ການຂະຫຍາຍຕົວທີ່ບໍ່ມີການກວດກາຂອງກຸ່ມທຸລະກິດທີ່ເຮັດແບບຕາມໃຈ ແລະ ກາຊີໂນ ຢູ່ໃນແລະຢູ່ເຂດອ້ອມແອ້ມລາວ ແມ່ນເປັນການເປີດທາງເລືອກໃໝ່ໃນການ ຟອກເງິນ ແລະການຄ້າຢາເສບຕິດຂອງເຄືອຂ່າຍກໍ່ອາດຊະຍາກຳທີ່ນຳໃຊ້ປະເທດດັ່ງ ກ່າວ ເພື່ອຊຸກຍູ້ໃຫ້ມີປະລິມານຢາເສບຕິດ ແຜ່ລາມໄປທົ່ວຂົງເຂດເອເຊຍ, ນັ້ນຄືຄຳເຕືອນຂອງອົງການສະຫະປະຊາຊາດ.
ຂະນະທີ່ຈີນແລະໄທເຂັ້ມງວດການກວດກາຢູ່ຊາຍແດນຂອງເຂົາເຈົ້າທີ່ຕິດກັບມຽນມາ, ຫ້ອງການຢາເສບຕິດ ແລະອາຊະຍາກຳຂອງສະຫະປະຊາຊາດ ຫລື UNODC ກ່າວວ່າ ກຸ່ມແກັ່ງຂ້າມຊາດ ທີ່ຕັ້ງຢູ່ໃນພາກຕາເວັນອອກຂອງມຽນມາທີ່ບໍ່ຖືກກົດໝາຍ ໄດ້ລັກລອບຂົນສົ່ງຢາບ້າ (methamphetamine) ຜ່ານປະເທດລາວ ຫລາຍຂຶ້ນຢ່າງບໍ່ເຄີຍມີມາກ່ອນ.
ໃນການໂອ້ລົມກັບວີໂອເອຫວ່າງມໍ່ໆມານີ້, UNODC ກ່າວວ່າ ເຂດເສດຖະກິດພິເສດ — ທີ່ມີລະບຽບທີ່ຜ່ອນຜັນເພື່ອດຶງດູດເອົານັກລົງທຶນຕ່າງປະເທດ — ແລະໂຮງກາຊີ ໂນທີ່ເຮັດໃຫ້ເຂົາເຈົ້າຍຶດໝັ້ນຢູ່ທີ່ນັ້ນ ຍັງກາຍເປັນສູນກາງການຄ້າມະນຸດ ແລະການ ຟອກເງິນທີ່ສຳຄັນຂອງເຄືອຂ່າຍອາດຊະຍາກຳ ທີ່ເຮັດໃຫ້ບັນດາປະເທດແມ່ນໍ້າຂອງ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ເປັນບ້ານຢູ່ຂອງພວກມັນ.
ອົງການດັ່ງກ່າວໄດ້ນັບເບິ່ງວ່າມີກາຊີໂນຫຼາຍກວ່າ 140 ແຫ່ງ ແລະມີເຂດເສດຖະ ກິດພິເສດ ຫລື SEZ 128 ແຫ່ງໃນທົ່ວຂົງເຂດນັ້ນ. ມີຈຳໜ້ອຍນຶ່ງທີ່ເປັນໜ້າວິຕົກຫຼາຍກວ່າ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເອົາຊື່ມາຈາກບ່ອນທີ່ຖືກຜັກດັນໂດຍການກໍ່ອາດຊະຍາກຳ ທີ່ມີຊາຍແດນລາວ, ມຽນມາ ແລະໄທມາບັນຈົບຄົບ ກັນນັ້ນ. ໂດຍມີເນື້ອທີ່ 10,000 ເຮັກຕາຕັ້ງຢູ່ທາງພາກຕາເວັນຕົກສຽງ ເໜືອຂອງ ລາວ ມັນຖືກດໍາເນີນງານຢ່າງມີປະສິດທິຜົນໂດຍຄົນສັນຊາດຈີນ, ທ່ານຊາວ ເຫວ (Zhao Wei), ຜູ້ທີ່ເປັນເຈົ້າຂອງກາສິໂນ Kings Romans ທີ່ເປັນໃຈກາງຂອງ ເຂດນັ້ນ.
“ມີເຂດ SEZ ຫລາຍແຫ່ງ ແລະເຂດປົກຄອງຕົນເອງທີ່ມີບັນຫາດ້ານຄວາມໝັ້ນຄົງ ແລະ ການກໍ່ອາດຊະຍາກຳຢູ່ທົ່ວເຂດແມ່ນໍ້າຂອງ, ແຕ່ເຂດເສດຖະກິດສາມຫຼ່ຽມຄຳ ຫລື GT SEZ ແມ່ນນຶ່ງໃນບັນດາເຂດເສດຖະກິດພິເສດທີ່ເກີດດອກອອກຜົນ ແລະມີຊື່ສຽງທີ່ສຸດ, ແລະທ່ານຊາວ ເຫວ (Zhao Wei) ແລະກຸ່ມຂອງລາວ ແມ່ນເຫັນ ໄດ້ຢ່າງຊັດເຈນເລີຍວ່າ ໄດ້ຮັບຜົນປະໂຫຍດທາງການເງິນຫລາຍ ແລະສາມາດ ເຄື່ອນຍ້າຍເງິນໄດ້ເຖິງແມ່ນວ່າ ຈະມີການລົງໂທດກໍ່ຕາມ,” ນັ້ນຄືຄຳເວົ້າຂອງທ່ານເຈເຣມີ ດັກກລັສ (Jeremy Douglas), ຜູ້ຕາງໜ້າຂອງ UNODC ປະຈຳພາກພື້ນ ທີ່ກ່າວຕໍ່ວີໂອເອ.
ກະຊວງການເງິນສະຫະລັດໄດ້ລົງໂທດທ່ານຊາວ (Zhao) ແລະບໍລິສັດຂອງລາວໃນປີ 2018 ໂດຍເອົາລາວເປັນຫົວໃຈຂອງເຄືອຂ່າຍກໍ່ອາຊະຍາກຳຂ້າມຊາດທີ່ຟອກເງິນຜ່ານເຂດເສດຖະກິດຂອງພວກພໍ່ຄ້າຢາເສບຕິດຂອງມຽນມາ ໃນຂະນະທີ່ລັກລອບເຮັດການຄ້າທຸກຢ່າງນັບຕັ້ງແຕ່ຢາເສບຕິດໄປຮອດຄົນ ແລະສັດປ່າ.
ວີໂອເອບໍ່ສາມາດຕິດຕໍ່ຫາທ່ານຊາວ (Zhao) ໄດ້ ແຕ່ທ່ານກໍໄດ້ເອີ້ນການກ່າວຫາດັ່ງກ່າວວ່າ ບໍ່ມີມູນຄວາມຈິງ ຢູ່ໃນການໃຫ້ສໍາພາດຕໍ່ສື່ມວນຊົນ ໃນທີ່ຜ່ານມາ. ທັງເຂດສາມຫລ່ຽມຄຳ ແລະໂຄສົກລັດຖະບານລາວກໍບໍ່ໄດ້ຕອບຄຳຮ້ອງຂໍຄຳເຫັນຂອງວີໂອເອເລີຍ.