ່າງງ່າຍດາຍ.
ສ່ວນ​ຢູ່​ປະ​ເທດ Costa Rica ນັ້ນ ທ່ານ Luis Guillermo
Solis ອະດີດ​ນັກ​ການ​ທູດ ​ໄດ້ຮັບ​ໄຊຊະນະ​ຢ່າງ​ງ່າຍດາຍ
​ໃນການ​ເລືອກ​ຕັ້ງ​ປະທານາທິບໍດີ ຮອບຕັດສິນ​ຊີ້​ຂາດ.

​ໄຊຊະນະຂອງ​ທ່ານ​ໃນ​ວັນ​ອາທິດ​ວານ​ນີ້ ບໍ່​ເປັນ​ທີ່​ປະຫລາດ
​ໃຈ ​ເພາະວ່າຄູ່​ແຂ່ງຂັນ​ຂອງ​ທ່ານ ຄື ທ່ານ Johnny Araya
ຈາກ​ພັກ ປົດ​ປ່ອຍຊາດ​ ຫລື PLN ​ຂອງ​ລັດຖະບານ ໄດ້​ຖອນ
ໂຕ​ອອກ​ຈາກ​ການ​ແຂ່ງຂັນ ຫລັງ​ຈາກຄະແນນ​ນິຍົ​ມ ຂອງທ່ານ
Solis ຖີບ​ຂຶ້ນ​ຢ່າງ​ຫລວງຫລາຍ ຫລັງ​ຈາກ​ການ​ລົງ​ຄະ​ແນນ
​ສຽງ​ຮອບ​ທຳ​ອິດ.

​ແຕ່ຊື່​ຂອງ​ທ່ານ Araya ກໍຍັງ​ຢູ່​ໃນ​ບັດເລືອກ​ຕັ້ງ ​ເພາະວ່າ ລັດຖະທຳ​ມະນູນ ຫ້າມ​ບໍ່​ໃຫ້​ເອົາ​ຊື່ທ່ານອອກ. ທ່ານໄດ້​ຮັບ​ຄະ​ແນນ​ສຽງ​ປະ​ມານ 20 ​ເປີ​ເຊັນ​ໃນ​ວັນ​ອາທິດ​ວານ​ນີ້ ​ເຖິງ​ແມ່ນ​ວ່າ ​ໄດ້​ຖອນ​ໂຕອອກ​ໄປ​ແລ້ວ​ກໍ​ຕາມ.

ທ່ານ Solis ​ເອງ​ກໍ​ເຄີຍ​ເປັນ​ສະມາຊິກ​ຂອງພັກ PLN ​ຂອງ​ລັດຖະບານ​ຊຸດ​ປັດຈຸບັນ ແຕ່​ໄດ້​ສູນເສຍ​ຄວາມ​ເຊື່ອ​ຖື ​ແລະ​ ລາ​ອອກ​ໄປ​ໃນ​ປີ 2005.

ອຳ​ນາດ​ການ​ເມືອງ ​ຢູ່​ໃນປະ​ເທດ​ນ້ອຍໆ​ໃນ​ພາກ​ພື້ນອາ​ເມຣິກາ​ກາງ​ແຫ່ງ​ນີ້ ​ແມ່ນ​ໄດ້
ປ່ຽນ​ມືກັນ​ ​ແຕ່​ໃດໆ​ມາ​ແລ້ວ ​ລະຫວ່າງ ພັກ PLN ​ແລະ ພັກສັງຄົມ​ນິຍົມຄຣິສຕຽນສາມັກຄີ.

ທ່ານ Solis ​ຊຶ່ງເປັນ​ສະມາຊິກຂອງ ພັກກິດ​ພົນລະ​ເມືອງ ທີ່ຢູ່​ສາຍ​ກາງນັ້ນ ​ເປັນ​ຜູ້​ສະມັກ​
ຄົນ​ທຳ​ອິດ ຈາກ​ພັກ​ທີ່​ສາມ ທີ່ໄດ້​ຮັບໄຊຊະນະ ໃນ​ການ​ເລືອກຕັ້ງປະທານາທິບໍດີຂອງ
ຄອັສຕາຣິກາ ​ໃນຮອບ​ຫລາຍ​ສິບ​ປີຜ່ານ​ມາ.
COSTA RICA ELECTIONS VO
please wait

No media source currently available

0:00 0:00:59 0:00
XS
SM
MD
LG