ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Haley ກ່າວເຖິງ ການປະພຶດ ທີ່ບໍ່ດີ ຂອງອີຣ່ານ ຢູ່ ສປຊ


​​​​​​ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາ
ຊາດ ທ່ານນາງ Nikki Haley ລາຍງານຕໍ່ສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ, 28 ກັນຍາ 2017, ທີ່ສຳນັກງານ
ໃຫຍ່ ອົງການສະຫະປະຊາຊາດ
​​​​​​ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາ ຊາດ ທ່ານນາງ Nikki Haley ລາຍງານຕໍ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ, 28 ກັນຍາ 2017, ທີ່ສຳນັກງານ ໃຫຍ່ ອົງການສະຫະປະຊາຊາດ

ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki
Haley ກ່າວປະນາມອີຣ່ານ ໃນວັນພຸດວານນີ້ ໃນອັນທີ່ທ່ານນາງເອີ້ນວ່າ ລາຍຊື່​ການປະພຶດທີ່ບໍ່ດີ ຂອງປະເທດດັ່ງກ່າວ ແລະທ່ານນາງຍັງໄດ້ຕຳໜິສະພາຄວາມໝັ້ນ
ຄົງອົງການສະຫະປະຊາຊາດ ທີ່ບໍ່ໄດ້ໃຫ້ Tehran ເປັນຜູ້ຮັບຜິດຊອບ.

ທ່ານນາງ Haley ໄດ້ກ່າວວ່າ “ໃນທຸກໆ 6 ເດືອນ ສະພາຄວາມໝັ້ນຄົງອົງການ
ສະຫະປະຊາຊາດແມ່ນໄດ້ນຳສະເໜີລາຍຊື່ຂອງຂ່າວທີ່ບໍ່ດີ ແຕ່ກໍຈັດແຈງຮັບຟັງ
ແຕ່ສິ່ງທີ່ດີໆເທົ່ານັ້ນ”
ທີ່ທ່ານນາງໝາຍເຖິງລາຍງານສອງຄັ້ງຕໍ່ປີທີ່ເລຂາທິການ
ໃຫຍ່ສົ່ງໄປໃຫ້ສະພາຄວາມໝັ້ນຄົງ ກ່ຽວກັບການຈັດຕັ້ງປະຕິບັດໂຄງການນິວເຄລຍ
ປີ 2015.

ທ່ານນາງ Haley ໃຫ້ຄວາມເຫັນດັ່ງກ່າວ ຕໍ່ກອງປະຊຸມປະຈຳເດືອນຂອງສະພາ
ຄວາມໝັ້ນຄົງ ຊຶ່ງຕົ້ນຕໍແລ້ວແມ່ນທົບທວນເບິ່ງສະຖານະການລະຫວ່າງອິສຣາແອລ
ແລະປາແລສໄຕນ໌.

ພາບຈາກແຫຼ່ງຂາວ Fars ຂອງອີຣ່ານ, ທີ່ສະແດງໃຫ້ເຫັນລູກສອນໄຟ Qadr H ໄລຍະໄກ ຈາກພື້ນດິນສູ່ພື້ນດິນ ທີ່ຍິງໂດຍທະຫານຍາມປົດປ່ອຍ ໃນສະຖານທີ່ທີ່ບໍ່ໄດ້ລະບຸ, 9 ມີນາ 2016.
ພາບຈາກແຫຼ່ງຂາວ Fars ຂອງອີຣ່ານ, ທີ່ສະແດງໃຫ້ເຫັນລູກສອນໄຟ Qadr H ໄລຍະໄກ ຈາກພື້ນດິນສູ່ພື້ນດິນ ທີ່ຍິງໂດຍທະຫານຍາມປົດປ່ອຍ ໃນສະຖານທີ່ທີ່ບໍ່ໄດ້ລະບຸ, 9 ມີນາ 2016.

​ນັບຕັ້ງແຕ່ໄດ້ເຂົ້າກຳຕຳແໜ່ງທີ່ອົງການສະຫະປະຊາຊາດ ໃນຖານະເອກອັກຄະ
ລັດຖະທູດຂອງລັດຖະບານທ່ານທຣຳ ທ່ານນາງໄດ້ຊອກຫາຊ່ອງທາງ ທີ່ຈະເນັ້ນຢ້ຳ ກ່ຽວກັບການປະ ພຶດທີ່ບໍ່ດີຂອງອີຣ່ານແລະພວກສະໝຸນຢູ່ໃນຂົງເຂດຄືກຸ່ມ Hez-
bollah ແລະກຸ່ມ Hamas ໃນລະຫວ່າງກອງປະຊຸມປະຈຳເດືອນນັ້ນ.

