ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ກ່າວເຖິງ ການປະຕິບັດງານ ແລະຮັບມື ຫຼັງເຂື່ອນແຕກ ຢູ່ພາກໃຕ້ ລາວ


ແຜນທີ່ ເຊປຽນ-ເຊນ້ຳນ້ອຍ ໃນພາກໃຕ້ ສປປ ລາວ
ແຜນທີ່ ເຊປຽນ-ເຊນ້ຳນ້ອຍ ໃນພາກໃຕ້ ສປປ ລາວ

ອົງການສະຫະປະຊາຊາດ ກ່າວວ່າ ການປະຕິບັດງານ ເພື່ອໃຫ້ຟື້ນໂຕ ແລະການຮັບ
ມືກັບໄພພິບັດຫຼັງຈາກເຂື່ອນແຕກ ຢູ່ໃນພາກໃຕ້ ສປປ ລາວ ຍັງດຳເນີນຢູ່ຕໍ່ມາຂະນະ
ທີ່ສະຖານທູດສະຫະລັດ ອອກຄຳເຕືອນ ໃຫ້ປະຊາຊົນອາເມຣິກັນ ລະມັດລະວັງ ໃນ
ການເດີນທາງໄປຍັງເຂດດັ່ງກ່າວ.

ໃນການຖະແຫຼງຂ່າວ ເມື່ອວັນພະຫັດທີ 26 ກໍລະກົດນີ້ ທ່ານ Stephane Dujarric
ໂຄສົກຂອງເລຂາທິການໃຫຍ່ ອົງການສະຫະປະຊາຊາດກ່າວວ່າ:

“ແລະບັນດາເພື່ອນຮ່ວມງານ ທາງດ້ານມະນຸດສະທຳບອກໃຫ້ພວກເຮົາຊາບວ່າ ການ
ປະຕິບັດງານເພື່ອໃຫ້ຟື້ນໂຕຄືນ ແລະຮັບມື ຫຼັງຈາກເຂື່ອນແຕກ ຢູ່ພາກໃຕ້ ຂອງ ສປປ
ລາວ ຍັງດຳເນີນຢູ່ຕໍ່ມາ ດັ່ງທີ່ພວກເຮົາແຈ້ງໃຫ້ທ່ານຊາບ ນອກເໜືອຈາກເຂື່ອນແຕກ
ແລ້ວ ຍັງມີ 16,000 ຄົນໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນເຂດອື່ນໆ ຂອງປະເທດ
ການພັງລົງຂອງເຂື່ອນນີ້ຍັງເຮັດໃຫ້ພາກເໜືອຂອງກຳປູເຈຍ ໄດ້ຮັບຜົນກະທົບປະມານ
3,000 ຄົນແລ້ວ ໄດ້ຖືກຍົກຍ້າຍ.”

ຂະນະດຽວກັນ ເມື່ອວັນທີ 25 ກໍລະກົດ ຜ່ານມານີ້ ທາງສະຖານທູດສະຫະລັດປະຈຳ
ສປປ ລາວ ກໍໄດ້ອອກແຈ້ງການ ເຕືອນປະຊາຊົນອາເມຣິກັນ ກ່ຽວກັບໄພນ້ຳຖ້ວມທີ່
ຮ້າຍແຮງ ຢູ່ເລາະຕາມແຄມເຊປຽນ ຫຼັງຈາກເຂື່ອນໄຟຟ້າພະລັງນ້ຳໄດ້ຮັບຄວາມເສຍ
ຫາຍ ໃນພາກໃຕ້ຂອງ ສປປ ລາວ ແລະໄພນ້ຳຖ້ວມ ທີ່ອາດຈະມີຂຶ້ນ ຢູ່ນະຄອນປາກ
ເຊ ຍ້ອນລະດັບນໍ້າ ໃນແມ່ນ້ຳຂອງ ທີ່ສູງຂຶ້ນ. ແຈ້ງການຍັງໄດ້ເຕືອນ ກ່ຽວກັບການ
ເດີນທາງ ໄປຍັງເຂດທີ່ໄດ້ຮັບຜົນກະທົບ ຢູ່ໃນພາກໃຕ້ຂອງລາວ ຂະນະທີ່ການປະຕິ
ບັດງານ ບັນເທົາທຸກພວມດຳເນີນຢູ່ ແລະພ້ອມດຽວກັນກໍໃຫ້ຕິດຕາມ ເບິ່ງລາຍງານ
ຂ່າວທ້້ອງຖິ່ນ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດແລະໃຫ້ປະຕິບັດຕາມຄຳ
ແນະນຳຂອງເຈົ້າໜ້າທີ່ໃນທ້ອງຖິ່ນ.

XS
SM
MD
LG