ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດວີໂຕ້ ຍັດຕິ ສປຊ ທີ່ປະນາມອິສຣາແອລ


U.S. President Barack Obama smiles next to Israeli Prime Minister Benjamin Netanyahu and President Shimon Peres at Ben Gurion International Airport near Tel Aviv, March 20, 2013.
U.S. President Barack Obama smiles next to Israeli Prime Minister Benjamin Netanyahu and President Shimon Peres at Ben Gurion International Airport near Tel Aviv, March 20, 2013.

ສະຫະລັດໄດ້ໃຊ້ອຳນາດວີໂຕ້ຫຼືຢັບຢັ້ງຮ່າງຍັດຕິສະບັບນຶ່ງ ຂອງອົງການສະຫະປະຊາຊາດ ປະນາມການຕັ້ງຖິ່ນຂອງອິສຣາແອລຢູ່ໃນເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນແລະກໍ້າຕາ
ເວັນອອກຂອງນະຄອນເຈຣູຊາແລັມ.

ສະຫະລັດ ເປັນພຽງປະເທດດຽວທໍ່ນັ້ນ ທີ່ໄດ້ລົງຄະແນນສຽງບໍ່ເຫັນພ້ອມ ໃນວັນສຸກວານນີ້
ໃນບັນດາ 15 ປະເທດ ທີ່ຕາງໜ້າຢູ່ໃນສະພາຄວາມໝັ້ນຄົງ ແຕ່ແນວໃດກໍຕາມສະຫະລັດ
ເປັນນຶ່ງໃນຈຳນວນ 5 ປະເທດ ຂອງສະມາຊິກຖາວອນຢູ່ໃນສະພາຄວາມໝັ້ນຄົງທີ່ສາມາດ
ໃຊ້ສິດຢັບຢັ້ງຕໍ່ຮ່າງຍັດຕິໃດໆກໍຕາມ ດ້ວຍການລົງຄະແນນສຽງ ບໍ່ເຫັນພ້ອມນຳ.

ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດທ່ານນາງ Susan Rice
ກ່າວວ່າ ການໃຊ້ສິດຢັບຢັ້ງທີ່ວ່ານີ້ ບໍ່ໄດ້ໝາຍຄວາມວ່າສະຫະລັດໃຫ້ການສະໜັບສະໜຸນ ຕໍ່ການຕັ້ງຖິ່ນຖານຂອງອິສຣາແອລ. ທ່ານນາງ Rice ກ່າວວ່າ ສະຫະລັດແມ່ນປະຕິເສດ
ຢ່າງແຂງຂັນທີ່ສຸດກ່ຽວກັບຄວາມຖືກຕ້ອງຊອບທຳໃນການສືບຕໍ່ຕັ້ງຖິ່ນຖານຂອງອິສຣາແອລ
ໃສ່ດິນແດນຂອງຊາວປາແລັສໄຕນ໌.

ແຕ່ທ່ານນາງ Rice ເວົ້າວ່າ ອິສຣາແອລແລະປາແລັສໄຕນ໌ ຄວນແກ້ໄຂບັນຫາເຫຼົ່ານີ້ໃນ
ການເຈລະຈາກັນໂດຍກົງ.

ຮ່າງຍັດຕິສະບັບນີ້ ມີ 120 ກວ່າປະເທດເປັນຜູ້ຮ່ວມສະເໜີ ຊຶ່ງຮຽກຮ້ອງໃຫ້ອິສຣາແອລ
ຢຸດເຊົາໃນທັນທີ ການຕັ້ງຖິ່ນຖານໃສ່ດິນຂອງຊາວປາແລັສໄຕນແລະພ້ອມດຽວກັນຮ່າງ
ຍັດຕິນີ້ຍັງໃຫ້ການຢືນຢັນວ່າ ການຕັ້ງຖິ່ນຖານຂອງອິສຣາແອລ ໃສ່ດິນປາແລັສໄຕນ໌ນັ້ນ ເປັນການກະທຳທີ່ຜິດກົດໝາຍ ແລະເປັນອຸບປະສັກທີ່ສຳຄັນຕໍ່ສັນຕິພາບ.

ກ່ອນການລົງຄະແນນສຽງໃນມື້ວານນີ້ ທ່ານນາງ Rice ໄດ້ພະຍາຍາມເຈລະຈາຫາລື ເພື່ອໃຫ້ມີການຜ່ອນສັ້ນຜ່ອນຍາວ ທີ່ຮວມທັງການອອກຖະແຫຼງການ ແບບບໍ່ມີຜົນບັງ
ຄັບ ປະຕິເສດເຖິງຄວາມຖືກຕ້ອງຊອບທຳ ກ່ຽວກັບການຕັ້ງຖິ່ນຖານຂອງອິສຣາແອລ
ແຕ່ບໍ່ເຖິງຂັ້ນຮຽກຮ້ອງ ໃຫ້ມີການຢຸດເຊົາ.

ເອກອັກຄະລັດຖະທູດຂອງປາແລັສໄຕນ໌ ທ່ານ Riyad Mansour ປະນາມການໃຊ້ສິດ
ຢັບຢັ້ງໂດຍເວົ້າວ່າ ມັນສະແດງໃຫ້ເຫັນເຖິງຄວາມລົ້ມແຫຼວ ໃນການທີ່ຈະບັງຄັບໃຫ້ອິສ
ຣາແອລ ປະຕິບັດຕາມພັນທະນາໆຊາດ. ແຕ່ເອກອັກຄະລັດຖະທູດອິສຣາແອລ ທ່ານ
Meron Reuben ກ່າວວ່າ ຮ່າງຍັດຕິທີ່ປະລາໄຊດັ່ງກ່າວບໍ່ຄວນທີ່ຈະຖືກນຳຂຶ້ນມາສະ
ເໜີ ຕໍ່ສະພາຄວາມໝັ້ນຄົງເລີຍ ແລະໃນທີ່ສຸດມັນກໍຈະສ້າງຄວາມເສຍຫາຍ ໃຫ້ແກ່ຂັ້ນ
ຕອນການສ້າງສັນຕິພາບ.

XS
SM
MD
LG