ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປັດຈຸບັນນີ້ມີ 8 ລ້ານ ຄົນໃນທົ່ວໂລກທີ່ ໄດ້ຮັບການ ປິ່ນປົວເຊື້ອເອັຊໄອວີ


ປັດຈຸບັນ​ນີ້​ ມີ​ພວກ​ຄົນ​ຕິດ​ເຊື້ອ​ເອັຊ​ໄອ​ວີ ​ເຊື້ອ​ໄວຣັສ​ທີ່​ພາ​ໃຫ້​ເປັນ​ໂຣກ​ເອດສ໌ນັ້ນ ຈໍານວນ ຫລາຍ​ກວ່າ​ແປດ​ລ້ານ​ຄົນ ທີ່​ໄດ້​ຮັບ​ການບໍາບັດປິ່ນ​ປົວ​ດ້ວຍ​ຢາ​ຕ້ານ​ເຊື້ອ​ໄວ​ຣັສ ​ ຊຶ່ງ​ແມ່ນເພີ່ມ​ຂື້ນ​ 20% ຈາກ​ປີຜ່ານມາ. ​ໂຄງ ການ​ຮ່ວມ ວ່າ​ດ້ວຍ​ເຊື້ອ HIV/AIDS ຂອງອົງການ​ສະຫະ​ປະຊາ​ຊາດ ຫຼື UNAIDS ​ໄດ້​ນໍາລາຍ​ງານ​ໃໝ່​ສະບັບ​ນຶ່ງອອກ​ເຜີຍ​ແຜ່​ ລ່ວງ​ໜ້າ​ກອງ​ປະຊຸມ​ນາໆຊາດກ່ຽວ​ກັບ ໂຣກ​ເອດ​ສ໌ ທີ່​​ວໍ​ຊິງ​ຕັນດີ​ຊີ. ທອງ​ປານ ມີ​ເລຶ່ອງນີ້ ມາສະ​ເໜີທ່ານ​ ຈາກ​ລາຍ​ງານ​ຂອງຜູ້​ສື່​ຂ່າວ​ວີ ​ໂອ​ເອ Joe DeCapua.

ວີດິໂອລາຍງານການສໍາພາດທ່ານ Michael Sidibe ​ຜູ້​ອໍານວຍ​ການ​ບໍລິຫານ UNAIDS

ລາຍ​ງາ​ນຫລ້າ​ສຸດ​ຂອງ​ໂຄງການ UNAIDS ທີ່​ໃຫ້​ຫົວ​ຂໍ້​ວ່າ ຮ່ວມແຮງ​ກັນ​ ພວກ​ເຮົາ​ຈະສາ
ມາດ​ກໍາຈັດ​ຖອນ​ຮາກ​ໂຣກ​ເອດ​ສ໌​ໄດ້​ນັ້ນເວົ້າວ່າ ​ສະ​ເພາະປີກາຍ​ນີ້​ປີດຽວ ມີຄົນ​ເຈັບ​ໃນ​ຈໍາ
ນວນເພີ່ມ​ຂຶ້ນ ເກືອ​ບ 1.4 ລ້ານ​ ຄົນ ທີ່​ໄດ້​ຮັບ​ການ​ປິ່ນປົວ ​ປັດ​ຈຸ​ບັນ​ນີ້ ມີ​ຄົນ​ຕິ​ດ​ເຊື້ອ​ເອັຊ
​ໄອ​ວີ ທີ່​ຍັງ​ດໍາລົງ ຊີວິດ​ຢູ່​ໄດ້ຫຼາຍ​ກວ່າ 34 ລ້ານ​ຄົນ ຊຶ່ງ​ລາຍ​ງານ​ເວົ້າວ່າ ​ເປັນ​ຈໍານວນ​ທີ່
​ຫຼາຍ​ກວ່າທີ່​ເຄີຍ​ມີ​ມາ ທັງ​ນີ້​ກໍ​ຍ້ອນຢຸກຢາປິ່ນປົວ​ທີ່​ມີຫລາຍກ່ວາ​ເກົ່າ ທີ່​ສາມາດຊ່ວຍ​ຊີວິດ​
ໄວ້ໄດ້ນັ້ນ​.

ທ່ານ ໄມໂຄລ ຊິ​ດິ​ເບ (Michael Sidibe) ​ເປັນຜູ້​ອໍານວຍ​ການ​ບໍລິຫານໂຄງການ UNAIDS
ກ່າວ​ວ່າ: “ໃນ​ທາງ​ສ່ວນ​ຕົວ​ແລ້ວ ຂ້າພ​ເຈົ້າ​ເຊື່ອ​ວ່າ ນີ້​ຄືຍຸກ​ໃໝ່​ແລ້ວ ​ເປັນ​ຍຸກ​ໃໝ່​
ສໍາລັບ​ການ​ປິ່ນປົວ ຍຸກ​ໃໝ່​ສໍາລັບການ​ປ້ອງ​ກັນ. ​ແຕ່ນອກ​ນີ້​ ຈາກ​ການ​ອ່ານ​ສະພາບ​
ການ​ໂດຍ​ສ່ວນ​ຕົວ​ຂອງ​ຂ້າພະ​ເຈົ້າແລ້ວ ມັນ​ເປັນ​ຈຸດ​ເລີ່​ມຕົ້ນ​ຂອງການ​ກ້າວ​ໄປ​ສູ່ເລກ
ສູນ ຫຼືຈຸດ​ຈົບ.”

ທ່ານ ຊິ​ດິ​ເບ ກ່າວ​ຕໍ່​ໄປ​ວ່າ ມັນ​ເປັນ​ຍຸກໃໝ່ແຫ່ງ​ການ​ແບ່ງ​ເບົາ​ພາລະ​ຮັບຜິດຊອບຮ່ວມ​ກັນ
ຮັບ​ເອົາຄວາມຮັບຜິດຊອບ​ຮ່ວມ​ກັນ ​ແລະ​ຄວາມ​ເປັນ​ເອກະ​ພາບ​ກັນ ​ໃນ​ທົ່ວໂລກ.

ທ່ານ ຊິ​ດິ​ເບ ​ເວົ້າວ່າ: “ແນ່ນອນ​ວ່າ ຫຼັກການ​ສາມ​ປະການ​ນີ້ ຈະ​ເປັນ​ຕົວ​ນໍາພາ ບໍ່​ສະ​
ເພາະ​ແຕ່​ການສົນທະນາ​ຫາລື​ຂອງ​ພວກ​ເຮົາ​ ໃນ​ກອງ​ປະຊຸມ​ໃນ​ໄລຍະບໍ່​ເທົ່າ​ໃດ​ມື້​ຕໍ່ໜ້າ​
ນີ້​ເທົ່າ​ນັ້ນ ​ແຕ່ຍັງຈະ​ເປັນ​ໂຕ​ນໍາພາການ​ຕອບ​ໂຕ້​ຂອງ​ພວກ​ເຮົາ ​ໃນ​ຫຼາຍ​ມື້​ຫຼາຍ​ປີ​ ທີ່​ຈະ​
ເຖິງ​ນີ້ນໍາ.”

ທ່ານ ຊິ​ດິ​ເບ ກ່າວ​ຕື່ມ​ວ່າ ເງິນ​ທີ່​ໄດ້​ໃຊ້​ໄປ​ເພື່ອ​ປາບ​ປາມ​ເຊື້ອເອັຊ​ໄອ​ວີ/​ເອດ​ສ໌ນັ້ນ ​ແມ່ນ​
ໄດ້​ໃຊ້​ຈ່າຍ​ໄປຢ່າງ​ຖືກຕ້ອງ​ເໝາະສົມ​ແລ້ວ. ການ​ລົງ​ທຶນ​ຂອງ​ໂລກ​ເພື່ອ​ປາບ​ປາມ​ເຊື້ອ​ເອັຊ
​ໄອ​ວີ​ນີ້ ​ໄດ້​ເພິ່ມຂຶ້ນ​ເປັນ​ເກືອບ 17 ພັນ ລ້ານ​ໂດ​ລາ​ ໃນ​ປີ 2011.

ທ່ານ ຊິ​ດິ​ເບ ກ່າວ​ວ່າ: “ພວກ​ເຮົາເວົ້າ ຫລາຍ​ຂຶ້ນ​ເລື້ອຍໆ ເຖິງການ​ໃຊ້​ຈ່າຍ​ຢ່າງ​ປະຢັດ
ເຖິງ​ຄວາມມີ​ປະສິດທິ​ຜົນ ​ໂດ​ຍການລົດ​ຄ່າ​ໃຊ້​ຈ່າຍ​ຂອງ​ການ​ຜະລິດທີ່ໄດ້ຜົນ​ແຕ່ລະ​ຢ່າງ
​ນັ້ນລົງ. ​ເວລາ​ນີ້ ​ພວກ​ເຮົາ​ກໍາລັງ​ພະຍາຍາມ​ໃຫ້​ເປັນທີ່​ແນ່​ໃຈ​ວ່າ ໂຄງ​ຮ່າງສໍາລັບການ​ລົງ
ທຶນ ທີ່​ພວກ​ເຮົານໍາ​ໃຊ້​ກັບປະ​ເທດ​ຕ່າງໆ​ນັ້ນ ​ແມ່ນ​ມີ​ຄວາມ​ສະ​ຫຼາດ​ລອບ​ຄອບ​ຫຼາຍ​ຂຶ້ນ.”

ບັນດາ​ປະ​ເທດ​ລາຍ​ໄດ້​ຕໍ່າ​ແລະ​ປານ​ກາງ ​ຕ່າງ​ກໍໄດ້​ທຸ່ມ​ເທ​ເງິນ​ລົງ​ທຶນ​ຂອງ​ພວກ​ເຂົາ​ເຈົ້າຢ່າງ​
ຫຼວງ​ຫຼາຍເຂົ້າ​ໃສ່ການ​ປາບ​ປາມ​ການ​ແຜ່​ລາມ​ຂອງ​ໂຣກນີ້. ປັດຈຸບັນ​ນີ້ ຈໍານວນ​ເງິນໃຊ້​ຈ່າຍ​
ພາຍ​ໃນ​ປະ​ເທດ​ເພື່ອ​ປາບ​ປາມ​ເຊື້ອ HIV/AIDS ​ໄດ້​ມີ​ຫລາຍ​ເກີນ​ຈໍາ​ນວນ​ການ​ລົງ​ທຶນ​ຂອງ​
ນາໆຊາດເປັນເທື່ອ​ທໍາ​ອິດ ​ໂດ​ຍສະ​ເພາະ ປະ​ເທດ​ອາ​ຟຣິກາ​ໃຕ້ນັ້ນ ​ແມ່ນ​ໄດ້​ທຸ່ມ​ເທ​ເງິນ​ລົງ
ທຶນ ​ເຖິງ 2 ພັນ​ລ້ານ​ໂດ​ລາ​ ​ເພື່ອ​ປາບ​ພະຍາດ​ນີ້ ເມື່ອ​ປີຜ່ານ​ມາ.

ເຄື່ອງໝາຍຂອງໂຄງການ PEPFAR
ເຄື່ອງໝາຍຂອງໂຄງການ PEPFAR

​ເງິນ​ງົບປະມານ​ສ່ວນ​ໃຫຍ່​ຂອງ​
ນາໆຊາດ​ເພື່ອ​ໃຊ້​ໃນ​ການ​ປິ່ນ
ປົວ ການ​ຄົ້ນ​ຄ້ວາ ​ແລະການ
​ປ້ອງກັນ​ນັ້ນ ​ແມ່ນ​ມາ​ຈາກ​ໂຄງ
ການ​ທີ່​ຊື່ວ່າ ແຜນການສຸກ​ເສີນ​
ຂອງ​ປະທານາທິບໍດີສະຫະລັດເພື່ອບັນ​ເທົາ​ໂຣກ​ເອດ​ສ໌ ທີ່ມີ​ຊື່​ຫຍໍ້​ວ່າ PEPFAR ​ແລະ
ກອງ​ທຶນໂລກ​ເພື່ອ​ປາບ​ປາມ​ໂຣກເອດ​ສ໌ ​ໂຣກປອດ​ແຫ້ງ ​ແລະ​ໄຂ້ຍຸງ.

ດຣ. ​ເອຣິກ ກູ​ສບີ ​ຜູ້​ປະສານ​ງານໂຄງການໂຣກ​ເອດ​ສ໌​ໂລກ​ຂອງສະຫະລັດ ​ເປັນ​ຜູ້​ຮັບຜິດ
​ຊອບ​ໂຄງການ​ເພັບຟາ.

ທ່ານ ກູ​ສບີ ​ເວົ້າວ່າ: “ການຈັດສັນ​ຊັບພະຍາກອນ ​ແລະ​ການຈັດ​ລໍາດັບ​ຄວາມສໍາຄັນ​ຂອງ
​ພວກ​ເຮົາ ຊຶ່ງ​ເປັນ​ການ​ປ່ຽນ​ແປງ​ທີ່​ພວກ​ເຮົາ​ໄດ້​ພະຍາຍາມ​ຈັດ​ຕັ້ງ​ເຂົ້າໃນ​ໂຄງການ​ເພັບ​ຟາ​
ຂອງ​ພວກ​ເຮົາຢ່າງ​ຕັ້ງໜ້າ​ ໃນ​ຊ່ວງ​ສາມ​ປີຜ່ານມານັ້ນ ​ໄດ້​ເລີ່​ມສະ​ແດງ​ໃຫ້​ເຫັນ​ໝາກຜົນ​
ຂອງ​ແຮງ​ງານ​ທີ່​ໄດ້​ທຸ່ມ​ເທ​ໄປ​ແລ້ວ ​ໂດຍ​ທີ່ພວກ​ເຮົາ​ກໍາລັງເຄື່ອນ​ຍ້າຍ​ການ​ປະຕິບັດ​ງານ
​ຂອງ​ພວກ​ເຮົາ ໄປ​ຍັງ​ກຸ່ມ​ປະຊາຊົນ​ທີ່​ມີ​ຄວາມ​ສ່ຽງ​ສູງ ໂດຍແນ​ເປົ້າໝາຍ​ໃສ່​ປະຊາ​ຊົນ​ກຸ່ມ
​ທີ່ສໍ​າຄັນ​ໆ ​ເພື່ອໃຫ້ແນ່​ໃຈວ່າ ພວກ​ເຮົາ​ສາມາດ​ລະບຸ​ໂຕພວກ​ເຂົາ​ເຈົ້າໃນພື້ນ​ທີ່​ທີ່ປອດ​ໄພ
​ເພື່ອ​ອໍາ​ນວຍໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ເຂົ້າມາ​ຮັບ​ການ​ປິ່ນ ປົວ ແລະເບິ່ງ​ແຍງ​ດູ​ແລ​.”

Eric Goosby
Eric Goosby

​ໂຄງການເພັບ​ຟາປະຕິບັດ​ງານ​ພາຍ​ໃຕ້​ການ
​ເປັນ​ພາຄີ​ກັບ​ລັດຖະບານ​ປະເທດ​ຕ່າງໆໂດຍ​
ການ​ໃຫ້ລັດຖະບານ​ເຫລົ່າ​ນັ້ນ​ມີ​ບົດບາດມີ
​ປາກ​ມີ​ສຽງ​ຫຼາຍ​ຂຶ້ນ​ໃນ​ການ​ດໍາ​ເນີນໂຄງການ.

ທ່ານ ກູ​ສບີ ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ
​ໂຕ​ເລກ​ທີ່ໂຄງການ UNAIDS ກໍາລັງ​ນໍາ​ສະ
​ເໜີ​ຕໍ່​ໂລກໃຫ້​ຄວາມ​ໝັ້ນໃຈ​ແກ່​ຂ້າພະ​ເຈົ້າ​ວ່າ
ພວກ​ເຮົາ​ຢູ່​ໃນ​ຖານະ ​ທີ່ສາມາດ​ຮູ້ໄດ້​ ສາ
ມາດຄວບ​ຄຸມ​ຕິດຕາມ​ເບິ່ງ​ໄດ້ ​ແລະ​ເຂົ້າ​ໃຈ
​ຂໍ້​ມູນເວລາ​ໃດ​ທີ່ໄດ້​ຮັບມັນ. ​ແລະ​ຂ້າພະ​ເຈົ້າ
ຄິດ​ວ່າ ​ໃນ​ໄລ​ຍະ​ສອງ​ສາມປີຜ່ານມານີ້ ພວກ
​ເຮົາ​ໄດ້​ທໍາ​ການ​ເຄື່ອນ​ໄຫວ​ ທີ່​ອໍານວຍ​ໃຫ້​ພວກ​ເຮົາ​ມີ​ຄວາມຄ່ອງ​ໄວ​ຫລາຍຂຶ້ນ ​ໃນ​
ຄວາມ​ສາມາດ​ຂອງ​ພວກ​ເຮົາ ​ໃນການຈັດ​ວາງໂຄງການຂອງ​ພວກ​ເຮົາໃໝ່.”

​ແຕ່​ອິງ​ຕາມ​ UNAIDS ນັ້ນ​ ກໍ​ແມ່ນ​ວ່າ ຍັງ​ມີ​ພາລະກິດ​ທີ່​ຈະ​ຕ້ອງປະຕິບັດ​ອີກ​ຫຼາຍ​ສິ່ງ​ຫຼາຍ
​ຢ່າງ​ກ່ຽວ​ກັບ​ເລຶ່ອງນີ້ ພ້ອມ​ທັງ​ຕ້ອງການ​ເງິນ​ເພີ່ມອີກ​ຫຼາຍ​ພັນ​ລ້ານ​ໂດ​ລາ.

ເຄື່ອງໝາຍຂອງອົງການ UNAIDS
ເຄື່ອງໝາຍຂອງອົງການ UNAIDS

​UNAIDS ​ເວົ້າວ່າ ມີ​ຜູ້​ເສຍ​
ຊີວິດ 1.7 ລ້ານ​ຄົນ ຍ້ອນ​
ສາ​ເຫດທີ່ກ່ຽວພັນ​ກັບ​ໂຣກ​
ເອດສ໌​ໃນ​ປີ 2011 ຊຶ່ງເປັນ​
ໂຕ​ເລກ​ທີ່​ລົດ​ລົງ​ເຖິງ 24 ​ເປີ
​ເຊັນຈາກ ຈໍາ​ນວນ​ຜູ້​ເສຍຊີ
ວິດ​ສູງ​ສຸດ​ໃນ​ປີ 2005 ນັ້ນ.
​ໂຣກປອດ​ແຫ້ງ ຫຼື​ທີ​ບີຍັງ​ເປັນ
​ສາ​ເຫດ​ນໍາ​ໜ້າ​ຂອງການ​ເສ​ຍ
ຊີ​ວິດ​ໃນກຸ່ມ​ຄົນ​ທີ່​ຕິດ​ເຊື້ອເອັຊ
​ໄອ​ວີຍ້ອນ​ວ່າ ລະບົບ​ພູມ​ຕ້ານ
ທານທີ່​ອ່ອນ​ແອ​ລົງເຮັດ​ໃຫ້​ພວກ
ເຂົາ​ເຈົ້າຕິດ​ເຊື້ອ​ໄດ້​ງ່າຍ​ຂຶ້ນ.
ນອກ​ນີ້​ແລ້ວ ກໍ​ມີ​ພວກ​ຄົນ​ຕິດ​
ເຊື້ອ​ເອັຊ​ໄອ​ວີ​ລາຍ​ໃໝ່ໆ ​ເພີ່ມ
​ອີກ 2.5 ລ້ານ​ຄົນ ໃນ​ປີຜ່ານມາ.

