ອີຈິບໄດ້ຂໍຮ້ອງໃຫ້ອົງການສະຫະປະຊາຊາດ ໂຈະການລົງຄະແນນສຽງ “ຢ່າງ
ຖາວອນ” ກ່ຽວກັບຍັດຕິການ ຮຽກຮ້ອງໃຫ້ອິສຣາແອລ ຍຸຕິການຕັ້ງບ້ານໃໝ່ຢູ່
ໃນດິນແດນຂອງປາແລັສໄຕນ໌ ຫຼັງຈາກທີ່ປະທານາທິບໍດີຂອງອີຈິບ ໄດ້ຮັບ
ໂທລະສັບ ຈາກປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ.
ຖະແຫລງການໃນວັນສຸກມື້ນີ້ ຈາກປະທານາທິບໍດີ ອີຈິບ ທ່ານ Abdel Fatta
el-Sissi ໄດ້ກ່າວວ່າ “ຜູ້ນຳທັງສອງ ໄດ້ເຫັນດີນຳກັນ ຕໍ່ຄວາມສຳຄັນ ຂອງ ການໃຫ້ລັດຖະບານຊຸດໃໝ່ ມີໂອກາດຮັບມືຢ່າງຄົບຖ້ວນ ກັບທຸກໆດ້ານ ໃນການຕໍ່ສູ້ຂອງຊາວປາແລັສໄຕນ໌ ເພື່ອໃຫ້ບັນລຸຂໍ້ຕົກລົງທີ່ກວ້າງຂວາງ.”
ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ມີກຳນົດ ຈະຈັດກອງປະຊຸມ ໃນວັນພະຫັດວານນີ້ ເພື່ອລົງຄະແນນສຽງ ກ່ຽວກັບຍັດຕິດັ່ງກ່າວຊຶ່ງຈະຮຽກຮ້ອງ ໃຫ້ຍຸຕິການຕັ້ງບ້ານໃໝ່ ໃນດິນແດນຂອງປາແລັສໄຕນ໌ ໂດຍເອີ້ນວ່າ “ມີຄວາມ
ຈຳເປັນ ຕໍ່ການກອບກູ້ ໃນການແກ້ໄຂ ແບບມີສອງລັດ ສອງປະເທດ” ທີ່ຈະໄດ້ ເຫັນຊາວອິສຣາແອລ ແລະຊາວປາແລັສໄຕນ໌ອາໄສຢູ່ຄຽງຂ້າງກັນ ດ້ວຍຄວາມສັນຕິ.
ຍັດຕິດັ່ງກ່າວຍັງເວົ້າວ່າ ການຕັ້ງຖິ່ນຖານໃໝ່ທີ່ມີຢູ່ໃນປັດຈຸບັນນີ້ ແມ່ນ “ບໍ່ມີຄວາມ ຖືກຕ້ອງຊອບທຳທາງກົດໝາຍ” ແລະ ເປັນ “ການລະເມີດຢ່າງຈະແຈ້ງ” ຕໍ່ ກົດໝາຍສາກົນ.
ອິສຣາແອລ ໄດ້ພົວພັນຢ່າງໃຫຍ່ ໃນຄວາມພະຍາຍາມວິ້ງເຕັ້ນ ເພື່ອຕໍ່ຕ້ານ ມາດຕະການດັ່ງກ່າວ.
ສ່ວນອີຈິບ ທີ່ໄດ້ນຳສະເໜີຍັດຕິ ແມ່ນນຶ່ງໃນສິບ ສະມາຊິກຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ບໍ່ແມ່ນສະມາຊິກຖາວອນ.
ມັນບໍ່ຄ່ອຍໄດ້ເຫັນ ຖ້າຫາກວ່າບໍ່ເຄີຍເກີດຂຶ້ນມາກ່ອນ ທີ່ປະທານາທິບໍດີສະຫະລັດ ທີ່ຖືກເລືອກໃໝ່ ທີ່ຈະເຂົ້າໄປກ່ຽວຂ້ອງ ກັບຄວາມພະຍາຍາມດ້ານການທູດ ໃນ ຂະນະທີ່ກຳລັງເກີດຂຶ້ນຢູ່ນັ້ນ.
ທ່ານທຣຳ ແລະ ນາຍົກລັດຖະມົນຕີ ຂອງອິສຣາແອລ ທ່ານ Benjamin Netanyahu ໄດ້ຮຽກຮ້ອງ ໃຫ້ລັດຖະບານທ່ານໂອບາມາ ໃຊ້ສິດຢັບຢັ້ງຍັດຕິ ຂອງອົງການສະຫະ ປະຊາຊາດ ທີ່ຈະສັ່ງໃຫ້ຢຸດເຊົາ ການຕັ້ງບ້ານໃໝ່ ໃນເຂດ ຍຶດຄອງຊາວປາແລັສໄຕນ໌.