ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການ UNAIDS ເວົ້າວ່າ ອັດຕາ ຄົນຕິດເຊື້ອ HIV ໃໝ່ ຫລຸດລົງ


ແມ່ຍິງຄົນນຶ່ງໃນເມືອງ ລີຣາ ປະເທດອູການດາ, ອາຟຣິກາ, ກໍາລັງໄດ້ຮັບການກວດ ຫາເຊື້ອ HIV ໂດຍບໍ່ຄິດຄ່າ.
ແມ່ຍິງຄົນນຶ່ງໃນເມືອງ ລີຣາ ປະເທດອູການດາ, ອາຟຣິກາ, ກໍາລັງໄດ້ຮັບການກວດ ຫາເຊື້ອ HIV ໂດຍບໍ່ຄິດຄ່າ.

ລາຍງານໃໝ່ຂອງ ອົງການສະຫະປະຊາຊາດ ພົບວ່າ ບັນດາປະເທດທີ່ມີລາຍໄດ້ ຕໍ່າແລະປານກາງ 25 ປະເທດ ໄດ້ລົດອັດຕາການຕິດເຊື້ອ HIV ລາຍໃໝ່ໆລົງ ໄດ້ຫຼາຍກວ່າເຄິ່ງນຶ່ງ.

ລາຍງານໃໝ່ສະບັບນຶ່ງຂອງອົງການສະຫະປະຊາຊາດພົບວ່າ
ບັນດາປະ ເທດທີ່ມີລາຍໄດ້ຕໍ່າ ແລະປານກາງ 25 ປະເທດ ສາ
ມາດລົດອັດຕາການ ຕິດເຊື້ອ HIV ລາຍໃໝ່ໆລົງໄດ້ຫຼາຍກວ່າ
ເຄິ່ງນຶ່ງ. ແລະໃນການຕ່າວປິ້ນ ທີ່ໜ້າຕື່ນເຕັ້ນຄັ້ງນີ້ ອົງການ
UNAIDS ຊຶ່ງເປັນໂຄງການຮ່ວມ ຂອງອົງ ການສະຫະປະຊາ
ຊາດ ເພື່ອຕໍ່ຕ້ານເຊື້ອເອັຊໄອວີ ໂຣກເອດສ໌ ລາຍງານວ່າ ອັດ
ຕາການເສຍຊີວິດທີ່ມີສາ ເຫດມາຈາກໂຣກເອດສ໌ຢູ່ໃນທົ່ວໂລກ
ນັ້ນ ໄດ້ຫຼຸດລົງຫຼາຍກວ່າ 25 ເປີເຊັນ ໃນໄລຍະ ແຕ່ປີ 2005 ຫາປີ 2011 ຜ່ານ ມານີ້. Lisa Schlein ຜູ້ສື່ຂ່າວວີໂອເອ ມີລາຍລະອຽດ ເພີ່ມຕື່ມຈາກນະ ຄອນເຈນີວາ ປະເທດສວີດເຊີແລນດ໌ ບ່ອນທີ່ ອົງການ UNAIDS ນຳລາຍງານສະບັບນີ້ອອກເຜີຍແຜ່ ລ່ວງໜ້າ ວັນຄົບຮອບຕໍ່ຕ້ານໂຣກເອດສ໌ຂອງໂລກໃນວັນທີ 1 ທັນວາ.

ລາຍງານຂອງອົງການສະຫະປະຊາຊາດພົບວ່າ ອັດຕາການຕິດເຊື້ອເອັຊ ໄອວີລາຍໃໝ່ໆ
ແລະການເສຍຊີວິດ ທີ່ກ່ຽວກັບໂຣກເອດສ໌ນັ້ນ ໄດ້ຫຼຸດລົງ ຢູ່ໃນທົ່ວໂລກ. ແລະຄວາມກ້າວ
ໜ້າອັນຍິ່ງໃຫຍ່ທີ່ສຸດບາງປະການ ແມ່ນກໍາລັງເກີດຂຶ້ນຢູ່ໃນເຂດໃຕ້ທະເລຊາຍຊາຮາຣາ ຂອງທະວີບອາຟຣິກາຊຶ່ງ ເປັນເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ ຈາກເຊື້ອເອັຊໄອວີ ທີ່ພາໃຫ້ ເປັນໂຣກເອດສ໌ນັ້ນ.

ຫຼາຍກວ່າເຄິ່ງນຶ່ງຂອງຈໍານວນ 25 ປະເທດທີ່ເຫັນອັດຕາຄົນຕິດເຊື້ອເອັຊ ໄອວີລາຍໃໝ່ໆ
ຫຼຸດລົງຫຼາຍກວ່າ 50 ເປີເຊັນ ແມ່ນຢູ່ໃນທະວີບອາຟຣິກາ. ລາຍງານເວົ້າຕື່ມວ່າ ຂົງເຂດ
ໃຕ້ທະເລຊາຍຊາຮາຣາໃນອາຟຣິກາມີອັດຕາ ການເສຍຊີວິດຍ້ອນໂຣກເອດສ໌ຫລຸດລົງ
ໃນອັດຕານຶ່ງສ່ວນສາມ ໃນໄລຍະ ຫົກປີຜ່ານມາ ແລະຂົງເຂດດັ່ງກ່າວ ກໍມີຈໍານວນຄົນ
ເພີ່ມຫຼາຍຂຶ້ນເຖິງ 59 ເປີເຊັນທີ່ໄດ້ຮັບການປິ່ນປົວດ້ວຍຢາຕ້ານເຊື້ອໄວຣັສ ໃນໄລຍະ
ສອງປີຜ່ານ ມາ.

ທ່ານ Michel Sidibe ຜູ້ອໍານວຍການບໍລິຫານອົງການ UNAIDS ກ່າວ ວ່າ ນັ້ນອາດ
ເປັນເພາະວ່າມີຄວາມກ້າວໜ້າໃນການລົດອັດຕາການຕິດເຊື້ອ ເອັຊໄອວີໃນກຸ່ມພວກ
ເດັກນ້ອຍ.

ທ່ານ ຊິດິເບ ກ່າວວ່າ: “ນີ້ກໍຖືວ່າເປັນຂ່າວດີສໍາລັບເດັກນອ້ຍ. ຄືພວກເຮົາແມ່ນ
ກໍາລັງກ້າວຈາກຄວາມສິ້ນຫວັງ ໄປສູ່ການມີຄວາມຫວັງ. ນັບຕັ້ງ ແຕ່ອົງການ UNAIDS ໄດ້ຮຽກຮ້ອງໃຫ້ທໍາການກໍາຈັດຖອນຮາກ ຕໍ່ການ ຕິດເຊື້ອເອັຊໄອວີ
ໃໝ່ ໃນກຸ່ມພວກເດັກນ້ອຍໃຫ້ໄດ້ພາຍໃນປີ 2015 ແລະ ພ້ອມດ້ວຍການຊ່ວຍ
ເຫຼືອຊີວິດແມ່ຂອງເດັກໄວ້ນັ້ນ ພວກເຮົາລາຍງານວ່າ ເຄິ່ງນຶ່ງຂອງອັດຕາການ
ຫລຸດລົງໃນການຕິດເຊື້ອເອັຊໄອວີທັງໝົດໂດຍລວມ ໃນຮອບສອງປີຜ່ານມານີ້ ແມ່ນຢູ່ໃນກຸ່ມພວກເດັກນ້ອຍ.”


ລາຍງານປະເມີນວ່າ ປັດຈຸບັນມີ 34 ລ້ານຄົນໃນທົ່ວໂລກກໍາລັງຕິດເຊື້ອ ເອັຊໄອ ຊຶ່ງປະ ມານເຄິ່ງນຶ່ງຂອງຈຳນວນດັ່ງກ່າວ ບໍ່ຮູ້ວ່າພວກຕົນໄດ້ຕິດເຊື້ອນີ້.

ອົງການ UNAIDS ກ່າວຕື່ມວ່າ ຄວາມກ້າວໜ້າໃນການປ້ອງກັນບໍ່ໃຫ້ມີ ຜູ້ຕິດເຊື້ອເອັຊ ໄອວີ ໃໝ່ນັ້ນກໍພວມໃຫ້ກໍາລັງໃຈຫຼາຍຂື້ນ ແຕ່ຢ່າງໃດກໍຕາມ ລາຍງານກໍໃຫ້ຂໍ້ສັງເກດວ່າ 2 ລ້ານ 5 ແສນຄົນໄດ້ຕິດເຊື້ອເອັຊໄອວີ ແລະ 1 ລ້ານ 7 ແສນຄົນ ໄດ້ເສຍຊີວິດຍ້ອນ
ການເຈັບປ່ວຍທີ່ກ່ຽວພັນກັບ ໂຣກເອດສ໌ໃນປີ 2011.

