ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ເຕືອນວ່າ ຊູດານ ປະເຊີນກັບ 'ສົງຄາມກາງເມືອງແບບເຕັມອັດຕາ' ໃນຂະນະທີ່ການໂຈມຕີທາງອາກາດສັງຫານ 22 ຄົນ


ແຟ້ມຮູບ-ຄັວນລອຍຂຶ້ນເໜືອນະຄອນຫຼວງຄາຣ໌ທູມ, ຊູດານ, ວັນທີ 8 ມິຖຸນາ 2023, ໃນຂະນະທີ່ການຕໍ່ສູ້ລະຫວ່າງກອງທັບຊູດານ ແລະກອງກໍາລັງຕໍ່ສູ້ຢ່າງວ່ອງໄວ ຍັງຄົງດໍາເນີນຢູ່ຕໍ່ໄປ.
ແຟ້ມຮູບ-ຄັວນລອຍຂຶ້ນເໜືອນະຄອນຫຼວງຄາຣ໌ທູມ, ຊູດານ, ວັນທີ 8 ມິຖຸນາ 2023, ໃນຂະນະທີ່ການຕໍ່ສູ້ລະຫວ່າງກອງທັບຊູດານ ແລະກອງກໍາລັງຕໍ່ສູ້ຢ່າງວ່ອງໄວ ຍັງຄົງດໍາເນີນຢູ່ຕໍ່ໄປ.

ຄວາມຂັດແຍ້ງຂັ້ນຮຸນແຮງຂອງຊູດານ ທີ່ກໍາລັງຈະເຂົ້າສູ່ “ສົງຄາມ​ກາງ​ເມືອງແບບເຕັມອັດຕາ” ສາມາດເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ ໄປທົ່ວພູມິພາກ, ອົງ ການສະຫະປະຊາຊາດໄດ້ເຕືອນໃນວັນອາທິດວານນີ້ ລຸນຫຼັງມີການໂຈມຕີທາງອາກາດໃສ່ຄຸ້ມທີ່ຢູ່ອາໄສຂອງປະຊາຊົນ ໂດຍໄດ້ສັງຫານພົນລະເຮືອນຫຼາຍກວ່າ 20 ຄົນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ AFP.

ກະຊວງສາທາລະນະສຸກ ໄດ້ລາຍງານວ່າ “ມີຜູ້ເສຍຊີວິດ 22 ຄົນ ແລະມີ​ພົນ​ລະ​ເຮືອນບາດເຈັບເປັນຈໍານວນຫຼວງຫຼາຍ” ຈາກສິ່ງທີ່ພວກເຂົາເຈົ້າ ໄດ້ອະທິ ບາຍວ່າ ເປັນການໂຈມຕີທາງອາກາດ ໃນວັນເສົາແລ້ວນີ້ ຢູ່ເມືອງໂອມເດີແມນ (Omdurman) ເຊິ່ງເປັນເມືອງເອື້ອຍນ້ອງຂອງນະຄອນຫຼວງຄາຣ໌ທູມ, ໃນບໍລິ ເວນເຂດ ດາ ອາລ-ຊາລາມ (Dar al-Salam) ໂດຍມີຄວາມໝາຍວ່າ “ບ້ານແຫ່ງສັນຕິພາບ” ໃນພາສາອາຣັບ.

ລຸນຫຼັງເປັນເວລາເກືອບສາມເດືອນຂອງສົງຄາມລະຫວ່າງນາຍພົນທີ່​ເປັນ​ຄູ່​ແຂ່ງ, ການໂຈມຕີທາງອາກາດ ເປັນເຫດການຫຼ້າສຸດທີ່ໄດ້​ກໍ່​ໃຫ້​ເກີດ​ຄວາມ​ບໍ່​ພໍ​ໃຈ​ຢ່າງແຮງຍິ່ງຂຶ້ນ.

ມີປະຊາຊົນປະມານ 3,000 ຖືກສັງຫານໄປແລ້ວຢູ່ໃນເຫດການຄວາມຂັດແຍ້ງດັ່ງກ່າວນີ້, ບັນດາຜູ້ລອດຊີວິດລາຍງານກ່ຽວກັບ ຄື້ນຟອງຂອງຄວາມຮຸນແຮງທາງເພດ ແລະຜູ້ເຫັນເຫດການໄດ້ກ່າວວ່າ ຊົນເຜົ່າກຸ່ມນ້ອຍ ແມ່ນເປົ້າໝາຍຂອງການສັງຫານ. ການປຸ້ນສະ​ດົມ ໄດ້ແຜ່ລາມເປັນວົງກວ້າງ, ແລະອົງການສະຫະປະຊາຊາດໄດ້ເຕືອນກ່ຽວກັບຄວາມເປັນໄປໄດ້ທີ່ຈະເກີດອາຊະຍາກໍາຕໍ່ຕ້ານມະນຸດຊາດຢູ່ພູມິພາກ ດາຟົວ (Darfur).

ວີດີໂອທີ່ຖືກໂພສລົງໃນເຟສບຸກ ໂດຍກະຊວງສາທາລະນະສຸກ ໄດ້ສະແດງໃຫ້ເຫັນຮ່າງກາຍທີ່ແຍກອອກຈາກກັນຢ່າງຈະແຈ້ງ ​ຖືກປົກຄຸມຢູ່ບາງສ່ວນຂອງພື້ນດິນ ລຸນຫຼັງການໂຈມຕີທາງອາກາດ. ໃນນັ້ນ, ມີແມ່ຍິງຫຼາຍຄົນທີ່ລວມຢູ່ໃນບັນ ດາຜູ້ເຄາະຮ້າຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG