ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຂດໃຕ້ ຊາຮາຣາ ຍັງຖືກ ໂຣກເອດສ໌ ຄຸກຄາມ ຢ່າງໜັກ (ສະໄລດ໌)


ນັກສຶກສາຢືນລຽນແຖວກັນເປັນຮູບໂບແດງ ໃນຂະນະທີ່ ທໍາການປຸກລະດົມ ຊຸກຍູ້ຄວາມຕື່ນຕົວກ່ຽວກັບໂຣກ HIV/AIDS ຢູ່ນະຄອນໄທເປ ໃນວັນທີ 30 ພະຈິກ 2012 ເພື່ອເປັນການສະຫລອງວັນແຫ່ງໂຣກເອດສ໌ ທີ່ຈະຈັດຂຶ້ນໃນວັນທີ 1 ທັນວາ 2012. REUTERS/Pichi Chuang (TAIWAN - Tags: SOCIETY HEALTH)
ນັກສຶກສາຢືນລຽນແຖວກັນເປັນຮູບໂບແດງ ໃນຂະນະທີ່ ທໍາການປຸກລະດົມ ຊຸກຍູ້ຄວາມຕື່ນຕົວກ່ຽວກັບໂຣກ HIV/AIDS ຢູ່ນະຄອນໄທເປ ໃນວັນທີ 30 ພະຈິກ 2012 ເພື່ອເປັນການສະຫລອງວັນແຫ່ງໂຣກເອດສ໌ ທີ່ຈະຈັດຂຶ້ນໃນວັນທີ 1 ທັນວາ 2012. REUTERS/Pichi Chuang (TAIWAN - Tags: SOCIETY HEALTH)
ໃນຂະນະທີ່ບັນດາປະເທດຕ່າງໆ ສະຫລອງວັນຕ້ານໂລກ
ເອດສ໌ ຫລື World AIDS Day ຫົວໜ້າຂອງກຸ່ມທີ່ສະໜອງ
ທຶນ ແລະສະໜັບສະໜຸນບັນດາອົງການຈັດຕັ້ງໃນປະຊາຄົມ
ໃນທະວີບອາຟຣິກກາເວົ້າວ່າ ຄວາມກ້າວໜ້າໃນການຕ້ານ
ໂຣກເອດສ໌ ໃນເຂດໃຕ້ທະເລຊາຍຊາຮາຣາ ທີ່ໄດ້ຖືກໂຣກ
ເອດສ໌ຄຸກຄາມໜັກນັ້ນ ແມ່ນ “ຫລວງຫລາຍທີ່ສຸດ” ແຕ່ວ່າ
ສິ່ງທ້າທາຍທີ່ຍັງຄົງຄ້າງຢູ່ນັ້ນ ແມ່ນ “ເລິກເຊິ່ງແລະກວ້າງໃຫຍ່.”

ທ່ານນາງ Ilana Landsberg-Lewis, ຫົວໜ້າບໍລິຫານມູນນິທິ
Stephen Lewis Foundation ເວົ້າວ່າ ອົງການຈັດຕັ້ງພື້ນ
ຖານຢູ່ໃນເຂດໃຕ້ທະເລຊາຍຊາຮາຣາໄດ້ ກາຍມາເປັນອົງການ
ທີ່ ສະຫລັບຊັບຊ້ອນຫຼາຍຂຶ້ນໃນການຊອກຫາຫົນທາງໃໝ່
ເພື່ອໃຫ້ ຄວາມຊ່ວຍເຫລືອແກ່ຜູ້ໄດ້ຮັບຜົນກະທົບ.

ຢູ່ໃນບົດໃຫ້ສໍາພາດຕໍ່ວີໂອເອໃນວັນສຸກວານນີ້ ທ່ານນາງ Lewis ເວົ້າວ່າ ບັນຫາຕ່າງໆ ແມ່ນລວມມີຄວາມລັງກຽດ ຂອງສັງຄົມໃນຖືກລະບຸວ່າເປັນໂຣກເອດສ໌ຢູ່ໃນຂົງເຂດແລະ ເງິນທຶນທີ່ຂາດເຂີນໃນການປິ່ນປົວໂຣກດັ່ງກ່າວ.