ທ່ານ Sidibe ຫົວໜ້າອົງການ UNAIDS ກ່າວວ່າ ຄວາມກ້າວໜ້າແມ່ນກໍາລັງດໍາເນີນ
ໄປຢ່າງວ່ອງໄວ.

ທ່ານ Sidibe ເວົ້າວ່າ “ທົ່ວໂລກແລ້ວ ຈໍານວນພວກຄົນທີ່ໄດ້ຮັບການປິ່ນປົວສະ
ເພາະໃນໄລຍະ 2 ປີຜ່ານມານີ້ມີເພີ່ມຂຶ້ນເຖິງ 60 ເປີເຊັນ. ອາຟຣິກາໃຕ້ຊຶ່ງເປັນ
ປະເທດທີ່ມີຜູ້ຕິດເຊື້ອຂອງໂຣກເອດສ໌ຫຼາຍທີ່ສຸດນັ້ນ ສາມາດ ຫຼຸດຈຳນວນພວກ
ທີ່ຕິດເຊື້ອໃໝ່ລົງໄດ້ 41% ນັບແຕ່ປີ 2001 ເປັນຕົ້ນມາ ອັນເປັນການເພີ່ມຂຶ້ນ 75% ຂອງພວກທີ່ເຂົ້າຫາເຂົ້າເຖິງ ການປິ່ນປົວໄດ້. ພວກເຮົາໝາຍເຖິງໃນປັດ
ຈຸບັນນີ້ ມີປະມານ 1 ລ້ານ 7 ແສນຄົນ ຢູ່ສະ ເພາະໃນອາຟຣິກາໃຕ້ ທີ່ໄດ້ຮັບ
ການປິ່ນປົວ.”


ລາຍງານພົບເຫັນວ່າ ເຊື້ອເອັຊໄອວີຍັງສືບຕໍ່ສົ່ງຜົນກະທົບຢ່າງບໍ່ສົມສ່ວນ ຕໍ່ພວກຄ້າປະ
ເວນີ ພວກຜູ້ຊາຍທີ່ມີເພດສໍາພັນກັບເພດດຽວກັນ ແລະພວກ ສີດຢາເສບຕິດທີ່ຜິດກົດ
ໝາຍ. ລາຍງານເວົ້າອີກວ່າ ໂຄງການປ້ອງກັນ ແລະປິ່ນປົວພວກທີ່ຕິດເຊື້ອເອັຊໄອວີ ໂດຍສ່ວນໃຫຍ່ແລ້ວ ຈະບໍ່ໄປຮອດ ໄປເຖິງຄົນຈໍາພວກດັ່ງກ່າວນີ້.

ທ່ານ Michel Sidibe ຜູ້ອໍານວຍການບໍລິຫານອົງການ UNAIDS ກ່າວ ອີກວ່າ ພວກ
ຄົນເຫຼົ່ານີ້ ແມ່ນໄດ້ຮັບຄວາມເດືອດຮ້ອນຍ້ອນຄວາມອັບອາຍ ຂາຍໜ້າ ການຖືກຈໍາແນກ
ກີດກັນ ແລະກໍມັກຈະຖືກດໍາເນີນຄະດີ ຍ້ອນກິດ ຈະກໍາຜິດກົດໝາຍຂອງພວກເຂົາເຈົ້າ. ທ່ານ ຊິດິເບ ກ່າວຕື່ມວ່າ ທ່ານ ນາງອອງຊານ ຊູຈີ ຜູ້ໄດ້ຮັບລາງວັນໂນແບລຂະແໜງ
ສັນຕິພາບນັ້ນ ກໍຕົກ ລົງທີ່ຈະປະຕິບັດງານ ຮ່ວມກັບອົງການ UNAIDS ຊຶ່ງທ່ານເວົ້າວ່າ ການ ຊ່ວຍຮຽກຮ້ອງຂອງທ່ານນາງອອງຊານ ຊູຈີ ແມ່ນຈະຊ່ວຍລົດຜ່ອນລະດັບ ການຈໍາ
ແນກກີດກັນ ລົງໄປໃນທົ່ວໂລກ ຕໍ່ພວກຄົນທີ່ໄດ້ຮັບຄວາມເດືອດ ຮ້ອນຈາກການຕິດເຊື້ອ
ເອັຊໄອວີແລະເປັນໂຣກເອດສ໌ນັ້ນ.
XS
SM
MD
LG