ອົງການສະຫະປະຊາຊາດ ກ່າວວ່າ ຕົນເສຍໃຈຕໍ່ການຕັດສິນໃຈຂອງລັດຖະບານທ່ານ
ທຣໍາ ຈະຖອນໂຕອອກຈາກ ສັນຍາວ່າດ້ວຍພວກຍ້າຍຖິ່ນຖານແລະອົບພະຍົບຂອງ
ໂລກ ແຕ່ນັ້ນຍັງມີເວລາຢູ່່ສຳລັບສະຫະລັດ ທີ່ຈະກັບຄືນມາດຳເນີນການພົວພັນຄືນໃໝ່.
ໂຄສົກສະຫະປະຊາຊາດ ທ່ານສະຕີຟານ ດຸຍຈາຣຣິກ ກ່າວໃນວັນຈັນວານນີ້ວ່າ "ນີ້ບໍ່
ຄວນຈະລົບກວນ ຄຳປະກາດນິວຢອກ ທີ່ມີຜົນຢ່າງຈະແຈ້ງ ເປັນເອກກະສັນຕໍ່ຂໍ້ຕົກລົງ
ຂອງໂລກ ທີ່ຈະບໍ່ມີຜົນບັງຄັບທາງກົດໝາຍ ອັນເປັນພື້ນຖານໃນການຮ່ວມມືຂອງນາໆ
ຊາດ ແລະໃຫ້ການນັບຖືຕໍ່ຜົນປະໂຫຍດແຫ່ງຊາດ.”
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານເຣັກສ໌ ທິລເລີສັນ ກ່າວຢູ່ໃນຖະແຫຼງການວ່າ
ສັນຍາດັ່ງກ່າວ ບໍ່ສອດຄ່ອງກັບ ນະໂຍບາຍຄົນເຂົ້າເມືອງສະຫະລັດ.
ທ່ານທິລເລີສັນ ກ່າວວ່າ “ໃນຂະນະທີ່ພວກເຈົາຈະສືບຕໍ່ດຳເນີນພົວພັນກັບຫຼາຍເລື່ອງ
ຢູ່ທີ່ສະຫະປະຊາຊາດ ໃນກໍລະນີນີ້ ພວກເຮົາພຽງແຕ່ບໍ່ສາມາດ ດ້ວຍຄວາມຈິງໃຈ ໃຫ້
ການສະໜັບສະໜູນຕໍ່ຂັ້ນຕອນ ທີ່ອາດຈະບ່ອນທຳລາຍຕໍ່ສິດທິອະທິປະໄຕຂອງສະຫະ
ລັດ ເພື່ອປະຕິບັດກົດໝາຍຄົນເຂົ້ເມືອງ ແລະຮັກສາຊາຍແດນຂອງພວກເຮົາ.”
ທ່ານກ່າວວ່າສະຫະລັດ ໃຫ້ການສະໜັບສະໜູນຕໍ່ການຮ່ວມມືຂອງສາກົນກ່ຽວກັບບັນ
ຫາຄົນເຂົ້າເມືອງ “ແຕ່ວ່າ ມັນເປັນຄວາມຮັບຜິດຊອບຂັ້ນຕົ້ນ ຂອງປະເທດອະທິປະໄຕ
ເພື່ອຊ່ວຍຄໍ້າປະກັນດ້ານຄວາມປອດໄພ ໃຫ້ແກ່ຄົນເຂົ້າເມືອງ ຄວາມເປັນລະບຽບ ແລະຖືກຕ້ອງຕາມກົດໝາຍ.
ອ່່ານຂ່າວນີ້ເພີ້ມເປັນພາສາອັງກິດ