ຫົວໜ້າດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ ໃນວັນພະຫັດວານນີ້ ໄດ້ຮຽກຮ້ອງພວກກະບົດຮູຕີຂອງເຢເມນອະນຸຍາດໃຫ້ພະນັກງານຊ່ວຍເຫລືອ ເຂົ້າໄປເອົາເມັດພືດພັນຕ່າງໆ ທີ່ສາມາດເອົາມາລ້ຽງເກືອຄົນທີ່ຫີວໂຫຍຫລາຍລ້ານຄົນນັ້ນໄດ້.
ເມັດພືດເຫລົ່ານັ້ນໄດ້ຖືກເກັບໄວ້ ຢູ່ໃນຖັງເກັບແກ່ນພືດຢູ່ໃນເມືອງທ່າເຮືອໂຮເດດາ ແລະກຳລັງຈະເສຍຄຸນໄປແລ້ວ.
ທານ ມາກ ໂລຄັອກຄ໌ ກ່າວຢູ່ໃນຖະແຫລງການສະບັບນຶ່ງວ່າ “ຂ້າພະເຈົ້າມີຄວາມເປັນຫ່ວງຢ່າງໜັກທີ່ວ່າ ອົງການສະຫະປະຊາຊາດ ບໍ່ສາມາດເຂົ້າເຖິງໂຮງສີຂອງບໍລິສັດ ໂຮງສີໃນເຂດທະເລແດງ ຫລືRed Sea Mills ທີ່ຢູ່ໃນເມືອງໂຮເດດານັ້ນໄດ້ ນັບແຕ່ເດືອນກັນຍາ ປີ 2018 ເປັນຕົ້ນມາ.” ທ່ານກ່າວຕໍ່ໄປວ່າ “ມີເມັດພືດທີ່ສາມາດເອົາໄປລ້ຽງຄົນ 3 ລ້ານ 7 ແສນຄົນກຸ້ມເປັນເດືອນ ແມ່ນເອົາໄວ້ລ້າໆ ແລະອາດຈະເນົ່າໄປ ຢູ່ໃນຖັງເກັບແກ່ນພືດຂອງໂຮງສີນັ້ນໄດ້ ດົນກວ່າ 4 ເດືອນມາແລ້ວ ໃນຂະນະທີ່ມີຄົນເກືອບຮອດ 10 ລ້ານ ຄົນ ຢູ່ທົ່ວປະເທດເກືອບວ່າຈະເປັນໂຣກຫີວໂຫຍກັນໄປໝົດແລ້ວ.”
ໃນເດືອນພະຈິກທີ່ຜ່ານມາ, ຄະນະທະຫານປະສົມທີ່ນຳພາໂດຍຊາອຸດີ ໄດ້ຢຶດເອົາຂົງເຂດທີ່ໂຮງສີຂອງບໍລິສັດ ໂຮງສີໃນເຂດທະເລແດງຕັ້ງຢູ່ນັ້ນ ກັບຄືນມາ ຢູ່ໃນການໂຈມຕີບັ້ນນຶ່ງທີ່ຜ່ານມານັ້ນ ເພື່ອຕ້ານກັບພວກກະບົດຮູຕີ ກ່ອນຈະມີການພົບປະກັນຢູ່ນະຄອນສະຕັອກໂຮມ ທີ່ໄດ້ນຳໄປສູ່ການຢຸດຍິງ ແບບມີຄວາມແຕກຫັກໄດ້ງ່າຍສຳລັບເຂດເມືອງໂຮເດດານັ້ນ. ແຕ່ພວກຮູຕີ ໄດ້ຄວບຄຸມເອົາທາງເຂົ້າໄປຫາຖັງແກ່ນພືດຕ່າງໆ ແລະທ່ານ ໂລຄັອກເວົ້າວ່າ ກຳລັງທະຫານຂອງພວກເຂົາ ບໍ່ຍອມປ່ອຍໃຫ້ອົງການສະຫະປະຊາຊາດ ຂ້າມເສັ້ນແດນນັ້ນ ເພື່ອເຂົ້າໄປຫາໂຮງສີແຫ່ງນັ້ນໄດ້.