ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສະຫະປະຊາຊາດ ເຕືອນກ່ຽວກັບ ສະພາບການດ້ານສາທາລະນະສຸກ ທີ່ຮ້າຍແຮງຂຶ້ນ ຢູ່ໃນອັຟການິສຖານ


ພວກພະຍາບານເພດຍິງ ເບິ່ງແຍງຄົນປ່ວຍ ຢູ່ທີ່ໂຮງໝໍ Wazir Akbar Khan ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 1 ກັນຍາ 2021. (Photo by Aamir QURESHI / AFP)
ພວກພະຍາບານເພດຍິງ ເບິ່ງແຍງຄົນປ່ວຍ ຢູ່ທີ່ໂຮງໝໍ Wazir Akbar Khan ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ວັນທີ 1 ກັນຍາ 2021. (Photo by Aamir QURESHI / AFP)

ໂຄສົກອົງການສະຫະປະຊາຊາດ ທ່ານສແຕັບຟານ ດູຈາຣິກ ໄດ້ກ່າວເຕືອນໃນວັນພຸດວານນີ້ ກ່ຽວກັບສະພາບການດ້ານສາທາລະນະສຸກທີ່ຊຸດໂຊມລົງຢູ່ໃນອັຟການິສຖານ ຊຶ່ງກຸ່ມຕາລີບານໄດ້ເຂົ້າຢຶດອຳນາດໃນເດືອນສິງຫາຫຼັງຈາກທີ່ກອງ ກຳລັງຂອງສະຫະລັດແລະພັນທະມິດ ໄດ້ຖອນອອກໄປ ພາຍຫຼັງການສູ້ລົບ ມາໄດ້ 20 ປີ.

ຢູ່ທີ່ກອງປະຊຸມສະຫລຸບປະຈຳວັນ ທ່ານດູຈາຣິກ ໄດ້ກ່າວວ່າ ມີການຫລຸດລົງໃນການເຂົ້າເຖິງການຮັກສາສຸຂະພາບ ໃນກໍລະນີຂອງພະຍາດໝາກສຸກແລະຖອກທ້ອງ ທີ່ກຳລັງສູງຂຶ້ນນັບມື້ ການຮັບມືກັບໂຣກລະຍາດຂອງພະຍາດໂຄວິດ-19 ຊັກຊ້າລົງ ແລະກໍມີການຟື້ນຄືນມາຂອງພະຍາດໂປລີໂອ.

ໂຄສົກຂອງອົງການສະຫະປະຊາຊາດ ໄດ້ກ່າວວ່າ ອົງການອະນາໄມໂລກ ຫຼື WHO ໄດ້ລາຍງານວ່າ ພຽງ 17 ເປີເຊັນ ຂອງສະຖານບໍລິການສຸຂະພາບ ຫຼາຍກວ່າ 2,300 ແຫ່ງຊຶ່ງກ່ອນໜ້ານີ້ ໄດ້ຮັບການສະໜັບສະໜຸນຈາກທະນາຄານໂລກນັ້ນ ແມ່ນປະຕິບັດງານໄດ້ຢ່າງສົມບູນ ແລະວ່າ ສອງສ່ວນສາມຂອງສະຖານທີີ່ດັ່ງກ່າວ ຂາດແຄນຢາປິ່ນປົວທີ່ຈຳເປັນ.

ອົງການ WHO ກໍາລັງເຮັດວຽກກັບບັນດາຜູ້ບໍລິຈາກເພື່ອເຮັດຄໍ້າຊູສາສະຖານບໍລິການສຸຂະພາບນັ້ນໄວ້ ບໍ່ໃຫ້ການເສຍຊີວິດເພີ້ມສູງຂຶ້ນ ຕາມທີ່ທ່ານດູຈາຣິກ ໄດ້ກ່າວໄປ. ທ່ານຍັງໄດ້ກ່າວອີກວ່າ ອົງການອາຫານໂລກ ຫຼື WFP ແລະອົງການກອງທຶນສາກົນ ເພື່ອຊ່ວຍເຫຼືອເດັກຂອງສະຫະປະຊາຊາດ ຫຼື UNICEF ໄດ້ໝັ້ນໝາຍໃນວັນອັງຄານຜ່ານມານີ້ ທີ່ຈະເພີ້ມວຽກງານຂອງພວກເຂົາເຈົ້າຢູ່ໃນອັຟການິສຖານຫຼາຍຂຶ້ນ ໂດຍມີທີມງານດ້ານສຸຂະພາບແລະໂພສະນາການເຄື່ອນທີ່ໃໝ່ເຖິງ 100 ທີມ.

ທ່ານດູຈາຣິກ ຍັງໄດ້ບອກບັນດານັກຂ່າວວ່າ ອົງການກອງທຶນດ້ານປະຊາກອນຂອງສະຫະປະຊາຊາດ ໄດ້ກ່າວວ່າພວກແພດພະດຸງຄັນໃນທົ່ວອັຟການິສຖານ ແມ່ນສືບຕໍ່ປະຕິບັດງານ ນຳເອົາການຮັກສາປິ່ນປົວຊ່ວຍຊີວິດທີ່ສຳຄັນແກ່ພວກແມ່ຍິງແລະຍິງສາວທັງຫຼາຍທີ່ຕ້ອງການການຊ່ວຍເຫຼືອ.

ທ່ານໄດ້ກ່າວວ່າ ອົງການຮຽກຮ້ອງດ່ວນ ຫຼື Flash Appeal ຂອງອັຟການິສຖານ ຂໍທຶນ 606 ລ້ານໂດລາ ເພື່ອຊ່ວຍເຫຼືອປະຊາຊົນ 11 ລ້ານຄົນສໍາລັບຊ່ວງໄລຍະທີ່ເຫຼືອຂອງປີນີ້ ໃນການປ້ອງກັນການສູນເສຍຊີວິດ ແລະການພັດພາກຈາກຖິ່ນຖານ ທີ່ສາມາດຫຼີກເວັ້ນໄດ້ນັ້ນ ແລະການຫລຸດຜ່ອນຄວາມທຸກຍາກລຳບາກ. ການຮຽກຮ້ອງຂໍທຶນຊ່ວຍເຫຼືອໂດຍອົງການດັ່ງກ່າວ ໄດ້ຖືກແຈ້ງອອກໄປ ເພື່ອຮັບມືກັບວິກິດການດ້ານມະນຸດສະທຳໃໝ່ ດ້ານການສຸກເສີນ ຫຼື ໄພພິ ບັດຕ່າງໆເປັນຕົ້ນ.

ການຮ້ອງຂໍຄວາມຊ່ວຍເຫຼືອດ່ວນ ແມ່ນໄດ້ຮັບທຶນແລ້ວ 22 ເປີເຊັນ ອີງຕາມອົງການປະສານງານດ້ານມະນຸດສະທຳຂອງສະຫະປະຊາຊາດ ຊຶ່ງມີທຶນຈຳນວນ​ 135 ລ້ານໂດລາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG