ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຖອນກຳລັງທະຫານ ອອກຈາກ ປະເທດຊີເຣຍ


ນັກບິນຣັດເຊຍ ກຳລັງໄດ້ຮັບການຊ່ວຍເຫລືອ ຈາກພະນັກງານພາກພື້ນດິນ.
ນັກບິນຣັດເຊຍ ກຳລັງໄດ້ຮັບການຊ່ວຍເຫລືອ ຈາກພະນັກງານພາກພື້ນດິນ.

ກະຊວງປ້ອງ​ກັນ​ປະ​ເທດຣັດ​ເຊຍ ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ຝູງເຮືອບິນຊຸດ​ທຳ​ອິດຂອງ​ຕົນ​ໄດ້​ອອກ​ຈາກ​ຊິ​ເຣຍ ຫລັງ​ຈາກ
ປະທານ​າທິບໍດີ Vladimir Putin ​ໄດ້​ປະກາດ ກ່ຽວ​ກັບ ​ການ
ຖອນ​ກອງ​ກຳລັງ​ສ່ວນ​ໃຫຍ່ຂອງ​ຕົນ​ອອກ​ຈາກ​ຊິ​ເຣຍ ລຸນຫຼັງ
ການ​ປະຕິບັດ​ງານ​ເປັນ​ເວລາ 5 ​ເດືອນ​ເຄິ່ງ ຢູ່​ທີ່ນັ້ນ.

​ຝູງເຮື​ອບິນ​ໄດ້​ບິນ​ອອກ​ຈາກ​ຄ້າຍ​ທະຫາ​ນອາກາດ​ໃນ​ເມືອງ Hmeymim ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ Latakia ​ໃນ​ຊິ​ເຣຍ ນັ້ນ ກັບ​ຄືນ​ມາ​ຍັງຣັດ​ເຊຍ.

ທ່ານ Putin ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ສ່ວນໃຫຍ່” ຂອງ​ທາງ​ທະຫານ​ໃນ​ການ​ປະຕິ ບັດ​ງານ​ໃນ​ຊິ​ເຣຍ ຊຶ່ງ​ໃນ​ປະຈຸ​ບັນ​ນີ້ ມັນ​ສາມາດປ່ອຍ​ວາງ​ໃຫ້​ພວກ​ເຂົາ​ເຈົ້າ​ເຕີມ​ເຕັມ​ຢ່າງ​ໃຫຍ່​ຫຼວງ​ໃນ​ພາລະກິດ​ໃນ​ທີ່​ນັ້ນ.

ເຮືອບິນລົບຂອງຣັດເຊຍ ບິນຜ່ານຝັ່ງທະເລ Mediterranean ເມືອງ Latakia, Syria, 28 ມັງກອນ, 2016.
ເຮືອບິນລົບຂອງຣັດເຊຍ ບິນຜ່ານຝັ່ງທະເລ Mediterranean ເມືອງ Latakia, Syria, 28 ມັງກອນ, 2016.

ທູ​ດພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ ຊິ​ເຣຍ ທ່ານ Staffan de Mistura ​ໄດ້​ກ່າວ​ສັນລະ​ເສີນ ຕໍ່ການ​ຕັດສິນ​ໃຈ​ຂອງ​ທ່ານ Putin ຊຶ່ງ​ມັນ​ເປັນ​ “ບາດກ້າວ​ອັນ​ສຳຄັນ” ​ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​ໄດ້​ກ່າວ​ວ່າ ທ່ານ​ຫວັງ​ວ່າ ມັນ​ຈະ​ມີ​ຜົນໃນ​ທາງ​ບວກຕໍ່​ການ​ເຈລະ ຈາ​ສັນຕິພາບ​ກ່ຽວ​ກັບ​ຊິ​ເຣຍ ຊຶ່ງ​ທ່ານ​ເປັນ​ຜູ້​ໄກ່​ເກ່ຍ​ໃນ​ນະຄອນ ​ເຈ​ນິວາ​ ນັ້ນ.

​ເອກ​ອັກຄະ​ລັດຖະທູດຈາກ ອັງ​ໂກລາ ປະຈຳອົງການ​ສະຫະ​ປະຊາ​ຊາດ ທ່ານ Ismael Gaspar Martins ຜູ້​ຊຶ່ງ​ເປັນ​ປະທານ​ວຽນຂອງ​ສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ວ່າ ການ​ເອົາ​ບາດ​ກ້າວ​ຂອງຣັດ​ເຊຍ​ແລະ​ການ​ກັບ​ຄືນ​ສູ່​ການ​ເຈລະຈາ​ສັນຕິພາບ ໝາຍ​ຄວາມ​ວ່າ ມັນ​ເປັນ​ອາລົມ​ທີ່​ທາງສະພາ​ຄວາມໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ກ້າວ​ຄືບໄປ​ “ທີ່​ຈະ​ມີ​ຜົນ​ສະຫຼຸບໃນ​ທາງ​ບວກ.”

ທ່ານ Martins ​ໄດ້​ກ່າວ​ວ່າ “ຕອນ​ທີ່​ພວກ​ເຮົາ​ເຫັນ​ການ​ຖອນ​ກຳລັງ​ອອກນັ້ນ ໝາຍ​ຄວາມ​ວ່າ​ສົງຄາມ​ໄດ້​ກ້າວ​ໄປ​ໃນ​ອີກ​ທິດ​ທາງ​ນຶ່ງ. ນັ້ນ​ແມ່ນ​ສິ່ງ​ທີ່​ດີ.”

ທຳນຽບຂາວ ​ໄດ້​ກ່າວ​ວ່າ ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ຮ້ອງຮຽນ​ໃຫ້​ທ່ານ Putin ປຶກສາ​ຫາລື​ກັນກ່ຽວ​ກັບ​ການ​ປະກາດ​ຖອນ​ທັບ​ອອກ​ຈາກ​ຊິ​ເຣຍ ​ແລະ​ໂອ້​ລົມກັນ
​ເຖິງ​ເລື້ອງ​ການ​ເອົາ​ນຳ​ໜ້າ​ທາງ​ດ້ານ​ການ​ເຈລະຈາ​ທາງ​ການ​ເມືອງກັບ​ຊິ​ເຣຍ.

Russia Syria
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG