ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ລະບຸວ່າ ​​ແນວ​ໂນ້ມ​ໃໝ່​ ຂອງ​ການ​ຕິດ​ເຊື້ອ​ HIV ແມ່ນເປັນໜ້າ​ຕົກໃຈ


ວັນ AIDS ໂລກ
ວັນ AIDS ໂລກ

ອົງການສະຫະ​ປະຊາ​ຊາດ ກຳກັບ​ນຳເລື້ອງ​ໂຣກ AIDS ຫຼື UNAIDS ​ເຕືອນ​ວ່າ ຄວາມ ກ້າວໜ້າຂອງ​ການຫຼຸດຜ່ອນຂອງການ​ຕິດເຊື້ອ​ໂຣກ HIV

​ໃໝ່ ໃນໝູ່ພວກ​ຜູ້​ໃຫຍ່ແມ່ນໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ​ແລະໃນ​ບາງ​ຂົງ​ເຂດຂອງໂລກ ການຕິດເຊື້ອໂຣກດັ່ງກ່າວ ແມ່ນ​ມີ​ເພີ້​ມຂຶ້ນ​ຊໍ້າ. ​Lisa Schlein ນັກຂ່າວ VOA ເວົ້າວ່າ ລາຍງານນີ້​ ນຳ​ອອກ​ເຜີ​ຍ​ແຜ່ ​ໃນ​ນະຄອນ Geneva ກ່ອນ​ໜ້າກອງ​ປະຊຸມ​ນາໆ​ຊາດ​ ກ່ຽວ​ກັບ​ໂຣກ AIDS ຈະມີຂຶ້ນໃນສັບປະດາໜ້າ ​ທີ່ເມືອງ Durban ອາ​ຟຣິກາໃຕ້​ ຊຶ່ງພຸດທະ​ສອນ ຈະ​ນຳເອົາລາຍລະອຽດມາສະເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ອົງການສະຫະ​ປະຊາ​ຊາດ ກຳກັບນຳ​ເລື້ອງ​ໂຣກ AIDS ຫຼື UNAIDS ​ເອີ້ນແນວ​ໂນ້ມ​ໃໝ່​ຂອງ​ການ​ຕິດ​ ເຊື້ອ​ໂຣກ HIV ວ່າເປັນໜ້າ​ຕົກໃຈ. ໄດ້ມີການ​ສັງເກດຢູ່ໃນທົ່ວ​ໂລກວ່າ ການ​ຕິດ​ເຊື້ອໂຣ​ກດັ່ງກ່າວ ໃນ​ກຸ່ມ​ຜູ້​ໃຫຍ່ ​ແລະ​ພວກ​ເດັກນ້ອຍ ​ໄດ້​ຫຼຸດ​ລົງ ປະມານ 40 ​ເປີ​ເຊັນ ນັບ​ຕັ້ງ​ແຕ່​ໄດ້ມີ​ຈຳ​ນວນສູງ​ສຸດ 3 ລ້ານ ຄົນ ​ໃນ​ປີ 1997 ເປັນຕົ້ນມາ​.

ອົງການ​ດັ່ງກ່າວ​ເວົ້າ​ວ່າ ຄວາມກ້າວໜ້າໃນການຢຸດຢັ້ງກໍລະ​ນີ​ໃໝ່​ໃນ​ກຸ່ມ​ພວກ​ເດັກນ້ອຍ ແມ່ນໄດ້​ດຳ​ເນີນ​ມີຕໍ່​ມາ​ ດ້ວຍ​ການ​ຫຼຸດ​ລົງ​ຫຼາຍ​ກວ່າ 70 ​ເປີ​ເຊັນ ນັບ​ຕັ້ງ​ແຕ່​ປີ 2001 ເປັນ ຕົ້ນມາ ​ແຕ່​ ອົງການ UNAIDS ພົບເຫັນວ່າ ການ​ຫຼຸດ​ລົງໃນ​ກໍລະນີ​ໃໝ່ ​ໃນ​ກຸ່ມ​ພວກ​ຜູ້​ໃຫຍ່ ​ໄດ້ຢຸດຊະງັກຢູ່ ​ນັບ​ຕັ້ງ​ແຕ່​ປີ 2010 ​ແລະຍັງ​ຄົງເປັນຢູ່​ຢ່າງ​ສະໝ່ຳສະ​ເໝີ ປະມານ 1 ລ້ານ 9 ​ແສນ ກໍລະນີ ​ເປັນ​ເວລາ 5 ປີມາ.

ຜູ້ອຳນວຍການ​ຂອງ ອົງການ UNAIDS ທ່ານ Michel Sidibe ກ່າວ​ວ່າ ​ໂລກຂອງເຮົາ ຕ້ອງໄດ້​ຟ້າວຟັ່ງ ​ທຳຄວາມ​ພະຍາຍາມ​ປ້ອງ​ກັນ​ໂຣກດັ່ງກ່າວ​.

ທ່ານ Sidibe ກ່າວ​ວ່າ “ພວກ​ເຮົາ​ມີ​ໂອກາດຢູ່​ 5 ປີ. ຖ້າ​ພວກ​ເຮົາ​ພາດ​ໂອກາດ​ 5 ປີ ຂ້າງ​ໜ້ານີ້ ໂຣກ​ດັ່ງກ່າວກໍ​ຈະ​ຢ້ອນ​ກັບ​ຄືນ​ມາລະບາດ​ອີກ. ໂຣກດັ່ງກ່າວ ຈະ​ມີ​ຄວາມ ຕ້ານທານ​ ​ແລະ​ພວກ​ເຮົາ​ກໍ​ຈະ​ບໍ່​ສາມາດ​ຄວບ​ຄຸມການລະບາດຂອງມັນໄດ້​ ​ແລະ​ພວກ​ເຮົາຈະຕ້ອງໃຫ້ແນ່ໃຈວ່າ ຈະຄວມຄຸມມັນໄດ້​ ພາຍ​ໃນ​ປີ 2030​.”

ລາຍ​ງານດັ່ງກ່າວພົບ​ວ່າ ໃນຢູ​ໂຣບ​ຕາ​ເວັນ​ອອກ ​ແລະ​ເອ​ເຊຍ​ກາງ ໄດ້​ມີການ​ຕິດ​ແປດ​ເຊື້ອໂຣກ HIV ໃໝ່ເພີ້​ມຂຶ້ນ 57 ​ເປີ​ເຊັນ ໃນ​ແຕ່ລະ​ປີ ລະຫວ່າງ 2010 ​ແລະ 2015​. ລາຍ​ງານ​ນີ້​ກ່າວ​ວ່າ ໂຣກ​ລະບາດດັ່ງກ່າວ ສ່ວນ​ໃຫຍ່​ແມ່ນຈະ​ຢູ່​ກັບ​ກຸ່ມ​ທີ່​ສັກ​ຢາ​ເສບ​ຕິດ. ລາຍ​ງານນີ້ ເວົ້າ​ວ່າ ຫຼາຍ​ກວ່າ 80 ​ເປີ​ເຊັນ ຂອງການຕິດເຊື້ອ​ ໂຣກ HIV ໃໝ່ ໃນ​ປີ 2015 ​ແມ່ນຢູ່ໃນຣັດ​ເຊຍ.

​ທ່ານ Karl Dehne ຫົວໜ້າປ້ອງ​ກັນ​ຂອງ​ອົງການ UNAIDS ບອກ VOA ວ່າ ໃນ​ຂະນະ​ທີ່​ຈຳນວນດັ່ງກ່າວ​ນີ້ ​ແມ່ນ​ສູງຫຼາຍ​ ກໍລະນີ​ໃໝ່ໆ​ແມ່ນມີ​ຢູ່​ໃນເຂດ​ໃຕ້​ທະ​ເລ​ຊາຍຊາ​ຮາຣາ ​ໃນ ອາ​ຟຣິກາ​.

ທ່ານ Dehne ກ່າວ​ວ່າ “ປະມານ​ເຄິ່ງນຶ່ງ​ຂອງ​ກໍລະນີ​ທີ່​ຕິດໂຣກດັ່ງກ່າວ ​ແມ່ນ​ຢູ່ ສະເພາະໃນ​ພາກຕາ​ເວັນ​ອອກ ​ແລະ​ພາກ​ໃຕ້​ຂອງ ອາ​ຟຣິກາ​ເທົ່າ​ນັ້ນ. ສະ​ນັ້ນ ​ຈຶ່ງວ່າ ເຖິງ​ແມ່ນ​ມັນຈະ​ມີ​ຈຳນວນຫຼຸດ​ນ້ອຍ​ລົງກໍຕາມ ກໍບໍ່ໄດ້​ໝາຍ​ຄວາມ​ວ່າ ​ພວກ​ເຮົາໄດ້ຊະນະ​ສົງຄາມ​ແລ້ວ. ພວກ​ເຮົາ​ຈຳ​ເປັນຕ້ອງໄດ້ເຮັດຫຼາຍ​ອີກຢູ່ຫັ້ນ ​ດັ່ງນັ້ນ ເຖິງ​ແມ່ນ​ວ່າ ​ຢູ່ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ ​ໂຣກລະບາດ​ນີ້ຈະມີເພີ້ມຂຶ້ນ ​ມັນກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ພວກ​ເຮົາ​ຈະ​ພໍ​ໃຈໃນ​ສະພາບ​ການ​ຂອງ​ພາກຕາ​ເວັນ​ອອກ ​ແລະ​ພາກ​ໃຕ້​ຂອງອາ​ຟຣິກາ.​”

ລາຍ​ງານນີ້ກ່າວວ່າ ​ໃນໝູ່ພວກ​ເດັກ​ສາວ ຂອງ​ຂົງເຂດ​ໃຕ້​ທະ​ເລ​ຊາຍຊາ​ຮາຣາ ​ໃນອາ ຟຣິກາ ແມ່ນມີຄວາມ​ສ່ຽງ​ສູງໂດຍ​ສະ​ເພາະ ຕໍ່ໂຣກ HIV-AIDS ​ ປະມານ 75 ​ເປີ​ເຊັນ ຂອງ​ກໍລະນີ​ໃໝ່ ​ໃນ​ໝູ່​ພວກ​ສາວໄວລຸ້ນ 10 ຫາ 19 ປີ.

ລາຍ​ງານນີ້​ເວົ້າ​ວ່າ ກຸ່ມ​ທີ່ຫຼໍ່ແຫຼມອື່ນໆ ກໍແມ່ນມີ​ຮວມທັງ ພວກ​ຜູ້​ຊາຍ​ກະ​ເທີຍ ​ແລະ​ພວກ​ຜູ້​ຊາຍ​ອື່ນໆ ທີ່​ຮ່ວມ​ເພດ​ກັບ​ພວກ​ຜູ້​ຊາຍ​ດ້ວຍ​ກັນ​ ພວກບໍລິການ​ທາງ​ເພດແລະພວກ​ລູກ​ຄ້າ​ຂອງເຂົາ​ເຈົ້າ ພວກແປງ​ເພດ ພວກ​ສັກ​ຢາ​ເສບ​ຕິດ ​ແລະ​ພວກ​ນັກ​ໂທດ​.

ອ່ານຂ່າວນີ້ເປັນພາສາອັງກິດເພີ່ມຕື່ມ

XS
SM
MD
LG