ໃນສັບປະດາແລ້ວນີ້ ທ່ານທຣຳ ໄດ້ກ່າວວ່າ ທ່ານຈະບໍ່ສາມາດໃຫ້ການຢັ້ງຢືນຕໍ່ຂໍ້
ຕົກລົງ ນິວເຄລຍອີຣ່ານ ແລະທ່ານໄດ້ເປີດປະຕູໃຫ້ລັດຖະສະພາ ທຳການລົງໂທດ
ຄືນໃໝ່ ບາງຢ່າງຫຼືບໍ່ກໍທັງໝົດຂອງສະຫະລັດ ແຕ່ພຽງຝ່າຍດຽວຕໍ່ Tehran ທີ່ໄດ້ຖືກ
ຍົກເລີກໄປພາຍໃນຂໍ້ຕົກລົງນາໆຊາດນັ້ນ.

ທ່ານນາງ Haley ກ່າວວ່າ “ການຊັ່ງຊາເບິ່ງອີຣ່ານ ພາຍໃຕ້ຂອບເຂດທີ່ແຄບໆ
ຂອງຂໍ້ຕົກລົງນິວເຄລຍນີ້ ແມ່ນພາດເປົ້າໝາຍ ທີ່ແທ້ຈິງຂອງໄພຂົ່ມຂູ່. ອີຣ່ານ ຕ້ອງຖືກຊັ່ງຊາໂດຍ ລວມກ່ຽວກັບການຮຸກຮານ ການສ້າງຄວາມບໍ່ທຸ່ນທ່ຽງ ແລະການປະພຶດທີ່ຜິດໝາຍ ຊຶ່ງການກະທຳແນວອື່ນໄປນັ້ນ ກໍຖືວ່າເປັນເລື່ອງທີ່
ບໍ່ຖືກເປົ້າ.”

ເອກອັກຄະລັດຖະທູດ ຣັດເຊຍ ປະຈຳອົງການສະຫະປະຊາຊາດ ທ່ານ Vassily Nebenzia ກ່າວຕໍ່ພວກນັກຂ່າວ ຫຼັງຈາກທີ່ກອງປະຊຸມສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, 9 ສິງຫາ 2017, ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ
ເອກອັກຄະລັດຖະທູດ ຣັດເຊຍ ປະຈຳອົງການສະຫະປະຊາຊາດ ທ່ານ Vassily Nebenzia ກ່າວຕໍ່ພວກນັກຂ່າວ ຫຼັງຈາກທີ່ກອງປະຊຸມສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, 9 ສິງຫາ 2017, ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ

ທ່ານນາງ ໄດ້ລະບຸອີຣ່ານວ່າ ໃຫ້ການສະໜັບສະໜຸນແກ່ຈອມຜະເດັດການຊີເຣຍ
ທ່ານ Bashar al-Assad ແລະການໃຫ້ການສະໜັບສະໜຸນທາງດ້ານອາວຸດ
ຕໍ່ພວກກະບົດ Houthi ຂອງຊາວ Shi’ite ໃນ Yemen ແລະກຸ່ມ Hezbollah
ໃນ Lebanon. ຮ້າຍແຮງໄປກວ່ານັ້ນ ທ່ານນາງກ່າວວ່າ ແມ່ນກິດຈະກຳລູກສອນ
ໄຟຂີປະນາວຸດຂອງອີຣ່ານ.

ໃນເດືອນກໍລະກົດຜ່ານມານີ້ Tehran ໄດ້ທົດລອງສົ່ງຍານອະວະກາດ ທີ່ສະຫະ
ລັດ ອັງກິດ ຝຣັ່ງ ແລະເຢຍຣະມັນ ແລະທຸກພັກຝ່າຍ ຂອງໂຄງການນິວເຄລຍ
ໄດ້ກ່າວວ່າ“ບໍ່ສອດຄ່ອງກັບມະຕິອົງການສະຫະປະຊາຊາ ທີ່ໃຫ້ການສະໜັບ
ສະໜຸນຕໍ່ຂໍ້ຕົກລົງດັ່ງກ່າວ.ພັນທະມິດຖືວ່າ ການກະທຳດັ່ງກ່າວເປັນໄພ​ “ຂົ່ມຂູ່ແລະບາດກ້າວເກາະຜິດ”
ໃນຈົດໝາຍທີ່ສົ່ງໄປເຖິງເລຂາທິການໃຫຍ່
ອົງການສະຫະປະຊາຊາດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG