ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຢຸດສະໜັບສະໜູນ ການບຸກໂຈມຕີ ຂອງທະຫານ ສ.ປ. ຄອງໂກ


ທະຫານສາທາລະນະລັດ ປະຊາທິປະໄຕ ຄອງໂກ ຮ່ວມເດີນສວນສະໜາມ ໃນວັນເອກກະລາດ.
ທະຫານສາທາລະນະລັດ ປະຊາທິປະໄຕ ຄອງໂກ ຮ່ວມເດີນສວນສະໜາມ ໃນວັນເອກກະລາດ.

ສະຫະ​ປະຊາ​ຊາດກ່າວ​ວ່າ ຕົນ​ໄດ້​ຍຸດຕິ​ການ​ໃຫ້ຄວາມສະໜັບ
ສະໜູນທາງເປັນທາງການຕໍ່ການບຸກໂຈມຕີທາງທະຫານຂອງ
ສາທາລະນະ​ລັດປະຊາທິປະ​ໄຕ ຄອງ​ໂກ ຫລື DRC ຕໍ່ກຸ່ມກະ
ບົດ​ເພາະວ່າ ບັນດາ​ນາຍ​ພົນທີ່ DRC ​ເລືອກໃຫ້​ເປັນຜູ້ນຳພາ
ໃນການດຳເນີນ​ຄວາ​ມພະຍາຍາມ​ນີ້ໄດ້​ຖືກ​ກ່າວ​ຫາ​ວ່າລະເມີດ​
ສິດທິ​ມະ​ນຸດ.

​ເຈົ້າ​ໜ້າ​ທີ່ ສະຫະ​ປະຊາ​ຊາດ ຄົນ​ນຶ່ງ ກ່າວ​ໃນ​ວັນ​ສຸກ​ວານ​ນີ້
​ວ່າ ສະຫະປະຊາ ຊາດໄດ້ໃຫ້ເວລາສອງອາທິດແກ່ DRC ​
ເພື່ອຍົກຍ້າຍ​ນາຍ​ພົນ Bruno Mendevu ​ແລະ​ນາຍ​ພົນ
Fall Sikabwe ​ແຕ່​ວ່າ ​ເສັ້ນ​ຕາຍ​ໄດ້​ຜ່ານ​ພົ້ນໄປ ໂດຍ​ປາດ
ສະ​ຈາກ​ການ​ຍົກ​ຍ້າຍ​ນາຍພົນທັງສອງ. ​ເຈົ້າ​ໜ້າ​ທີ່ສະຫະປະຊາ​ຊາດກ່າວ​ວ່າ ກຳລັງ​ມີ
ການສົ່ງໜັງສື​ໄປ​ຫາ​ເຈົ້າ​ໜ້າ​ທີ່ DRC ກ່ຽວ​ກັບການ​ຢຸດ​ເຊົາຕໍ່ການ ໃຫ້ຄວາມ​ສະໜັບສະ
ໜູນດັ່ງກ່າວ.

​ແຜນການ​ບຸກໂຈມ​ຕີທະຫານຕໍ່ກອງກຳລັງປະ​ຊາ​ທິປະໄຕເພື່ອປົດປ່ອຍ Rwanda ຫຼື
FDLR ຊຶ່ງ​ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ປະກອບ​ດ້ວຍອະດີດພວກ​ທະຫານ ​ແລະ​ທະຫານ
ບ້ານ Hutu ທີ່​ຮັບຜິດຊອບກ່ຽວກັບ​ການຂ້າລ້າງ​ເຊື້ອຊາດເຜົ່າພັນ ພວກຊົນກຸ່ມນ້ອຍ
ຊາວ Tutsi ໃນ Rwanda ໃນ​ປີ 1994.

ຫລັງ​ຈາກ​ພວກ​ກະບົດ​ບໍ່ໄດ້ປະຕິບັດຕາມກຳນົດ​ເສັ້ນ​ຕາຍໃນ​ເດືອນ​ມັງກອນເພື່ອໃຫ້ຍອມ
ຈຳນົນນັ້ນ ສະຫະ​ປະຊາ​ຊາດຈຶ່ງຢາກປະຕິບັດງານຮ່ວມທາງ​ທະຫານ​ກັບກອງທັບ DRC
​ເພື່ອ​ຕາມລ່າຫາ​ພວກ​ກະບົດ. ​ແຕ່ແທນທີ່ຈະເປັນຈັ່ງຊັ້ນ​ປະທານາທິບ​ດີຂອງສາທາລະນະ
​ລັດປະຊາທິປະ​ໄຕຄອງ​ໂກ ທ່ານ Jeseph Kabila ໄດ້​ປະກາດ​ວ່າ ກຳລັງ​ຂອງ​ທ່ານຈະ
ເປັນຜູ້​ນຳພາໃນ​ການ​ປະຕິບັດ​ງານ​ທາງ​ທະຫານ ທີ່​ສະໜັບສະໜູ​ນ​ໂດຍກອງກຳລັງຮັກສາ
ສັນຕິພາບສະຫະ​ປະຊາ​ຊາດ.

ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງຂາວເທື່ອ​ວ່າ ການ​ປະຕິບັດ​ງານ​ຂອງສາທາລະນະ​ລັດປະ ຊາທິປະ
​ໄຕຄອງ​ໂກ ຕໍ່ພວກກະບົດ FDLR ໄດ້ເລີ້ມຂຶ້ນແລ້ວຫລືບໍ່.

XS
SM
MD
LG