ສະຫະປະຊາຊາດ ໄດ້ສະແດງຄວາມຍິນດີ ຕໍ່ການດໍາເນີນ
ຄວາມພະຍາຍາມຄັ້ງຫລ້າສຸດ ຂອງມຽນມາ ເພື່ອຈະນໍາເອົາ
ສັນຕິພາບ ມາສູ່ເຂດທີ່ພວກກະບົດຄວບຄຸມ ໃນ ລັດ Kachin
ທາງພາກຕາເວັນອອກ ສຽງເໜືອ ຂອງປະເທດນັ້ນ.
ຖະແຫລງການຂອງ ສະຫະປະຊາຊາດ ໃນວັນອາທິດວານນີ້ ກ່າວວ່າ ເລຂາທິການໃຫຍ່ ທ່ານ Ban Ki-moon ໄດ້ຕິດຕາມເບິ່ງລາຍງານຕ່າງໆ ຈາກພາກພື້ນດິນ ກ່ຽວກັບການ
ຈັດຕັ້ງປະຕິບັດການຢຸດຍິງ ທີ່ຄວນໄດ້ເລີ້ມມີຜົນບັງຄັບໃນວັນເສົາຜ່ານມານັ້ນ.
ຖະແຫລງການກ່າວ ວ່າ ທ່ານ Ban ໄດ້ຮຽກຮ້ອງໃຫ້ທັງສອງ
ກໍ້າສອງຝ່າຍ ຈົ່ງພະຍາຍາມປະຕິບັດຢ່າງເອົາຈິງເອົາຈັງ ເພື່ອສ້າງສະພາບການໃຫ້ມີຄວາມສະຫງົບແບບຍືນຍົງ ຢູ່ໃນລັດ Kachin.
ຢູ່ໃນຄໍາປາໄສ ໃນນະຄອນຢ່າງກຸ້ງ ໃນວັນອາທິດວານນີ້ ປະທານາທິບໍດີມຽນມາ ທ່ານ Thein Sein ກ່າວວ່າ ກໍາລັງຂອງລັດຖະບານ ຢູ່ຫ່າງ ພຽງ “ວາແຂນດຽວ” ຈາກຄ້າຍຂອງພວກກອງທັບເອກກະລາດ Kachin ຢູ່ທີ່ເມືອງ Laiza ຕິດກັບຊາຍແດນຈີນນັ້ນ. ແຕ່ທ່ານກ່າວວ່າ ທ່ານໄດ້ສັ່ງຫ້າມທະຫານ ບໍ່ໃຫ້ໂຈມຕີຄ້າຍດັ່ງກ່າວ ເພື່ອສະແດງອອກເຖິງເຈດ ຕະນາດີ.
ໂຄສົກຂອງພວກກະບົດ Kachin ທີ່ປະຈໍາຢູ່ປະເທດໄທ ກ່າວວ່າ ທະຫານມຽນມາ ໄດ້ບຸກເຂົ້າໂຈມຕີທີ່ໜັ້ນຂອງພວກກະບົດ ແຫ່ງນຶ່ງ ໃນວັນອາທິດວານນີ້ ຢູ່ຫ່າງຈາກເມືອງ Laiza ຫລາຍກິໂລແມດ ເຖິງແມ່ນວ່າ ໄດ້ມີການຕົກລົງຢຸດຍິງແຕ່ຝ່າຍດຽວຈາກທາງລັດຖະບານກໍ ຕາມ. ໂຄສົກກ່າວອີກວ່າ ການໂຈມຕີຂອງລັດຖະບານ ມີຮວມທັງການຍິງປືນໃຫຍ່ ແລະທະຫານທາງພາກພື້ນດິນ.