ພະນັກງານຄົນນຶ່ງ ຂອງອົງການສະຫະປະຊາຊາດໃນພາກຕາເວັນອອກຂອງສາທາ
ລະນະລັດ ປະຊາທິປະໄຕຄອງໂກ ໄດ້ກວດພົບວ່າ ຕິດເຊື້ອອີໂບລາ ຊຶ່ງເປັນກໍລະນີ
ທຳອິດ ໃນການລະບາດທີ່ກຳລັງດຳເນີນຢູ່ໃນເວລານີ້ ອີງຕາມ ຫົວໜ້າອົງການປະຕິ
ບັດງານຮັກສາສັນຕິພາບຂອງສະຫະປະຊາຊາດ.
ທ່ານນາງໄລລາ ເຊີຣຸກກີ ຂຽນຢູ່ໃນຈົດໝາຍສະບັບນຶ່ງ ທີ່ອົງການຂ່າວຣອຍເຕີ້ໄດ້ຮັບ
ມານັ້ນວ່າ “ຂ້າພະເຈົ້າຂຽນຈົດໝາຍໃນມື້ນີ້ເພື່ອແຈ້ງໃຫ້ຊາບວ່າຫົວໜ້າທີມງານຂອງ
ຂ້າພະເຈົ້າ ແລະຂ້າພະເຈົ້າເອງ ຮູ້ສຶກເສຍໃຈ ທີ່ຫາກໍໄດ້ຮັບຂ່າວວ່າ ເພື່ອນຮ່ວມງານ
ທີ່ເຮັດວຽກ ໃຫ້ອົງການສະຫະປະຊາຊາດ ທີ່ເມືອງເບນີ ໄດ້ກວດພົບວ່າ ຕິດເຊື້ອອີໂບ
ລາ ແລະເວລານີ້ ກຳລັງໄດ້ຮັບການປິ່ນປົວທາງດ້ານການແພດທີ່ຈຳເປັນຢູ່.”
ທ່ານນາງເຊີຣຸກກີ ກ່າວວ່າ ພະນັກງານຄົນນັ້ນ ບໍ່ໄດ້ໄປເຮັດວຽກ ມາໄດ້ຫຼາຍອາທິດ
ແລ້ວ ແລະພວກເຂົາເຈົ້າໄດ້ເລີ້ມຊອກຫາຮ່ອງຮອຍວ່າຜູ້ກ່ຽວຕິດເຊື້ອຢູ່ໃສ.
ລາຍງານຂ່າວດັ່ງກ່າວ ມີຂຶ້ນຫຼັງຈາກເຈົ້າໜ້າທີ່ສາທາລະນະສຸກ ໄດ້ສະແດງຄວາມ
ເປັນຫ່ວງວ່າ ສະຖານະການຢູ່ໃນພາກຕາເວັນອອກຂອງສາທາລະນະລັດປະຊາທິ
ປະໄຕຄອງໂກພວມຕົກຢູ່ໃນສະພາບຫົວລ້ຽວຫົວຕໍ່.
ອາດເປັນໄປໄດ້ວ່າການແຜ່ລະບາດຮ້າຍແຮງຂຶ້ນຕື່ມ ຫຼືປະຊາຊົນໃນເຂດທ້ອງຖິ່ນ
ໃນທີ່ສຸດກໍໄດ້ສະໜອງຕອບ ໃນການປຸກລະດົມທາງດ້ານການສຶກສາ ແລະຄຳສັ່ງ
ຂອງລັດຖະບານແລະບໍ່ໄດ້ຕ້ານຢັນຕໍ່ພວກເຈົ້າໜ້າທີ່ສາທາລະນະສຸກອີກຕໍ່ໄປແລ້ວ.
ຈຳນວນຜູ້ເສຍຊີວິດ ມາຮອດວັນສຸກວານນີ້ ແມ່ນ 125 ຄົນ ຈາກກໍລະນີ ຜູ້ຕິດເຊື້ອ
ອີໂບລາທີ່ມີການລາຍງານທັງໝົດ 201 ຄົນ 166 ຄົນໄດ້ຮັບການຢືນຢັນວ່າຕິດເຊື້ອ
ແລະ 35 ຄົນບາງທີ ອີງຕາມກະຊວງສາທາລະນະສຸກຄອງໂກ.
ການລະບາດດັ່ງກ່າວ ແມ່ນເທື່ອທີ 10 ຢູ່ໃນປະເທດຄອງໂກ ຊຶ່ງມີການລາຍງານເປັນ
ເທື່ອທຳອິດ ເມື່ອວັນທີ 1 ສິງຫາຜ່ານມາ.