ຢູ່ໃນລາຍງານກ່ຽວກັບວັນຕ້ານໂຣກເອດສ໌ຂອງຕົນນັ້ນ ໂຄງການຮ່ວມ ເພື່ອຕ້ານ HIV/ AIDS ຂອງສະຫະປະຊາຊາດ ຫລື UNAIDS ເວົ້າວ່າ ມີການຫລຸດລົງ 50% ໃນຈໍາ ນວນຜູ້ຕິດເຊື້ອ HIV ຢູ່ໃນ 25 ປະເທດ ທີ່ມີ “ລາຍຮັບຕໍ່າແລະປານກາງ” ຊຶ່ງໃນນັ້ນ ຫລາຍກວ່າ ເຄິ່ງນຶ່ງແມ່ນຢູ່ໃນທະວີບອາຟຣິກກາ.

ອົງການ UNAIDS ຍັງເວົ້າອີກວ່າ ມີຄົນ 34 ລ້ານຄົນໃນທົ່ວໂລກທີ່ຕິດເຊື້ອ HIV ໃນປີ 2011 ທີ່ຜ່ານມາ, ແລະເຂດໃຕ້ທະເລຊາຍຊາຮາຣາ ແມ່ນຂົງເຂດທີ່ມີການຕິດເຊື້ອ ໄວຣັສ ນີ້ຫລາຍທີ່ສຸດ ຊຶ່ງເກືອບວ່າຜູ້ໃຫຍ່ 1 ໃນທຸກ 20 ຄົນໃດ ແມ່ນຕິດເຊື້ອໄວຣັສນີ້.

ເຖິງຢ່າງໃດກໍຕາມ, ກຸ່ມດັ່ງກ່າວຍັງເວົ້າວ່າ ຈໍານວນຄົນທີ່ເສຍຊີວິດຍ້ອນໂຣກເອດສ໌ ຢູ່ໃນ ຂົງເຂດດັ່ງກ່າວ ໄດ້ຫລຸດລົງປະມານ 1 ສ່ວນ 3 ຢູ່ໃນໄລຍະ 6 ປີຜ່ານມານີ້ ແລະກໍມີຄົນ ຈໍານວນເພີ້ມຂຶ້ນ ທີ່ໄດ້ຮັບການປິ່ນປົວໂດຍໃຊ້ຢາຕ້ານເຊື້ອໄວຣັສ.

ອົງການ UNAIDS ຍັງໃຫ້ຄໍາເຫັນອີກວ່າ ບາງປະເທດທີ່ມີການຕິດເຊື້ອ HIV ໃນອັດຕາ ສູງທີ່ສຸດໃນໂລກນັ້ນ ແມ່ນມີອັດຕາຄົນຕິດເຊື້ອໂຣກນີ້ໃໝ່ ຫລຸດລົງຢ່າງຫລວງຫລາຍ ນັບ ແຕ່ປີ 2001 ເປັນຕົ້ນມາ.

ອົງການດັ່ງກ່າວເວົ້າວ່າ ອັດຕາການຕິດເຊື້ອນີ້ ໄດ້ຫລຸດລົງ 73% ຢູ່ໃນ Malawi, 71% ໃນ Botsawana ແລະ 68% ໃນ Namibia. ຢູ່ໃນບົດລາຍງານປີ 2012 ນັ້ນອົງການ UNAIDS ຍັງເວົ້າວ່າ ມີການຫລຸດລົງຢ່າງຫຼວງຫຼາຍຂອງອັດຕາຄົນຕິດເຊື້ອໃໝ່ ຢູ່ໃນ Zambia, Zimbabwe, Africa ໃຕ້ ແລະ Swaziland.

ເບິ່ງສະໄລດ໌ການສະຫລອງວັນແຫ່ງໂຣກເອດສ໌ ໃນທົ່ວໂລກ:
XS
SM
MD
LG