ຍິ່ງ​ໄປ​ກວ່າ​ນັ້ນ ພວກ​ຊາວ​ໜຸ່ມ​ ທີ່​ມີ​ອາຍຸ​ລະຫວ່າງ 15 ຫາ 24 ປີ ​ແມ່ນປະກອບ​ເປັນ 40
​ເປີ​ເຊັນ​ຂອງ​ຈໍານວນ​ຜູ້​ໃຫຍ່​ທັງ​ໝົດ​ທີ່​ຕິດ​ເຊື້ອ​ເອັຊ​ໄອ​ວີນັ້ນ​ ແລະການທີ່​ຕິດ​ເຊື້ອ​ດັ່ງ​ກ່າວ​ນີ້ ​
ສ່ວນ​ຫຼາຍ​ແມ່ນ​ໃນ​ພວກ​ຍິງສາວ. ຜົນ​ການ​ສໍາ​ຫຼວດພົບ​ວ່າ ພວກ​ຊາວໜຸ່ມ​ຫຼາຍ​ຄົນ​ຍັງ​ຂາດ
​ຄວາມ​ຮອບ​ຮູ້ຕື່ນຕົວ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ​ການ​ຕິດ​ແປດ​ເຊື້ອ​ເອັຊ​ໄອວີ​ນັ້ນ​ຢູ່.

ນອກ​ນີ້​ແລ້ວ ພວກ​ຄົນ​ທີ່​ມີ​ເຊື້ອ​ເອັຊ​ໄອ​ວີ​ໃນ​ບາງ​ເຂດ​ຂອງເອ​ເຊຍ ​ແລະ​ຢູ​ໂຣບຕາເວັນ​ອອກ
ກໍ​ຍັງປາກົດ​ວ່າ ​ຂາດ​ການ​ເຂົ້າຫາ​ເຂົ້າ​ເຖິງ​ການ​ປິ່ນປົວ​ນັ້ນ​ຢູ່. ​ແລະ​ການ​ຕິດ​ເຊື້ອ​ໂຣກນີ້​ແມ່ນ​
ລະບາດ​ຫຼາຍ​ຂຶ້ນ​ໄປ​ນັບ​ມື້ ​ໃນ​ກຸ່ມ​ພວກ​ຜູ້​ຊາຍ​ທີ່​ມີ​ເພດ​ສໍາພັນກັບ​ເພດ​ດຽວ​ກັນ ໃນ​ກຸ່ມພວກ​
ທີ່​ໃຊ້​ເຂັມສັກຢາ​ເສບ​ຕິດ ແລະພວກ​ຄົນຄ້າ​ປະ​ເວ​ນີ.

ຢ່າງ​ໃດ​ກໍ​ຕາມ ​ລາຍ​ງານ​ຂອງໂຄງການ UNAIDS ​ເວົ້າ​ວ່າ ຄວາມ​ພະຍາຍາມ​ຕ່າງໆ​ກໍາລັງ
ດໍາ​ເນີນ​ໄປ​ດ້ວຍ​ດີ ​ເພື່ອ​ອໍານວຍ​ໃຫ້ຄົນ​ຕິດ​ເຊື້ອ​ເອັຊ​ໄອ​ວີ ຈໍານວນ 15 ລ້ານຄົນ ​ໄດ້ຮັບ​
ການ​ປິ່ນປົວ ​ພາຍ​ໃນ​ປີ 2015.

XS
SM
MD
LG